ສູນຂໍ້ມູນຂ່າວສານທາງດ້ານການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ໄດ້ລາຍງານຕົວເລກ ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນມັງກອນ ປີ 2023 ບັນລຸໄດ້ ປະມານ 935 ລ້ານໂດລາ. ໃນນີ້, ມູນຄ່າການສົ່ງອອກ ປະມານ 461 ລ້ານໂດລາ, ມູນຄ່າການນໍາເຂົ້າ ປະມານ 474 ລ້ານໂດລາ ແລະ ຂາດດຸນການຄ້າ ປະມານ 13 ລ້ານໂດລາ ໂດຍສິນຄ້າຕົ້ນຕໍທີ່ ສປປ ລາວ ສົ່ງອອກໄດ້ແກ່ ມັນຕົ້ນ, ຄຳປະສົມ ຄຳແທ່ງ ແລະ ແຮ່ທອງ.
ໂດຍສິນຄ້າສົ່ງອອກທັງໝົດ ປະມານ 461 ລ້ານໂດລາ. ໃນນີ້, ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ມັນຕົ້ນ ປະມານ 89 ລ້ານໂດລາ, ຄຳປະສົມ ແລະ ຄຳແທ່ງ ປະມານ 59 ລ້ານໂດລາສະຫະລັດ, ແຮ່ທອງ ປະມານ 29 ລ້ານໂດລາ, ເກືອກາລີ ປະມານ 27 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ປະມານ 27 ລ້ານໂດລາ, ໝາກກ້ວຍ ປະມານ 24 ລ້ານໂດລາ, ເຄື່ອງນຸ່ງຫົ່ມ ປະມານ 23 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍປະມານ 17 ລ້ານໂດລາ, ນ້ຳຕານ ປະມານ 16 ລ້ານໂດລາ ແລະ ແຮ່ເຫຼັກ ປະມານ 13 ລ້ານໂດລາ.

ສ່ວນສິນຄ້ານຳເຂົ້າທັງໝົດແມ່ນມີ ປະມານ 474 ລ້ານໂດລາ. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບ ໄດ້ແກ່: ນ້ຳມັນກາຊວນ ປະມານ 93 ລ້ານໂດລາ, ອຸປະກອນກົນຈັກ ປະມານ 34 ລ້ານໂດລາ, ພາຫະນະທາງບົກ ປະມານ 32 ລ້ານໂດລາ, ນ້ຳມັນແອັດຊັງ ປະມານ 21 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ ປະມານ 20 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ ປະມານ 19 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ ປະມານ 16 ລ້ານໂດລາ, ສາຍໄຟຟ້າ ແລະ ເຄເບິນ ປະມານ 14 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ປະມານ 12 ລ້ານໂດລາ ແລະ ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 11 ລ້ານໂດລາ.

ປະເທດ ທີ່ ສປປ ລາວ ສົ່ງອອກ 05 ອັນດັບ ໄດ້ແກ່: ຈີນ ປະມານ 156 ລ້ານໂດລາ, ໄທ ປະມານ 128 ລ້ານໂດລາ, ຫວຽດນາມ ປະມານ 65 ລ້ານໂດລາ, ອອສເຕຣເລຍ ປະມານ 41 ລ້ານໂດລາ ແລະ ສະວິດເຊີແລນ ປະມານ 14 ລ້ານໂດລາ.
ສ່ວນປະເທດ ທີ່ ສປປ ລາວ ນໍາເຂົ້າ 05 ອັນດັບ ໄດ້ແກ່: ໄທ ປະມານ 255 ລ້ານໂດລາ, ຈີນ ປະມານ 121 ລ້ານໂດລາ, ຫວຽດນາມ ປະມານ 21 ລ້ານໂດລາ, ສະຫະລັດອາເມລິກາ ປະມານ 14 ລ້ານໂດລາ ແລະ ອອສເຕຣເລຍ ປະມານ 12 ລ້ານໂດລາ. ໂດຍຈຳນວນຕົວເລກດັ່ງກ່າວ ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ.

ຢ່າງໃດກໍຕາມ ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ກໍຍັງມີທ່າອ່ຽງລົດລົງເລື້ອຍໆ ນັບຕັ້ງແຕ່ ເດືອນ ກັນຍາ ຂອງປີ 2022 ທີ່ຜ່ານມາ ພາຍໃຕ້ຄວາມພະຍາຍາມຂອງລັດຖະບານ ໃນການລົດການນຳເຂົ້າສິນຄ້າຈາກຕ່າງປະເທດ ເພື່ອສົ່ງເສີມການຜະລິດພາຍໃນ ໃຫ້ມີຄວາມເຂັ້ມແຂງ ແລະ ກຸ້ມຕົນເອງ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/