ມາແຮງສຸດໆ! Wednesday ກາຍເປັນຊີຣີ້ພາສາອັງກິດ ເທິງ Netflix ທີ່ມີຍອດສະຕຣີມຫຼາຍທີ່ສຸດຫຼັງຈາກປ່ອຍມາໜຶ່ງອາທິດ


ໃຜທີ່ເປັນແຟນຄລັບບັນດາຮູບເງົາ, ຊີຣີ້ ເທິງ Netflix ເຊື່ອວ່າກໍບໍ່ພາດທີ່ຈະເບິ່ງ Wednesday ຊີຣີ້ນ້ອງໃໝ່ໄຟແຮງສຸດໆໃນຂະນະນີ້ ເນື່ອງຈາກເນື້ອຫາທີ່ມ່ວນແລະໜ້າຕິດຕາມ ປົນຄວາມຫຼອນໜ້ອຍໜຶ່ງ ເຮັດໃຫ້ຊີຣີ້ເລື່ອງນີ້ກາຍເປັນທີ່ນິຍົມໄປທົ່ວໂລກ ແລະຫຼ້າສຸດນີ້ເອງ Wednesday ກໍໄດ້ສ້າງສະຖິໃໝ່ໂດຍການກາຍເປັນ ຊີຣີ້ພາສາອັງກິດ ເທິງ Netflix ທີ່ມີຄົນເບິ່ງຫຼາຍທີ່ສຸດໃນໜຶ່ງອາທິດ.

ສະຖິຕິໃໝ່ນີ້ແມ່ນຖືກເປີດເຜີຍໂດຍທາງ Netflix ທີ່ໄດ້ອອກມາປະກາດເມື່ອວັນທີ 30 ພະຈິກວ່າ Wednesday ກາຍເປັນຊີຣີ້ພາສາອັງກິດທີ່ມີຍອດການເບິ່ງຫຼາຍທີ່ສຸດຫຼັງຈາກປ່ອຍມາໜຶ່ງອາທິດ ໂດຍ Wednesday ມີຍອດຮັບຊົມສູງສຸດເຖິງ 341.230.000 ຊົ່ວໂມງ ພ້ອມນັ້ນຍັງເປັນຊີຣີ້ທີ່ຕິດ Chart ອັນດັບ 1 ໃນ 83 ປະເທດທົ່ວໂລກອີກພ້ອມ.

ເຊິ່ງສະຖິຕິໃໝ່ດັ່ງກ່າວຂອງຊີຣີ້ Wednesday ແມ່ນສາມາດແຊງໜ້າແຊ້ມເກົ່າຢ່າງ Stranger Things 4 ຊີຣີ້ສຸດຮິດອີກເລື່ອງ ທີ່ກ່ອນໜ້າສາມາດເຮັດຍອດ 335.000.000 ຊົ່ວໂມງໃນອາທິດທຳອິດຫຼັງຈາກທີ່ມີການປ່ອຍອອກມາ.

ໂດຍ Wednesday ນັ້ນລົງສາຍໃນ Netflix ເມື່ອວັນທີ 23 ພະຈິກທີ່ຜ່ານມາ ແລະ ຫຼັງຈາກອອນແອໃນ Netflix ໄດ້ເປັນເວລາ 1 ອາທິດ ຊີຣີ້ເລື່ອງດັ່ງກ່າວແມ່ນຖືກເວົ້າເຖິງກັນຢ່າງຫຼວງຫຼາຍ ພ້ອມນັ້ນຊີຣີ້ເລື່ອງນີ້ຍັງມາແຮງແລະກະແສດີແບບບໍ່ມີຫຍັງກັ້ນເລີຍ ສຳລັບໃຜທີ່ຕ້ອງການຮັບຊົມ Wednesday ສາມາດເຂົ້າໄປເບິ່ງໄດ້ໃນ Netflix ເດີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/