ແຕ່ລະຄົນຍ່ອມມີນິດໄສການເຮັດວຽກທີ່ແຕກຕ່າງກັນໄປ ບາງຄົນມັກນັ່ງເຮັດວຽກງຽບໆຄົນດຽວ ໃນຂະນະທີ່ບາງຄົນ ມັກເປີດເພງຟັງຄຽງຄູ່ກັບການເຮັດວຽກໄປພ້ອມ ແຕ່ສິ່ງສຳຄັນຄື ການເຮັດວຽກໃນຮູບແບບໃດຈະຊ່ວຍໃຫ້ເຮົາສ້າງສັນຜົນງານ ແລະ ເຮັດວຽກອອກມາໄດ້ດີກວ່າກັນ?
ເຊື່ອວ່າຫຼາຍຄົນອາດເຄີຍຄິດວ່າການຟັງເພງໄປພ້ອມ ແລະ ເຮັດວຽກໄປພ້ອມກັນ ມັນຈະລົບກວນສະມາທິສົ່ງຜົນໃຫ້ໜ້າວຽກນັ້ນໆເຮັດອອກມາບໍ່ໄດ້ດີ ຫຼື ບໍ່ສຳເລັດ. ແຕ່ທ່ານຮູ້ບໍ່? ຈາກລາຍງານການວິໄຈສະຫຼຸບໄວ້ວ່າ ສຽງເພງນັ້ນປຽບຄືກັບ Music Therapy ການເປີດເພງ ຫຼື ມີດົນຕີໃນລະຫວ່າງການເຮັດວຽກ ຈະເຮັດໃຫ້ຮູ້ສຶກຜ່ອນຄາຍ ສົ່ງຜົນໃຫ້ເຮົາສາມາດສ້າງສັນຜົນງານອອກມາເປັນທີ່ເພິ່ງພໍໃຈ ພ້ອມທັງຊ່ວຍໂຟກັສກັບວຽກໄດ້ຫຼາຍຂຶ້ນ ແລະ ຮັບມືກັບຄວາມກົດດັນໄດ້ດີອີກດ້ວຍ.
Teresa Lesiuk ຜູ້ຊ່ຽວຊານດ້ານດົນຕີບຳບັດ ຍັງກ່າວອີກວ່າ ພະນັກງານທີ່ມັກຟັງເພງໃນຂະນະເຮັດວຽກ ຈະສຳເລັດວຽກໄວຂຶ້ນ ແລະ ມີໄອເດຍຫຼາຍກວ່າຄົນທີ່ນັ່ງເຮັດວຽກແບບງຽບໆ.
ກົງກັນຂ້າມ, ຈາກການຄົ້ນຄວ້າ Cambridge Sound Management ແນະນໍາວ່າເພງທີ່ມີເນື້ອຮ້ອງຈະລົບກວນການເຮັດວຽກ ເພາະເຮົາຈະໂຟກັສກັບເພງແທນ ສົ່ງຜົນກະທົບຕໍ່ວຽກ ອອກມາບໍ່ໄດ້ດີ, ມີຈຸດຜິດພາດ ນຳໄປສູ່ການເຮັດວຽກບໍ່ສໍາເລັດ.
ນອກນີ້, ທ່ານ Josh Davis, ນັກວິໄຈ ເຈົ້າຂອງປຶ້ມ Two Awesome Hours ມີຄວາມຄິດເຫັນໂດຍກ່າວວ່າ: ດົນຕີທີ່ດີທີ່ສຸດໃນລະຫວ່າງການເຮັດວຽກຄື: “ຄວາມງຽບ” ເຊິ່ງລາວໄດ້ແນະນຳເພີ່ມເຕີມວ່າ ໃນໄລຍະເວລາ 2 ຊົ່ວໂມງຄວນເປັນເວລານັ່ງເຮັດວຽກແບບມິດໆ ແຕ່ໃນເວລາອື່ນໆເຊັ່ນ: ເວລາຈັດແຈງວຽກ, ສະຫຼຸບວຽກ, ກວດເບິ່ງອີເມວ ຫຼື ວຽກທີ່ບໍ່ໄດ້ໃຊ້ສະມາທິ ສາມາດຟັງເພງເຕີມພະລັງ ຫຼື ກະຕຸ້ນຕົນເອງກໍເປັນການດີ.

ແນວໃດກໍຕາມ ການເຮັດວຽກທັງສອງຮູບແບບຕ່າງກໍມີຂໍ້ດີ ແລະ ຂໍ້ເສຍແຕກຕ່າງກັນໄປຂຶ້ນກັບຄວາມລຶ້ງເຄີຍຂອງແຕ່ລະຄົນ.
ໂດຍມີການຄົ້ນຄວ້າທີ່ສຶກສາເຖິງຜົນຂອງດົນຕີແຕ່ລະປະເພດ ເຊິ່ງພົບວ່າດົນຕີແຕ່ລະປະເພດນັ້ນສົ່ງຜົນຕໍ່ການເຮັດວຽກທີ່ແຕກຕ່າງກັນໄປໂດຍແບ່ງອອກເປັນ 5 ປະເພດຄື:
1.ປະເພດສຽງດົນຕີທໍາມະຊາດຊ່ວຍເພີ່ມຄວາມຈື່ຈຳ
ສຽງດົນຕີທຳມະຊາດເຊັ່ນ: ຄື້ນທະເລ, ນ້ໍາຕົກ, ນົກຮ້ອງ ຫຼື ລົມ ຊ່ວຍໃຫ້ສະໜອງຜ່ອນຄາຍ, ຈື່ຈຳ ແລະ ຈົດຈໍ່ໃນວຽກທີ່ກຳລັງເຮັດຫຼາຍຂຶ້ນ ທັງເຮັດໃຫ້ຜູ້ຟັງຮູ້ສຶກສະບາຍໃຈ ອັນສົ່ງຜົນໃຫ້ຜະລິດຜົນງານອອກມາໄດ້ດີຂຶ້ນ.
2.ປະເພດດົນຕີບັນເລງ ຊ່ວຍສ້າງຄວາມສະຫງົບ ນັ່ງເຮັດວຽກດົນໆໂດຍບໍ່ໜ້າເບື່ອ.
ສຳລັບຄົນທີ່ນັ່ງເຮັດວຽກເປັນເວລາດົນ ແນະນຳໃຫ້ຟັງດົນຕີທີ່ບໍ່ມີເນື້ອຮ້ອງ ຈະຊ່ວຍສ້າງຄວາມສະຫງົບ ແລະ ມີສະມາທິຫຼາຍຂຶ້ນ.
3.ປະເພດເພງດົນຕີເບສໜັກໆ ກະຕຸ້ນຕ່ອມຄວາມຄິດສ້າງສັນ.
ໂດຍການສຶກສາໃນປີ 2005 ພົບວ່າດົນຕີເບສ-ໜັກ ເຊັ່ນ: ດົນຕີຣັອກ ຊ່ວຍເພີ່ມພະລັງງານ, ກະຕຸ້ນອາລົມໃຫ້ມີຊີວິດຊີວາຫຼາຍຂຶ້ນ ປະເພດດົນຕີນີ້ແມ່ນເໝາະສົມສໍາລັບການເຮັດວຽກທີ່ຕ້ອງການຄວາມຄິດສ້າງສັນ, ກະຕຸ້ນສະໝອງໃຫ້ຕື່ນຢູ່ຕະຫຼອດເວລາ ແລະ ມັນຍັງເໝາະສົມສໍາລັບການຟັງກ່ອນເຂົ້າປະຊຸມ ເຊິ່ງເປັນການຊ່ວຍສ້າງຄວາມໝັ້ນໃຈໄດ້ອີກດ້ວຍ.

4.ປະເພດເພງປ໊ອບ ແລະ ເພງແດນຊ໌
ດ້ວຍຈັງຫວະທີ່ມ່ວນຊື່ນຂອງສອງປະເພດເພງນີ້ ຊ່ວຍກະຕຸ້ນອາລົມ ແລະ ຮ່າງກາຍໃຫ້ຕື່ນຕົວຂຶ້ນໄດ້ ມີການວິໄຈບອກໄວ້ວ່າ ຄົນທີ່ຟັງເພງປ໊ອບຈະສາມາດຄີຂໍ້ມູນໄດ້ໄວຂຶ້ນ ແລະ ໄວກວ່າຄົນທີ່ບໍ່ຟັງເພງ 58%.
5.ຟັງເພງທີ່ຕົນເອງມັກ
Teresa Lesiuk ອາຈານສອນປະຈຳວິຊາສຽງດົນຕີບຳບັດ ມະຫາວິທະຍາໄລ Miami ພົບວ່າ ຄົນທີ່ເປີດເພງທີ່ຕົນມັກໃນຂະນະນັ່ງຢູ່ບ່ອນເຮັດວຽກ ຈະຊ່ວຍກະຕຸ້ນຄວາມຄິດສ້າງສັນ, ສ້າງແນວຄວາມຄິດໃໝ່ອອກມາໂດຍບໍ່ຄາດຄິດ ເພາະເພງທີ່ພວກເຮົາມັກຈະຊ່ວຍສ້າງບັນຍາກາດ ເຮັດໃຫ້ອາລົມດີ ແລະ ສະໜອງປອດໂປ່ງເກີດມີໄອເດຍໃໝ່ໆອອກມາ.
ສະຫຼຸບແລ້ວ, ການນັ່ງເຮັດວຽກງຽບໆ ຫຼື ຟັງເພງ ທັງສອງມີຂໍ້ດີ-ຂໍ້ເສຍທີ່ແຕກຕ່າງກັນ ແລະ ຖືໄດ້ວ່າເປັນຄວາມມັກຂອງແຕ່ລະຄົນ. ນອກນີ້ ແຕ່ລະໜ້າວຽກກໍມີຄວາມແຕກຕ່າງກັນ ເພາະບາງຄົນເຮັດວຽກໂດຍບໍ່ຕ້ອງໃຊ້ສະມາທິຫຼາຍ ການເປີດດົນຕີຈະຊ່ວຍລົດຜ່ອນຄວາມໜ້າເບື່ອ. ແຕ່ຖ້າຫາກຕ້ອງການໂຟກັສ, ຕ້ອງການສະມາທິສູງ ການນັ່ງເຮັດວຽກຢູ່ຄົນດຽວຢ່າງງຽບໆອາດຈະຊ່ວຍໃຫ້ວຽກສຳເລັດໄດ້ຫຼາຍຂຶ້ນ.
ອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/