Toxic Productivity ເປັນພາວະທີ່ຄົນເຮົາຕ້ອງການເຮັດວຽກໂດຍໃຫ້ເກີດປະສິດທິພາບສູງສຸດ ຈົນສົ່ງຜົນເສຍຕໍ່ທັງສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ. ຄົນທີ່ມີພາວະນີ້ຈະເຮັດວຽກແບບບໍ່ສິ້ນສຸດ ເພື່ອບໍ່ໃຫ້ຕົນຮູ້ສຶກຜິດ.

ຄົນທີ່ມີພາວະ Toxic Productivity ແຕກຕ່າງຈາກຄົນທີ່ເຮັດວຽກແບບທົ່ວໄປຄື ຄົນທີ່ປະສົບກັບພາວະດັ່ງກ່າວ ຈະເຮັດວຽກໜັກເກີນໄປຈົນເຮັດໃຫ້ບໍ່ມີເວລາໃຫ້ກັບຕົນເອງເປັນຕົ້ນແມ່ນ ເວລາພັກຜ່ອນ, ເວລາກິນ ແລະ ເວລານອນ ເຊິ່ງຈະເຮັດໃຫ້ເກີດມີຜົນເສຍຕໍ່ສຸຂະພາບ ແລະ ສາມາດສົ່ງຜົນກະທົບກັບຄວາມສຳພັນຕໍ່ຄົນອ້ອມຂ້າງ.

- ສັນຍານຂອງພາວະ Toxic Productivity
ສັນຍານທີ່ເຮັດໃຫ້ເຮົາສາມາດຮັບຮູ້ວ່າເຮົາຕົກຢູ່ໃນພາວະ Toxic productivity ຫຼື ບໍ່ ໂດຍອີງຕາມ ສະຖາບັນ Greenbrook TMS NeuroHealth Center ມີ 4 ສັນຍານດັ່ງນີ້:
- ເຮັດວຽກເພື່ອຫຼົບຫຼີກບັນຫາ

ເປັນວິທີການຫຼົບຫຼີກບັນຫາຕ່າງໆ ຫຼື ຈັດການກັບຄວາມຮູ້ສຶກຂອງຕົນ ໂດຍການໃຊ້ເວລາວ່າງໄປກັບການເຮັດວຽກ ແລະ ໃຊ້ຄວາມສຳເລັດຈາກການເຮັດວຽກດັ່ງກ່າວມາບັນເທົາຄວາມທຸກໃຈ ແລະ ບັນຫາ.
- ກຽມພ້ອມທີ່ຈະເຮັດວຽກຢູ່ຕະຫຼອດເວລາ

ຈິດໃຈຂອງເຮົາຈະຈົດຈໍ່ກັບວຽກຢູ່ຕະຫຼອດເວລາ ບໍ່ວ່າຈະເປັນການກວດເບິ່ງອີເມວ ຫຼື ຂໍ້ຄວາມຕະຫຼອດ ເວລາທີ່ຢູ່ກັບໝູ່ ຫຼື ຄອບຄົວ ແລະ ການຕອບຂໍ້ຄວາມເລື່ອງວຽກທີ່ບໍ່ເລັ່ງດ່ວນໃນເວລາພັກ, ເວລາກາງຄືນ ຫຼື ເວລານອກໂມງເຮັດວຽກ.
- ຄິດວ່າຄຸນຄ່າຂອງຕົນຂຶ້ນຢູ່ກັບຜົນງານ

ເຮົາຈະມີຄວາມຮູ້ສຶກວ່າຕົນເອງມີຄ່າເມື່ອຕົນໄດ້ສ້າງຜົນງານດີເດ່ນ ຫຼື ປະສົບຄວາມສຳເລັດໃນວຽກງານເທົ່ານັ້ນ. ແຕ່ໃນຄວາມເປັນຈິງຄຸນຄ່າຂອງຄົນເຮົາແມ່ນມີຫຼາຍໆດ້ານ ເປັນຕົ້ນແມ່ນ ຄວາມສາມາດ, ຄວາມສົນໃຈໃນສິ່ງຕ່າງໆ, ຄວາມສຳພັນກັບຄົນອ້ອມຂ້າງ ເຊິ່ງການເຮັດວຽກເປັນພຽງສ່ວນໜຶ່ງຂອງຊີວິດຄົນເຮົາ.
- ໃຫ້ຄວາມສຳຄັນກັບວຽກຫຼາຍຈົນລະເລີຍສິ່ງຕ່າງໆໃນຊີວິດ

