ມຽນມາ ຂຶ້ນຄ່າແຮງຂັ້ນຕ່ຳໃນຮອບຫຼາຍປີ ບັນເທົາຄວາມເດືອດຮ້ອນແກ່ແຮງງານ


ມຽນມາ ໄດ້ເພີ່ມອັດຕາຄ່າແຮງຂັ້ນຕ່ຳຕໍ່ມື້ ຫຼັງຈາກຢຸດໄປດົນ 5 ປີ ເປັນ 5,800 ຈ໊າດ ຕໍ່ 8 ຊົ່ວໂມງ ໂດຍອັດຕາຄ່າແຮງໃໝ່ມີຜົນຕໍ່ແຮງງານທັງພາກລັກ ແລະ ພາກເອກະຊົນ ໃນປະເທດ ໝາຍຄວາມວ່າລູກຈ້າງຈະໄດ້ຮັບເງິນເດືອນຂຶ້ນປະມານ 20% ຈາກຄ່າຈ້າງເກົ່າ ເຊິ່ງການຂຶ້ນຄ່າຈ້າງຄັ້ງຜ່ານມາມີຂຶ້ນໃນປີ 2018.

ສຳລັບຄ່າແຮງໃໝ່ໄດ້ເລີ່ມນຳໄປໃຊ້ຕັ້ງແຕ່ວັນທີ 1 ຕຸລາ 2023 ທີ່ຜ່ານມາ ໂດຍກ່ອນໜ້ານີ້ລັດຖະບານມຽນມາ ໄດ້ດຳເນີນການປະຕິຮູບໃນດ້ານຕ່າງໆ ໃນສະຖານະການເງິນເຟີ້ທີ່ເພີ່ມຂຶ້ນສູງ ໂດຍທະນາຄານພັດທະນາອາຊີເອດີບີ ຄາດການວ່າເງິນເຟີ້ຈະຂຶ້ນ 14% ໃນເດືອນກັນຍາ ສວນທາງກັບກຸ່ມປະເທດອາຊີກຳລັງພັດທະນາ ທີ່ອາດຈະພົບກັບພາວະເງິນເຟີ້ ທີ່ຫຼຸດລົງສູ່ລະດັບ 3.6% ຈາກ 4.2%.

ປັດຈຸບັນ ມຽນມາ ຕ້ອງໄດ້ອາໄສຈາກບັນດານັກລົງທຶນຕ່າງປະເທດ ມີຫຼາຍປະເທດທີ່ຖອນຕົວຈາກການລົງທຶນ ແຕ່ຈີນຍັງຄົງຍົກລະດັບຄວາມສຳພັນດັບມຽນມາຢ່າງຕໍ່ເນື່ອງ ແລະ ມີຫຼາຍໆໂຄງການລົງທຶນປະມານ 597 ໂຄງການ.

ຢ່າງໃດກໍຕາມ ເສດຖະກິດມຽນມາຍັງຄົງຕ້ອງຂຶ້ນພັນທະມິດກັບນານາຊາດ ໂດຍສະເພາະຈີນ. ການຂຶ້ນຄ່າແຮງຂັ້ນຕ່ຳ ຖືວ່າເປັນການບັນເທົາແກ່ແຮງງານເທົ່ານັ້ນ ແລະ ເປັນບາດກ້າວໜຶ່ງໃນການຟື້ນຟູເສດຖະກິດ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/