ພໍ່ຫຼົງເອົາຕຸກກະຕາຂອງລູກສາວຍອາຍຸ 4 ປີ ທີ່ບັນທຶກສຽງຫົວໃຈຂອງແມ່ທີ່ເສຍຊິວິດໃສ່ຖົງໄປບໍລິຈາກ ຈຶ່ງປະກາດຕາມຫາຕຸກກະຕາຄືນ


ກາຍເປັນກະແສທີ່ໂດ່ງດັງໄປທົ່ວອາເມຣິກາ ເມື່ອເດັກນ້ອຍອາຍຸ 4 ປີ ໃນລັດເທນເນດຊີ ຂອງປະເທດອາເມຣິກາໄດ້ປະກາດຕາມຫາຕຸກກະຕາທີ່ບັນທຶກສຽງຫົວໃຈຂອງແມ່ທີ່ເສຍຊິວິດເຊິ່ງເປັນສິ່ງສຳຄັນທາງຈິດໃຈສຳລັບເດັກນ້ອຍຄົນນີ້ ຫຼັງຈາກຫຼົງເອົາໃສ່ຖົງໄປບໍລິຈາກ.

ຢ້ອນກັບໄປໃນເດືອນເມສາ 2023 ທີ່ຜ່ານມາ Tylor Kennedy ໄດ້ອອກມາຂໍຄວາມຊ່ວຍເຫຼືອຈາກສະຖານີໂທລະພາບທ້ອງຖິ່ນ ເພື່ອຕາມຫາຕຸກກະຕາໝີຂອງລູກສາວອາຍຸ 4 ປີ ທີ່ໄດ້ຮັບມາຈາກຜູ້ເປັນແມ່ຕູ້ ເຊິ່ງແມ່ຕູ້ໄດ້ເອົາໄຟສຽງການເຕັ້ນຂອງຫົວໃຈຂອງແມ່ເດັກຍິງຄົນທີ່ເສຍຊີວິດໄປແລ້ວ ເອົາໃສ່ໃນຕຸກກະຕາ.

ໂດຍມີການປະກາດຈາກຜູ້ເປັນພໍ່ວ່າ “ພວກເຮົາກຳລັງຕາມຫາຕຸກກະຕາ  Build-A-Bear ສີຜ້າມັດຍ້ອມທີ່ຖືກນຳໄປບໍລິຈາກໂດຍບໍ່ຕັ້ງໃຈ ຕຸກກະຕາໝີນີ້ຄືສິ່ງດຽວທີ່ມີຢູ່ກ່ຽວກັບແມ່ຜູ້ຈາກໄປຂອງເດັກນ້ອຍຜູ້ຍິງນ້ອຍໆຄົນນີ້” ພ້ອມກັບມີຂໍ້ຄວາມຈາກລາຍມືຂຽນວ່າ “ລູກສາວຂ້ອຍຢາກໄດ້ມັນຄືນມາແທ້ໆ” ຕຸກກະຕານີ້ອາດຈະຕິດມາກັບເຄື່ອງບໍລິຈາກອື່ນໆທີ່ພໍ່ຂອງເດັກໄດ້ເອົາໄປບໍລິຈາກຢູ່ຮ້ານ Good Will Industries ທາງດ້ານຄົນເປັນພໍ່ກໍໄດ້ກັບໄປເບິ່ງວ່າຕຸກກະຕານັ້ນຍັງຢູ່ບໍ່ ປາກົດວ່າມັນໄດ້ຫາຍໄປແລ້ວ.

ແຕ່ກໍຍັງມີຕວາມຫວັງຢູ່ມື່ອພະນັກງານບອກວ່າຫາກສິ່ງຂອງໃດທີ່ຖືກບໍລິຈາກມາດ້ວຍຄວາມບໍ່ຕັ້ງໃຈ ຫຼື ມີຄຸນຄ່າທາງຈິດໃຈພວກເຮົາກຳລັງພະຍາຍາມຢ່າງສຸດຄວາມສາມາດເພື່ອກະຈາຍຂ່າວຂອງເດັກຍິງຄົນນີ້ ທີ່ຕ້ອງການຕຸກກະຕາຂອງນ້ອງໃຫ້ກັບມາ.

ເລື່ອງລາວດັງໄກໄປຮອດຫູບໍລິສັດ Build-A-Bear ພະນັກງານຮູ້ສຶກເຫັນໃຈຈຶ່ງໄດ້ຕິດຕໍ່ກັບໄປທາງສະຖານີໂທລະພາບ ແລະ ຄອບຄົວເພື່ອຫາຂໍ້ມູນຕ່າງໆ ຈາກນັ້ນພວກເຂົາກໍໄດ້ສ້າງຕຸກກະຕາໃໝ່ຂຶ້ນມາທີ່ມີສີດຽວກັນ ກ່ອນຈະໄດ້ຮັບໄຟສຽງເຕັ້ນຂອງຫົວໃຈມາຈາກຄອບຄົວນ້ອງ ແລະ ນຳໄຟມາໃສ່ລົງໃນຕຸກກະຕາໃໝ່.

ທາງຄອບຄົວນ້ອງຍັງຫວັງວ່າຈະໄດ້ຮັບຕຸກກະຕາເກົ່າຄືນ ແຕ່ຢ່າງໃດກໍຕາມຫາກຕຸກກະຕານັ້ນສ້າງຄວາມສຸກໃຫ້ຄົນອື່ນໄດ້ ພວກເຂົາກໍຍິນດີທີ່ມັນຈະໄດ້ສ້າງຄວາມສຸກໃຫ້ເດັກນ້ອຍຄົນອື່ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/