ທາງລົດໄຟລາວ-ຈີນ ຂົນສົ່ງຜູ້ໂດຍສານຫຼາຍກວ່າ 10.000 ຄົນ ພາຍໃນ 1 ມື້

ທາງລົດໄຟລາວ-ຈີນ

ໃນວັນ​ທີ 4 ມີນາ​ນີ້, ການຂົນສົ່ງຜູ້ໂດຍສານຂອງ​ທາງ​ລົດ​ໄຟ​ລາວ​-ຈີນ ໄດ້​ຖີບ​ຕົວ​ຂຶ້ນ​ສູ່​ລະດັບ​ສູງ​ສຸດ, ​ໃນ​ມື້​ດຽວ​ມີ​ຜູ້​ໂດຍສານສູງສຸດເຖິງ 10.000 ​ເທື່ອຄົນ, ລວມເປັນຈຳນວນກວ່າ 10.197​ ເທື່ອ​ຄົນ, ​ເປັນ​ສະຖິຕິການຂົນສົ່ງຜູ້ໂດຍສານ​ສູງ​ສຸດ​ນັບ​ແຕ່​ເສັ້ນທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ເປີດ​ໃຫ້ບໍລິການເປັນຕົ້ນມາ​.

ບໍລິສັດທາງລົດໄຟລາວ-ຈີນລາຍງານໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ກຸມພາ ປີນີ້, ເສັ້ນທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 417.400 ເທື່ອຄົນ, ເພີ່ມຂຶ້ນ 256.2% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ຂົນສົ່ງສິນຄ້າໄດ້ 647.700 ໂຕນ, ເພີ່ມຂຶ້ນ 320% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສະແດງໃຫ້ເຫັນທ່າອ່ຽງທີ່ດີໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ.

ທາງລົດໄຟລາວ-ຈີນ

​ເພື່ອ​ຮັບປະກັນ​ໃຫ້​ຜູ້​ໂດຍສານໄດ້ເດີນທາງໄປມາໄດ້ຢ່າງສະດວກສະບາຍ, ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ ​ໄດ້ຕິດຕາມ​ສັງເກດຮູບແບບການໄຫຼວຽນຂອງຜູ້ໂດຍສານ ແລະ ຈັດຕັ້ງຂະບວນລົດໄຟໃນການໃຫ້ບໍລິການຂົນສົ່ງ ເພື່ອຮອງຮັບປະລິມານຜູ້ໂດຍສານໄດ້ຢ່າງຖືກຕ້ອງ, ດຳເນີນການຢ່າງມີ​ວິທະຍາສາດ, ປັບປຸງ​ແຜນການເດີນລົດ ແລະ ຂະຫຍາຍເວລາໃນການຊື້ປີ້​ໃຫ້​ດີຂຶ້ນ​, ໃນການຮັບຮອງຜູ້ໂດຍສານກໍນຳໃຊ້​ລົດ​ໄຟ EMU ສອງຂະບວນຕໍ່ໃສ່ກັນ, ​ເພີ່ມ​ຈຳນວນຕູ້​ລົດ​ໄຟທຳມະດາ​ເປັນ 12 ຕູ້. ນອກຈາກນີ້ ຍັງ​ເພີ່ມ​ທະວີ​ຄວາມ​ສາມາດ​ດ້ານ​ພາສາ​ຂອງ​ພະນັກງານ​ສະຖານີ ​ແລະ ເທິງ​ລົດ​ໄຟ​ໃຫ້ສາມາດນຳໃຊ້ທັງພາສາ ຈີນ, ອັງກິດ, ​ໄທ, ​ແລະ ອື່ນໆ ເພື່ອໃຫ້​ສອດຄ່ອງກັບການບໍລິການ​ຂອງ​ຜູ້​ໂດຍສານ​ລະດັບສາກົນ, ບໍ່ຢຸດທີ່ຈະພັດທະນາ ແລະ ຍົກສູງຄຸນະພາບການບໍລິການ​ຢູ່ເລື້ອຍໆ.

ພ້ອມດຽວກັນນັ້ນ, ໜ່ວຍງານທີ່ກ່ຽວຂ້ອງທາງລົດໄຟກໍຈັດຕັ້ງພະນັກງານຮັບຜິດຊອບປະຈຳການເຂົ້າໄປກວດສອບ, ຮັກສາຄວາມປອດໄພໃນການເຂົ້າ-ອອກສະຖານີ, ບ່ອນຂຶ້ນລົງລົດໄຟ ແລະ ອື່ນໆ, ຮັບປະກັນໃຫ້ການອອກເດີນທາງຂອງຜູ້ໂດຍສານເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ.

ທາງລົດໄຟລາວ-ຈີນ

ຂອບໃຈຂໍ້ມູນຈາກ:

https://bit.ly/3YqRIm1

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/