ມີຄວາມຄິດວ່າວຽກຄືທຸກສິ່ງທຸກຢ່າງ ແລະ ໃຫ້ຄວາມສຳຄັນກັບການເຮັດວຽກຫຼາຍເກີນໄປ ຈົນເຮັດໃຫ້ເຮົາປ່ອຍປະລະເລີຍກັບສິ່ງທີ່ຢູ່ອ້ອມຂ້າງ ລວມໄປເຖິງ ຄອບຄົວ, ໝູ່ເພື່ອນ ແລະ ຄົນທີ່ຢູ່ຮອບຕົວເຮົາ.
- ຜົນເສຍຕໍ່ສຸຂະພາບ
– ຄວາມກົດດັນ
– ພາວະຊຶມເສົ້າ
– ຄວາມວິຕົກກັງວົນ
– ເຈັບຫົວ
- ບັນຫາກ່ຽວກັບການຍ່ອຍອາຫານ
– ບັນຫາການນອນຫຼັບ
– ມີລະບົບພູມຕ້ານທານທີ່ອ່ອນແອລົງ
– ແລະ ອື່ນໆ
- ວິທີການຫຼີກເວັ້ນພາວະ Toxic productivity
– ຮັບຮູ້ເຖິງບັນຫາ
ຂັ້ນຕອນທຳອິດແມ່ນຕ້ອງຮັບຮູ້ວ່າຕົນເອງມີບັນຫາ ຫຼື ມີສັນຍານບົ່ງບອກເຖິງພາວະດັ່ງກ່າວຫຼືບໍ່.
– ຢຸດຕັ້ງຄຳຖາມວ່າ “ໃນຕອນນີ້ເຮົາຄວນເຮັດຫຍັງ”
ບໍ່ຄວນເພີ່ມໜ້າທີ່ ຫຼື ຄວາມຮູ້ສຶກຜິດດ້ວຍການຖາມວ່າ ຄວນເຮັດຫຍັງ. ເມື່ອເຮັດວຽກໃດໜຶ່ງແລ້ວ ເຮົາບໍ່ຈຳເປັນຕ້ອງໄປເຮັດວຽກຕໍ່ໄປໃນທັນທີ ແລະ ຄວນໃຫ້ເວລາຕົນເອງພັກຜ່ອນ.
– ຫົວໜ້າບໍ່ໄດ້ສົນໃຈເຮົາຢູ່ຕະຫຼອດເວລາ
ໃນສະພາບຄວາມເປັນຈິງ ຫົວໜ້າລວມໄປເຖິງ ທຸກຄົນລ້ວນແຕ່ໃຫ້ຄວາມສົນໃຈແກ່ຜົນງານຫຼາຍກວ່າຂັ້ນຕອນການເຮັດວຽກ.
– ພະຍາຍາມຮັກຕົນເອງ
ໃຊ້ເວລາທີ່ມີໃນການເບິ່ງແຍງຕົນເອງ ດ້ວຍການໃສ່ໃຈໃນຊີວິດປະຈຳວັນຂອງຕົນ ເຊັ່ນ: ການອອກກຳລັງກາຍ, ການພັກຜ່ອນໃຫ້ເຕັມທີ່ ແລະ ການກິນອາຫານໃຫ້ຄົບສາມເວລາ.
– ແບ່ງແຍກເລື່ອງວຽກ ແລະ ເລື່ອງສ່ວນຕົວ
ເຮັດວຽກໃນສະເພາະໂມງເຮັດວຽກ ແລະ ໃຊ້ເວລາສ່ວນຕົວຫຼັງຈາກທີ່ເລີກວຽກ ບໍ່ຄວນເອົາທັງສອງເລື່ອງມາລວມກັນ.
– ບໍ່ຄວນໃຫ້ວັດທະນະທຳຂອງຄວາມຟ້າວ (Hustle Culture) ມາຄວບຄຸມເຮົາ
ຫຼາຍໆຄົນໃນສັງຄົມລ້ວນແຕ່ໃຊ້ຊີວິດແບບໄວໆແຂ່ງກັບເວລາ ເພື່ອແຂ່ງຂັນກັນໃນການປະສົບຄວາມສຳເລັດ. ແຕ່ເຮົາຄວນຄິດສະເໝີວ່າເຮົາບໍ່ສາມາດເຮັດທຸກຢ່າງຕາມທີ່ສັງຄົມຕ້ອງການ ແລະ ໃຫ້ຄວາມສຳຄັນກັບຄວາມສົມດຸນໃນຊີວິດໃຫ້ຫຼາຍຂຶ້ນ.
ຮຽບຮຽງໂດຍ: ນ ສຸດາລັດ ອິນທິລາດ
ອ້າງອີງ:
- https://cutt.ly/mL6lT0E
- https://cutt.ly/lL6lFXQ
- The Dangers of Toxic Productivity (linkedin.com)
- https://cutt.ly/HL6lXyB
- https://cutt.ly/IL6lMAD
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment