ໃນຄວາມເປັນຈິງໂຣກໄພອັນຕະລາຍຮ້າຍແຮງຂອງຜູ້ຍິງໂດຍສະເພາະກໍມີບໍ່ຫຼາຍໂຣກປານໃດດອກ ແຕ່ໜື່ງໃນນັ້ນກໍຄື ມະເຮັງປາກມົດລູກ ທີ່ຫຼາຍໆຄົນເຄີຍສົງໄສວ່າຕົນເອງກຳລັງສ່ຽງ ຫຼື ກຳລັງຈະເປັນມະເຮັງປາກມົດລູກຢູ່ ຫຼື ບໍ່? ເວລາທີ່ເຈັບທ້ອງປະຈຳເດືອນໜັກໆຖືວ່າເປັນສັນຍານເຕືອນໄພໂຣກນີ້ ຫຼືບໍ່? ພວກເຮົາໄດ້ຫາຄຳຕອບມາໃຫ້ເປັນທີ່ຮຽບຮ້ອຍດັ່ງລຸ່ມນີ້ເລີຍເຈົ້າ..
ອາການມະເຮັງປາກມົດລູກມີຄື.
- ມີເລືອດໄຫຼອອກຊ່ອງຄອດແບບບໍ່ຮູ້ສາເຫດເຊັ່ນ: ຂະນະ ຫຼື ພາຍຫຼັງມີເພດສຳພັນ ແລະ ຫຼັງກວດພາຍໃນ.
- ຍັງຄົງມີເລືອດອອກຈາກຊ່ອງຄອດ ຫຼັງໝົດປະຈຳເດືອນແລ້ວ ຫຼື ປະຈຳເດືອນມາເລັກໆນ້ອຍໆຜິດປົກກະຕິ
- ມີຕົກຂາວແບບເຫັນໄດ້ຊັດເຈນ ແລະ ອາດມີເລືອດປົນອອກມາ
- ມີອາການເຈັບໃນຂະນະມີເພດສຳພັນ
- ມີສານຄັດຫຼັງອອກມາຈາກຊ່ອງຄອດຫຼາຍຜິດປົກກະຕິ ຫຼື ອາດປົນເລືອດ
- ປັດສະວະຫຼາຍເກີນໄປ ຫຼື ອາດປວດບວມ, ປັດສະວະບໍ່ອອກ
- ອ່ອນເພຍ ບໍ່ມີເຫື່ອແຮງ
- ເບື່ອອາຫານ, ຊຸດໂຊມ ນ້ຳໜັກລົງແບບບໍ່ຮູ້ສາເຫດ
- ເຈັບທ້ອງນ້ອຍ
- ຫາກອາການຮຸນແຮງຂຶ້ນອາດຈະມີອາການອື່ນຮ່ວມດ້ວຍເຊັ່ນ: ຂາບວມ, ປວດຫຼັງ ຫຼື ປັດສະວະມີເລືອດປົນ ເປັນຕົ້ນ.

ຈະເຫັນວ່າອາການທີ່ເຫັນໄດ້ຊັດເຈນຄືມີເລືອດອອກຈາກຊ່ອງຄອດໃນຂະນະ ຫຼື ຫຼັງມີເພດສຳພັນ ລວມໄປເຖິງອາການຕົກຂາວທີ່ອາດມີເລືອດປົນ ຫາກພົບອາການດັ່ງກ່າວບວກກັບອາການໃນຂໍ້ອື່ນໆ ຄວນພົບທ່ານໝໍໂດຍດ່ວນ ແຕ່ເຖິງມະເຮັງປາກມົດລູກຈະອັນຕະລາຍຮ້າຍແຮງແຕ່ວ່າມັນກໍຍັງມີວິທີປ້ອງກັນ ເຊິ່ງຈະກ່າວເຖິງໃນຂໍ້ຕໍ່ໆໄປ.
ມະເຮັງປາກມົດລູກພົບໄດ້ໃນຜູ້ປ່ວຍແບບໃດ ?
ຈາກຂໍ້ມູນໜື່ງທີ່ມີຄວາມໜ້າສົນໃຈ ໂດຍເປັນຂໍ້ມູນທີ່ມາຈາກການສຳຫລວດສະຖິຕິທົ່ວໂລກພົບວ່າ ມະເລັງປາກມົດລູກນັ້ນ ເປັນໂຣກອັນດັບທີ 2 ທີ່ຈະພົບໄດ້ໃນເພດຍິງຮອງລົງມາຈາກ ມະເຮັງເຕົ້ານົມ ເຊິ່ງຂໍ້ມູນນີ້ລວມເຖິງໃນປະເທດເຮົາອີກດ້ວຍ. ມະເຮັງປາກມົດລູກຍັງເປັນໂຣກທີ່ມັກເກິດຂື້ນໃນໄວຜູ້ໃຫຍ່ທີ່ມີຊ່ວງອາຍຸຕັ້ງແຕ່ 30-70 ປີ ແຕ່ຈະພົບຫຼາຍໃນຊ່ວງອາຍຸ 45-55 ປີ ແຕ່ບໍ່ຄ່ອຍກວດພົບໃນຜູ້ຍິງທີ່ມີອາຍຸຕໍ່າກວ່າ 30 ປີ ລົງມາ ແລະ ຜູ້ສູງອາຍຸທີ່ມີອາຍຸຫຼາຍກວ່າ 70 ປີຂື້ນໄປ.
ຜູ້ຍິງຄວນເລີ່ມກວດຫາມະເຮັງປາກມົດລູກເມື່ອໃດ ?
ໃນການເລີ່ມກວດມະເຮັງປາກມົດລູກນັ້ນ ຜູ້ຍິງທີ່ມີເພດສຳພັນທຸກຊ່ວງອາຍຸຄວນຈະເດິນທາງໄປກວດຄັດກອງມະເຮັງປາກມົດລູກຢູ່ສະເໝີ ຫຼື ທີ່ເອີ້ນກັນວ່າ ການກວດ Smear ຢ່າງນ້ອຍປີລະ 1 ເທື່ອ ສ່ວນຜູ້ຍິງທີ່ບໍ່ເຄີຍມີເພດສຳພັນຄວນເລິ່ມກວດເມື່ອມີອາຍຸປະມານ 21-25 ປີຂື້ນໄປ ເຊິ່ງຫາກພົບຄວາມຜິດປົກກະຕິ ທ່ານໝໍກໍອາດກວດສ່ວນອື່ນໆ ເພິ່ມຕື່ມເຊັ່ນ: ການກວດ Smear ຊ້ຳ ຫຼື ນັດກວດ Smear ຫຼາຍຂື້ນ ຫຼື ພິຈາລະນາຕັດກ້ອນເນື້ອປາກມົດລູກເພື່ອນຳໄປກວດທາງພະຍາດວິທະຍາ ທັ້ງນີ້ກໍຂື້ນຢູ່ກັບປັດໄຈສ່ຽງຂອງຜູ້ປ່ວຍ ລວມເຖິງດຸນພິນິດຂອງທ່ານໝໍເປັນສິ່ງສຳຄັນ.
ໄລຍະຂອງການເກິດມະເລັງປາກມົດລູກ

ໄລຍະເລີ່ມຕົ້ນ ຫຼື ໄລຍະທີ 0
ເປັນໄລຍະເລີ່ມທຳອິດກ່ອນທີ່ຈະກາຍເປັນມະເຮັງ ເປັນໄລຍະທີ່ເຊວຂອງປາກມົດລູກເລີ່ມມີການປ່ຽນແປງແຕ່ກໍສາມາດກວດພົບໄດ້ຈາກກວດ Smear ເຊິ່ງຫາກເປັນການກວດຮ່າງກາຍທຳມະດາກໍບໍ່ອາດພົບຄວາມຜິດປົກກະຕິໄດ້.
ໄລຍະທີ 1
ເປັນໄລຍະທີ່ເຊວມະເຮັງເລີ່ມກໍ່ຕົວຂຶ້ນສະເພາະທີ່ບໍລິເວນປາກມົດລູກເທົ່ານັ້ນ
ໄລຍະທີ 2
ເປັນໄລຍະທີ່ມະເຮັງຈະແຜ່ລາມອອກຈາກບໍລິເວນປາກມົດລູກໄປຍັງບໍລິເວນຊ່ອງຄອດສ່ວນເທິງ ຫຼື ທີ່ບໍລິເວນອຸ້ງເຊິງການ ແຕ່ຍັງບໍ່ລຸກລາມໄປຈົນເຖິງບໍລິເວນຜິວດ້ານໃນອຸ້ງເຊິງການ
ໄລຍະທີ 3
ເປັນໄລຍະທີ່ມະເຮັງປາກມົດລູກລາມໄປຈົນເຖິງຜິວດ້ານໃນອຸ້ງເຊິງການ ຫຼື ກ້ອນມະເຮັງນັ້ນອາດມີການກົດທັບບໍລິເວນທໍ່ຫມາກໄຂ່ຫລັງເຮັດໃຫ້ການເຮັດວຽກຂອງຫມາກໄຂ່ຫລັງເສື່ອມລົງຈົນດ້ານນັ້ນໆ ບໍ່ເຮັດວຽກ ຫຼື ອາດເກິດຂື້ນໄດ້ກັບຫມາກໄຂ່ຫລັງທັ້ງ 2 ຂ້າງ.
ໄລຍະທີ 4
ເປົນໄລຍະທີ່ມະເຮັງປາກມົດລູກຈະລາມເຂົ້າໄປສູ່ອະໄວຍະວະຂ້າງຄຽງໄດ້ແກ່ ກະເພາະປັດຊະວະ, ລຳໄສ້ໃຫຍ່ ແລະ ທະວານໜັກ ຫຼື ເຊວມະເຮັງນັ້ນອາດແຜ່ໄປຍັງອະໄວຍະວະອື່ນໆໄດ້ເຊັ່ນ: ກະດູກ, ປອດ, ສະໝອງ ແລະ ຕ່ອມນ້ຳເຫຼືອງ.

ມະເຮັງປາກມົດລູກມີອາການແບບໃດ ?
ໃນຊ່ວງໄລຍະກ່ອນທີ່ຈະເລິ່ມປ່ວຍເປັນມະເຮັງປາກມົດລູກ ຫຼື ໃນໄລຍະເລີ່ມທຳອິດນັ້ນ ຜູ້ປ່ວຍອາດບໍ່ມີອາການທີ່ສະແດງໃຫ້ເຫັນແບບຊັດເຈນໄດ້ເລີຍ ແຕ່ສາມາດຮູ້ໄດ້ຈາກການກວດຄັດກອງມະເຮັງປາກມົດລູກໂດຍເມື່ອເລິ່ມເປັນຫຼາຍຈະມີອາການທີ່ພົບຫຼາຍໄດ້ແກ່: ການມີເລືອດອອກຜິດປົກກະຕິຈາກຊ່ອງຄອດ ເຊິ່ງອາດຈະເປັນເລືອດທີ່ອອກເລັກໆນ້ອຍໆໃນຊ່ວງລະຫວ່າງຮອບເດືອນ, ມີປະຈຳເດືອນທີ່ດົນຜິດປົກກະຕິ, ມີເລືອດອອກຈາກຊ່ອງຄອດຊ່ວງຫຼັງພົ້ນໄວໝົດປະຈຳເດືອນຖາວອນໄປແລ້ວ ຫຼື ອາດມີເລືອດອອກເວລາທີ່ມີເພດສຳພັນຈາກປົກກກະຕິທີ່ບໍ່ເຄີຍມີ ລວມເຖິງໃນຜູ້ປ່ວຍລາງຄົນອາດມີອາການຕົກຂາວຫຼາຍຜິດປົກຕິ ມີກິ່ນເໝັນ ແລະ ມີເລືອດອອກມາອີກດ້ວຍ ລວມໄປເຖິງໃນຜູ້ປ່ວຍບາງຄົນອາດມີອາການເຈັບຂະນະທີ່ມີເພດສຳພັນ.

ຫາກວ່າມະເຮັງໄດ້ລຸກລາມໄປຫຼາຍຂື້ນ ຫຼື ລຸກລາມໄປຍັງອະໄວຍະວະອື່ນໆ ໃນບໍລິເວນໃກ້ຄຽງກໍອາດເຮັດໃຫ້ມີອາການປວດຫຼັງ ຫຼື ປວດກົ້ນກົບ ຫຼື ປວດຫຼັງລ່ວງລົງໄປຂາ ເຊິ່ງຫາກອາການທີ່ເປັນໄປກົດທັບເສັ້ນປະສາດກໍອາດເຮັດໃຫ້ປັດສະວະເປັນເລືອດ ຫຼື ຖ່າຍເປັນເລືອດ ແລະ ຫາກວ່າເກິດການລຸກລາມເຂົ້າໄປຍັງກະເພາະປັດສະວະ ຫຼື ລຳໄສ້ໃຫຍ່ ກໍອາດເຮັດໃຫ້ຂາບວມ ໂດຍຫາກເກິດການລຸກລາມໄປກົດທັບທໍ່ນ້ຳເຫຼືອງໃນອຸ້ງເຊິງການ ຫຼື ເຮັດໃຫ້ທໍ່ນ້ຳເຫຼືອງເຫຼົ່ານັ້ນອັດຕັນກໍຈະເຮັດໃຫ້ມີການປັດສະວະຜິດປົກກະຕິ ຫຼື ມີອາການຫມາກໄຂ່ຫລັງຫລົ້ມເຫລວກະທັນຫັນໄດ້.
ການກວດຄັດກອງມະເຮັງປາກມົດລູກ
- ການກວດ Smear :
ໃນວິທີນີ້ທ່ານໝໍຈະໃຊ້ໄມ້ພາຍເກັບເນື້ອເຍື່ອທີ່ບ່ອນບໍລິເວນປາກມົດລູກ ຈາກນັັ້ນກໍຈະສົ່ງໄປກວດໃນຫ້ອງປະຕິບັດການ ເຊິິ່ງເປັນວິທີທີ່ຕ້ອງໃຊ້ເວລາດົນພໍສົມຄວນທີ່ຈະຮູ້ຜົນວ່າເປັນມະເຮັງປາກມົດລູກ ຫຼືບໍ່
- Tin PrEP :
ວິທີທີ່ພັດທະນາມາຈາກການກວດແບບສະເມຍ ໂດຍມີຄວາມແນ່ນອນ ແລະ ປະສິດຕິພາບທີ່ເພິ່ມຫຼາຍຂື້ນທ່ານໝໍຈະເຮັດການເກັບເຊວທີ່ບໍລິເວນປາກມົດລູກດ້ວຍອຸປະກອນສະເພາະ ຈາກນັ້ນກໍຈະນຳເຊວທີ່ໄດ້ເກັບລົງໃນຕຸກນ້ຳ ແລ້ວຈື່ງນຳສົ່ງໄປກວດຍັງຫ້ອງປະຕິບັດການຕໍ່ໄປ.
- ການກວດແບບເຈາະເລິກເຖິງລະດັບ DNA :
ວິທີນີ້ຈະເປັນການກວດດ້ວຍການທົດສອບ Thin Prep Plus Cervista HPV DNA ເຊິ່ງການກວດຫາມະເຮັງປາກມົດລູກແລ້ວກໍຈະມີການກວດແບບເຈາະເລິກຂື້ນໄປວ່າມີການຕິດເຊື້ອ HPV16 ແລະ 18 ຫຼືບໍ່ ໂດຍການກວດດ້ວຍວິທີນີ້ຈະຊ່ວຍບອກຄວາມສ່ຽງຂອງການເກິດມີໂຣກແອບແຝງໄດ້.
ສຳຫຼັບການກວດຄັດກອງມະເຮັງປາກມົດລູກຊ່ວງການກວດທີ່ດີທີ່ສຸດນັ້ນຄື ເອົາທີ່ຢູ່ບ່ອນກາງໂດຍ 1 ເດືອນຈະແບ່ງອອກເປັນ 3 ຊ່ວງ ຊ່ວງລະ 10 ມື້ ໂດຍເປັນມື້ທຳອິດທີ່ມີປະຈຳເດືອນໃຫ້ນັບເປັນມື້ທີ 1 ແລະ ນັບຕໍ່ໄປວັນທີ 11 ຫຼັງຈາກທີ່ມີປະຈຳເດືອນມື້ທໍາອິດໄປຈົນເຖິງວັນທີ 20 ເຊິ່ງຄ່າບ່ຽງເບນນັ້ນຈະມີນ້ອຍກວ່າ ນັບວ່າເປັນຊ່ວງເວລາທີ່ເໝາະສົມໃນການກວດຄັດກອງຫຼາຍທີ່ສຸດ.
ເມື່ອພົບວ່າ ເປັນມະເຮັງປາກມົດລູກ ຕ້ອງເຮັດແນວໃດ ?

ເມື່ອມະເຮັງປາກມົດລູກທີ່ຫາກໍເກິດຂື້ນໃນໄລຍະທຳອິດ ການຜ່າຕັດນັບວ່າເປັນວິທີທີ່ໃຫ້ຜົນດີຫຼາຍທີ່ສຸດແຕ່ຫາກປ່ອຍໄວ້ຈົນເກິດການແຜ່ລາມແລ້ວ ທ່ານໝໍຈະແນະນຳໃຫ້ໃຊ້ຣັງສີເພື່ອສ່ອງແສງຮ່ວມກັບການໃສ່ແຮ່ ຫຼື ປະສົມປະສານກັບການຜ່າຕັດດ້ວຍຣັງສີ ແລະ ໃຫ້ຢາເຄມີບຳບັດ ໂດຍຕ້ອງໃຫ້ທ່ານໝໍ ແລະ ບຸກຄະລາກອນທາງການແພດທີ່ຊ່ຽວຊານເທົ່ານັ້ນເປັນຜູ້ລົງມື

ແມ່ນຫຍັງ ? ຄືຄວາມສ່ຽງຂອງມະເຮັງປາກມົດລູກ
ເມື່ອຜູ້ປ່ວຍກວດພົບແລ້ວວ່າມີຄວາມສ່ຽງທີ່ຈະເປັນມະເຮັງປາກມົດລູກຂັ້ນທຳອິດກໍຈະຕ້ອງທຳໃຈຍອມຮັບ ແລະ ເຂັ້ມແຂງເພື່ອໃຫ້ການຮັກສາເປັນໄປຕາມຂັ້ນຕອນ ແລະ ມີໂອກາດທີ່ດີຂື້ນບໍ່ເຊັ່ນນັ້ນຫາກເຮົາມີພາວະຄຽດ ຄິດຫຼາຍ ຫຼື ມີປັດໄຈອື່ນໆເຂົ້າມາກະທົບກັບສິ່ງທີ່ເປັນຢູ່ກໍອາດເຮັດໃຫ້ມະເຮັງແຜ່ກະຈາຍໄປທົ່ວຮ່າງກາຍໄດ້ຫຼາຍກວ່າເກົ່າ ແລ້ວປັດໄຈໃດທີ່ເຂົ້າມາເຮັດໃຫ້ມີຄວາມສ່ຽງທີ່ໂຣກພັດທະນາສູງຂື້ນ.
- ເລິ່ມມີເພດສຳພັນເປັນເທື່ອທຳອິດໃນໄວໜຸ່ມສາວ
- ມີຄູ່ນອນຫຼາຍຄົນ
- ສູບຢາ
- ມານດາໃຊ້ຍາ Dietillstil bastroll ໃນລະຫວ່າງທີ່ກໍາລັງຕັ້ງຄັນ
- ມີພູມຕ້ານທານທີ່ບົກພ່ອງ
ແພດບົ່ງມະຕິມະເຮັງປາກມົດລູກແບບໃດ ?

ໃນການບົ່ງມະຕິມະເຮັງປາກມົດລູກນັ້ນ ທ່ານໝໍຈະເຮັດການກວດທາງຊ່ອງຄອດພ້ອມກັບກວດໜ້າທ້ອງລວມເຖິງການກວດທາງທະວານໜັກເພື່ອທີ່ຈະໄດ້ເຫັນຜົນປາກມົດລູກແບບຊັດເຈນ ເພື່ອເປັນການກວດການແຜ່ລາມຂອງໂຣກພາຍໃນອະໄວຍະວະຂ້າງຄຽງດ້ວຍ, ແຕ່ສ່ວນຫຼາຍຈະກວດພົບທາງທະວານໜັກ ຖ້າຫາກພົບກ້ອນເນື້ອ ແລະ ບາດແຜ ທ່ານໝໍກໍຈະເຮັດການຜ່າຕັດກ້ອນເນື້ອເພື່ອກວດທາງພະຍາດວິທະຍາ ສ່ວນໃນກຸ່ມຜູ້ປ່ວຍທີ່ບໍ່ພົບເນື້ອ ຫຼື ບາດແຜທີ່ຊັດເຈນແຕ່ຈາການກວດ ແປບສະເມຍ ມີຄວາມສົງໄສກ່ຽວກັບຄວາມຜິດປົກກະຕິ ທ່ານໝໍກໍອາດເຮັດການກວດເພິ່ມ ດ້ວຍກ້ອງຂະຫຍາຍທີ່ເອີ້ນວ່າ Colposcope ຈາກນັ້ນກໍຈະພິຈາລະນະຕັດກ້ອນເນື້ອໃນສ່ວນທີ່ຜິດປົກກະຕິເພື່ອສົ່ງກວດທາງພະຍາດເພິ່ມເຕີມຕໍ່ໄປ.
ວິທີປ້ອງກັນ ມະເຮັງປາກມົດລູກ
- ກວດສຸຂະພາບຫາມະເຮັງປາກມົດລູກປີລະເທື່ອໂດຍສະເພາະຜູ້ຍິງທີ່ອາຍຸ 30 ປີຂື້ນໄປ
- ຜູ້ຍິງທີ່ໃຊ້ວິທີຄຸມກຳເນິດດ້ວຍ hormone ເຊັ່ນ: ຢາເມັດຄຸມກຳເນິດ ຄວນກວດຫາມະເຮັງປາກມົດລູກທຸກໆ 6 ເດືອນ
- ລົດການດື່ມແອວກໍຮໍ ແລະ ສູບຢາ
- ດູແລຮັກສາສຸຂະພາບໃຫ້ແຂງແຮງໝັ່ນສັງເກດອາການຜິດປົກກະຕິຂອງຮ່າງກາຍຢູ່ສະເໝີ
- ຂ່າວດີຄືມີວັກຊີນປ້ອງກັນໂຣກມະເຮັງປາກມົດລູກສາມາດຕິດຕໍ່ໂຮງໝໍເພື່ອຂໍສັກວັກຊີນໄດ້ເລີຍ.

ເພາະສະນັ້ນຢ່າລືມກວດສຸຂະພາບເປັນປະຈຳທຸກປີ ແລະ ກວດພາຍໃນເພື່ອຫາມະເຮັງປາກມົດລູກນຳກັນ ເພື່ອໃຫ້ຮູ້ທັນໂຣກ ແລະ ເພື່ອຮັກສາສຸຂະພາບຮ່າງກາຍຂອງທ່ານ.
ທີ່ມາ: https://www.sanook.com/health/2509/