ພົບຊາຍຊາວອິຕາລີປ່ວຍເປັນ “ໝາກສຸກລີງ, HIV-1 ແລະ ໂຄວິດ-19” ພ້ອມກັນເປັນກໍລະນີທໍາອິດຂອງໂລກ ສາເຫດມາຈາກການມີເພດສຳພັນແບບບໍ່ປ້ອງກັນ

ໂຄວິດ-19

ໃນວັນທີ 21 ສິງຫາ 2022 ດຣ. ອະນັນ ຈົງແກ້ວວັດທະນາ (ดร.อนันต์ จงแก้ววัฒนา) ນັກໄວຣັສວິທະຍາ, ຜູ້ອໍານວຍການກຸ່ມວິໄຈນະວັດຕະກໍາສັດ ແລະ ການຈັດການສູນພັນວິສະວະກໍາແລະເທັກໂນໂລຢີແຫ່ງຊາດຂອງປະເທດໄທ ໄດ້ອອກມາເປີດເຜີຍຂໍ້ມູນທີ່ໜ້າຕົກໃຈຜ່ານ Facebook ສ່ວນຕົວໂດຍລະບຸວ່າ ພົບກໍລະນີທໍາອິດຂອງຜູ້ປ່ວຍທີ່ເປັນ ໝາກສຸກລີງ-HIV-ໂຄວິດ-19 ພ້ອມກັນໃນປະເທດອິຕາລີ.

ໂຄວິດ-19

ດຣ. ອະນັນ ໄດ້ອ້າງອີງຂໍ້ມູນຊຸດນີ້ຜ່ານວາລະສານວິຊາການ Journal of Infection (ວາລະສານວິຊາການທາງການແພດ) ໂດຍລະບຸວ່າ ຜູ້ປ່ວຍຄົນນີ້ເປັນຜູ້ປ່ວຍໂຣກໝາກສຸກລີງໂດຍມີປະຫວັດການເດີນທາງມາຈາກປະເທດສະເປນ ເຊິ່ງໃນຂະນະທີ່ອາໄສຢູ່ສະເປນກໍໄດ້ມີກິດຈະກໍາຮ່ວມເພດແບບຊາຍ-ຊາຍ ແບບບໍ່ປ້ອງກັນ.

ແລະ 9 ມື້ຫຼັງຈາກເດີນທາງກັບມາທີ່ອິຕາລີກໍເລີ່ມມີອາການທີ່ປະກອບໄປດ້ວຍ ໄຂ້, ອ່ອນເພຍ, ເຈັບຄໍ, ປວດຫົວ ແລະ ມີຕ່ອມນ້ຳເຫຼືອງໃຫຍ່ຂຶ້ນ. 3 ມື້ຫຼັງອາການດັ່ງກ່າວ ກໍເລີ່ມມີຜື່ນແດງຂຶ້ນຕາມຜິວໜັງ ແລະ ໃນມື້ດຽວກັນກໍໄດ້ກວດ ATK ເຊິ່ງກວດພົບເຊື້ອໂຄວິດໃນຕົວຂອງຜູ້ປ່ວຍ.

ໂຄວິດ-19

ຫຼັງຈາກນັ້ນ 3 ມື້ ຜູ້ປ່ວຍຄົນດັ່ງກ່າວກໍໄດ້ເຂົ້າປິ່ນປົວທີ່ໂຮງໝໍ ແລະພົບວ່າມີຕຸ່ມໜອງປາກົດຂຶ້ນຢ່າງຊັດເຈນໃນບໍລິເວນຮ່າງກາຍເຊັ່ນ: ລໍາຕົວ, ແຂນ, ນິ້ວ, ຂາ ແລະ ສະໂພກ. 1 ມື້ຫຼັງຈາກນັ້ນຜົນການການກວດຈາກຫ້ອງປະຕິບັດການທີ່ໂຮງໝໍກໍໄດ້ຢືນຢັນວ່າຜູ້ປ່ວຍຄົນນີ້ມີເຊື້ອໝາກສຸກລີງເຊິ່ງເປັນສາຍພັນທີ່ກໍາລັງລະບາດໃນສະເປນ ແລະ ເຊື້ອໂຄວິດ-19 ສາຍພັນ BA.5.1 ນອກຈາກນີ້ຍັງມີເຊື້ອ HIV-1 ຢູ່ໃນຮ່າງກາຍນໍາ ເຊິ່ງອາດເປັນໄປໄດ້ວ່າຜູ້ປ່ວຍຮັບເຊື້ອ HIV ມາກ່ອນໜ້ານີ້ບໍ່ດົນ ແລະ ບໍ່ຮູ້ຕົວວ່າຕົນເອງມີເຊື້ອຢູ່ (ຕາມລາຍງານຄັ້ງສຸດທ້າຍທີ່ຜູ້ປ່ວຍກວດຫາເຊື້ອແມ່ນເດືອນກັນຍາປີກ່ອນໜ້າ ແລະ ມີຜົນເປັນລົບ).

ໂຄວິດ-19

ທັງນີ້ ຈາກການກວດສອບເບິ່ງປະຫວັດການສັກວັກຊີນພົບວ່າຜູ້ປ່ວຍສັກວັກຊີນ Pfizer ມາແລ້ວ 2 ເຂັມຕັ້ງແຕ່ປາຍປີກ່ອນ ແລະຕົ້ນປີນີ້ກໍພົບວ່າຜູ້ປ່ວຍຄົນນີ້ຕິດໂຄວິດ-19 ຄັ້ງທໍາອິດດ້ວຍສາຍພັນ BA.1, ຄັ້ງທີ 2 ແມ່ນສາຍພັນ BA.5.1 ແລະຈາກລາຍງານທີ່ພົບຜົນ ATK ແມ່ນເປັນຜົນບວກໃນເວລາໃກ້ໆກັບເວລາທີ່ມີຜື່ນຂຶ້ນ ເຊິ່ງຄາດການໄດ້ວ່າຜູ້ປ່ວຍຄົນນີ້ໜ້າຈະໄດ້ຮັບເຊື້ອໝາກສຸກລີງມາກ່ອນ ແລະໄດ້ຮັບເຊື້ອໂຄວິດ-19 ມາໃນໄລຍະຟັກຕົວຂອງໝາກສຸກລີງ ເນື່ອງຈາກໂຄວິກ-19 ມີໄລຍະຟັກຕົວທີ່ສັ້ນກວ່າອາການຕ່າງໆ. ດັ່ງນັ້ນມັນຈຶ່ງສາມາດເກີດຂຶ້ນໄດ້ພ້ອມໆກັນ ຈົນແຍກບໍ່ອອກວ່າອາການທີ່ເຫັນມານີ້ເປັນຜົນມາຈາກເຊື້ອໃດກັນແທ້.

ນອກຈາກນີ້ ໃນຕອນທ້າຍຂອງການຂຽນເນື້ອໃນນີ້ ດຣ ອະນັນ ມີການເວົ້າເຖິງຜູ້ທີ່ສົງໄສວ່າໂຄວິດ-19 ກັບ ໝາກສຸກລີງ ຈະປະສົມເປັນໄວຣັສຕົວໃໝ່ໄດ້ຫຼືບໍ່ ເຊິ່ງຄໍາຕອບກໍອອກມາວ່າ “ເປັນໄປບໍ່ໄດ້ແນ່ນອນ” ດຣ ອະນັນໄດ້ລະບຸວ່າ ເພາະໂຄວິດ-19 ເປັນໄວຣັສທີ່ມີ RNA ເປັນສານກຳມະພັນ ແຕ່ໝາກສຸກລີງເປັນ DNA ຈຶ່ງຈະບໍ່ໜ້າຈະປະສົມກັນໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply