ທະວິດເຕີ (Twitter) ຖືເປັນສື່ສັງຄົມອອນລາຍໜຶ່ງທີ່ໄດ້ຮັບຄວາມນິຍົມ ແລະ ມີບົດບາດຫຼາຍຂຶ້ນໃນປັດຈຸບັນ ລວມເຖິງເທຣນທີ່ເກີດຂຶ້ນເທິງທະວິດເຕີ ຍັງສະທ້ອນໃຫ້ເຫັນເຖິງກະແສທີ່ຜູ່ຄົນເວົ້າເຖິງ ຫຼື ສົນໃຈຢູ່ໃນເວລານັ້ນ.
ແຕ່ຫຼາຍຄົນທີ່ມືໃໝ່ ຫຼື ຫຼາຍຄົນທີ່ຫຼິ້ນໄດ້ໄລຍະໜຶ່ງແຕ່ອາດຈະຍັງບໍ່ຮູ້ທີ່ມາຂອງເທຣນດັ່ງກ່າວ ແລະ ບໍ່ຮູ້ວ່າເກີດຂຶ້ນໄດ້ແນວໃດ ມື້ນີ້ຈຶ່ງຢາກນຳສະເໜີ “8 ເລື່ອງຄວນຮູ້ກ່ຽວກັບທະວິດເຕີເທຣນ” ໃຫ້ເຂົ້າໃຈການເຮັດວຽກຂອງ feature ຫຼາຍຂຶ້ນ ເພື່ອປະໂຫຍດສູງສຸດ, ບໍ່ວ່າຈະທາງທຸລະກິດ ຫຼື ຕໍ່ກັບການວາງແຜນກົນລະຍຸດທາງການຕະຫຼາດ.
ຖ້າພ້ອມແລ້ວມາເບິ່ງນຳກັນເລີຍວ່າ 8 ເລື່ອງທີ່ຄວນຮູ້ມີຫຍັງແດ່:
- ເທຣນເກີດຈາກຊຸດຄຳສັ່ງທີ່ລະບົບສ້າງໄວ້ (Algorithm)
Algorithm ຄືຕົວກຳນົດເທຣນ ໂດຍຄ່າເລີ່ມຕົ້ນເທຣນໄດ້ຖືກກຳນົດໃຫ້ເໝາະສົມກັບຜູ້ໃຊ້ແຕ່ລະຄົນ ເຊິ່ງອ້າງອີງຈາກຄົນທີ່ກຳລັງຕິດຕາມ, ເລື່ອງທີ່ສົນໃຈ ແລະ ຈາກຕຳແໜ່ງທີ່ຕັ້ງ ແນວໃດກໍຕາມຜູ້ໃຊ້ສາມາດປ່ຽນຄ່າເລີ່ມຕົ້ນຂອງເທຣນ ດ້ວຍການເລືອກສະຖານທີ່ທີ່ຕ້ອງການໄດ້ເຊັ່ນ ຕັ້ງຄ່າເປັນປະເທດໃດໜຶ່ງ ແລະ ເຫັນຫົວຂໍ້ທີ່ໄດ້ຮັບຄວາມນິຍົມຫຼືກຳລັງຕິດເທຣນທະວິດເຕີຢູ່ໃນຕຳແໜ່ງທີ່ຕັ້ງທີ່ເຈາະຈົງໄດ້.
- ເທຣນບໍ່ແມ່ນແຕ່ເລື່ອງຂອງຈຳນວນທະວີດ (ຈຳນວນໂພສ)
ເທຣນສະແດງໃຫ້ເຫັນວ່າ ຂະນະນີ້ມີເລື່ອງຫຍັງແນ່ທີ່ກຳລັງໄດ້ຮັບຄວາມນິຍົມເທິງທະວິດເຕີ ເຊິ່ງບໍ່ໄດ້ນັບຈາກຈຳນວນທະວີດທັງໝົດໃນຫົວຂໍ້ສະເພາະ ແລ້ວສະແດງລາຍການທີ່ມີທະວີດຫຼາຍທີ່ສຸດ ແຕ່ເທຣນສະທ້ອນເຖິງສິ່ງທີ່ກຳລັງເກີດຂຶ້ນຢູ່ເວລານັ້ນ ແລະ ຍັງຊ່ວຍໃຫ້ຜູ່ໃຊ້ສາມາດຄົ້ນຫາຫົວຂໍ້ທີ່ກຳລັງເປັນປະເດັນຮ້ອນແຮງເທິງທະວິດເຕີໃນຕອນນັ້ນແບບ real time ໄດ້.
- ບໍ່ຕິດ Hashtag ກໍຕິດເທຣນໄດ້
ການຕິດແຮັດແທັກ (#) ເປັນສ່ວນໜຶ່ງຂອງທະວິດເຕີເທຣນ ໂດຍຄຳຫຼືວະລີທີ່ໃຊ້ໃນທະວີດນັ້ນ ຈະຖືກນັບລວມດ້ວຍເຊັ່ນກັນ, ເຊິ່ງທະວິດເຕີຍັງຈັດກຸ່ມແຮັດແທັກທີ່ກ່ຽວຂ້ອງໄວ້ນຳກັນ ຕົວຢ່າງເຊັ່ນ: #MondayMotivation ແລະ #MotivationMonday ຈະສະແດງເປັນ #MondayMotivation ໃນເທຣນເປັນຕົ້ນ.
- ວິທີການເບິ່ງທະວິດເຕີເທຣນ (Twitter Trend)
ການເບິ່ງເທຣນທະວິດເຕີ ສາມາດຄິກ ຫຼື ແຕະຂໍ້ຄວາມທີ່ຢູ່ໃນເທຣນ ແລ້ວລະບົບຈະນຳໄປສູ່ໜ້າສະແດງຜົນການຄົ້ນຫາເທຣນນັ້ນໆ ເຊິ່ງຈະເຫັນການສະແດງທະວີດຕ່າງໆ ລວມເຖິງວະລີ ຫຼື ແຮັດແທັກທີ່ກ່ຽວຂ້ອງ ຖ້າຕ້ອງການເບິ່ງທະວີດທີ່ເຄີຍຕິດເທຣນກ່ອນໜ້ານີ້ແຕ່ບໍ່ໄດ້ຢູ່ໃນລາຍຊື່ເທຣນແລ້ວ ຜູ້ໃຊ້ສາມາດຄົ້ນຫາທະວີດເຫລົ່ານັ້ນໃນຊ່ອງຄົ້ນຫາໄດ້.

- ການລວມເປັນສ່ວນໜຶ່ງຂອງເທຣນ
ຜູ້ໃຊ້ທະວິດເຕີ ສາມາດຮ່ວມເປັນສ່ວນໜຶ່ງຂອງເທຣນ ໂດຍການທະວີດຂໍ້ຄວາມທີ່ມີວະລີ, ຄຳ ຫຼື ແຮັດແທັກ ທີ່ກຳລັງຕິດເທຣນຢູ່ ພຽງເທົ່ານີ້ຂໍ້ຄວາມດັ່ງກ່າວກໍຈະເປັນສ່ວນໜຶ່ງຂອງເທຣນໃນທັນທີ.
ໝາຍເຫດ: ທະວິດເຕີມີຕົວຄັດກອງໃນການຄົ້ນຫາສະເພາະຂໍ້ຄວາມທີ່ມີຄຸນນະພາບ ຖ້າຢາກຮູ້ການກະທຳແບບໃດທີ່ຈະເຮັດໃຫ້ທະວີດຖືກຄັດກອງອອກໄປ ສາມາດອ່ານເພີ່ມເຕີມໄດ້ທີ່ກົດແລະຂໍ້ຈຳກັດຂອງການຄົ້ນຫາ.
- ຄຳອະທິບາຍຂອງເທຣນ
ໃນບາງຄັ້ງ ຜູ້ໃຊ້ອາດຈະເຫັນຂໍ້ມູນຂອງເທຣນໄດ້ເຊັ່ນ: ຈຳນວນທະວີດໂດຍປະມານ ຫຼື ບໍລິບົດສ່ວນບຸກຄົນເຊັ່ນ ໃຜໃນເຄືອຂ່າຍກຳລັງທະວີດກ່ຽວກັບເລື່ອງນັ້ນໆຢູ່. ຖ້າເບິ່ງທີ່ຈຳນວນທະວີດທີ່ສະແດງ ທ່ານຈະເຫັນວ່າທະວີດທີ່ມີຈຳນວນໜ້ອຍກວ່າກໍໄດ້ ຕາມທີ່ອະທິບາຍໄປແລ້ວຂ້າງຕົ້ນໃນຂໍ້ທີ 2 ວ່າເທຣນບໍ່ໄດ້ຂຶ້ນຢູ່ກັບຈຳນວນທັງໝົດຂອງທະວີດໃນຫົວຂໍ້ເລື່ອງນັ້ນ ແຕ່ເປັນສິ່ງທີ່ສະທ້ອນເຖິງສິ່ງກຳລັງເກີດຂຶ້ນໃນຕອນນັ້ນ.
- ປະເພດຂອງທະວິດເຕີເທຣນ ມີ 2 ແບບຄື: ເທຣນແບບທົ່ວໄປ ແລະ ເທຣນທີ່ໂຄສະນາເທິງທະວິດເຕີ
ເທຣນແບບທົ່ວໄປຄືສິ່ງທີ່ອະທິບາຍໄປຂ້າງຕົ້ນ ແລະ ເຮັດວຽກພາຍໃຕ້ຂໍ້ບັງຄັບຂອງທະວິດເຕີ ເຊິ່ງບໍ່ສາມາດເຮັດການຊື້ຂາຍໄດ້. ແນວໃດກໍຕາມ ທະວິດເຕີມີ 2 ຟີເຈີ້ໂຄສະນາທີ່ເປີດໂອກາດໃຫ້ສາມາດໂຄສະນາເທຣນເທິງທະວິດເຕີໄດ້ ຄື Promoted Trend ເຊິ່ງເປັນເທຣນໂຄສະນາທີ່ສ້າງຜົນລັບສູງໃນ 24 ຊົ່ວໂມງ, ໄດ້ຮັບການຕອບຮັບເປັນຢ່າງດີຈາກແບຣນຕ່າງໆ ແລະ ເພື່ອອຄວາມໂປ່ງໃສ ເທຣນທີ່ເປັນການໂຄສະນາໃນຮູບແບບນີ້ຈະມີເຄື່ອງໝາຍສະແດງຢ່າງຊັດເຈນວ່າໂຄສະນາ ແລະ ຈະຕ້ອງປະຕິບັດຕາມແນວທາງການໃຊ້ການໂຄສະນາຂອງທະວິດເຕີ.
ໂຄສະນາແບບເທຣນສະປອດໄລ (Promoted Trend Spotlight) ຄືຮູບແບບການໂຄສະນາແບບພາບທີ່ປາກົດເໜືອລາຍການ ຟີເຈີ້ນີ້ຮັບຮອງວີດີໂອ ແລະ ພາບເຄື່ອນໄຫວ (GIFs) ບໍ່ເກີນ 6 ວິນາທີ ລວມທັງພາບທົ່ວໄປ.

- ນະໂຍບາຍແລະກົດທີ່ກ່ຽວຂ້ອງກັບທະວິດເຕີເທຣນ
ທະວິດເຕີຕ້ອງການໃຫ້ຟີເຈີເທຣນເປັນການໂຄສະນາບົດສົນທະນາທີ່ມີຄຸນນະພາບ ເຊິ່ງໝາຍຄວາມວ່າໃນບາງຄັ້ງ ທະວິດເຕີອາດຈະປ້ອງກັນເນື້ອຫາບາງປະເພດບໍ່ໃຫ້ຕິດເທຣນ ເຊັ່ນ ມີເນື້ອຫາຫຍາບຄາຍ ຫຼືມີການອ້າງອີງຮູບພາບທີ່ບໍ່ເໝາະສົມກໍ່ໃຫ້ເກີດຄວາມຂັດແຍ່ງໃນເຊື້ອຊາດ, ຊາດພັນ, ຊາດກຳເນີດ, ລົດສະນິຍົມທາງເພດ ແລະ ອື່ນໆທີ່ເປັນການລະເມີດຂໍ້ບັງຄັບຂອງທະວິດເຕີ.
ທີ່ມາ: https://www.marketingoops.com/news/trend-twitter/