ບຸກຄົນສຳຄັນທາງສາສະໜາຂອງທັງຊາວມອນເຕເນໂກຣ ແລະ ເຊີເບຍ ລວມເຖິງຜູ້ເຂົ້າຮ່ວມງານບາງສ່ວນໄດ້ຕິດເຊື້ອໂຄວິດ-19 ຫຼັງຈາກໄປຮ່ວມງານສົບສາທາລະນະຄັ້ງໃຫຍ່ຂອງຫລວງພໍ່ອາວຸໂສ ທີ່ເສຍຊີວິດດ້ວຍໂຣກນີ້.
ພຣະສັງຄະຣາດ Irinej ຫົວໜ້າຄຣິດຕະຈັກເຊີເບຍອໍໂທດອກ ອາຍຸ 90 ປີ ກໍຕິດໂຄວິດຈາກງານນີ້ເຊັ່ນກັນ ແລະ ກຳລັງເຂົ້າຮັບການຮັກສາຢູ່ໂຮງໝໍ ໂດຍທ່ານ Irinej ເປັນຜູ້ນຳທີສົບຂອງນັກບວດທີ່ອາວຸໂສທີ່ສຸດຂອງຄຣິດຕະຈັກໃນມອນເຕເນໂກ ນາມວ່າ Amfilohije Radovic ອາຍຸ 82 ປີ.

ຜູ້ມາຮ່ວມໄວ້ອາໄລລວມຕົວກັນໃນງານໂດຍບໍ່ມີການໃສ່ໜ້າກາກ ແລະ ຫຼາຍຄົນໄດ້ “ຈູບຮ່າງ” ຂອງຫລວງພໍ່ລາຍດັ່ງກ່າວຂະນະທີ່ນອນຢູ່ໃນໂລງສົບແບບເປີດ.

ເຖິງຈະມີຜູ້ຕິດເຊື້ອໂຄໂຣນາໄວຣັດເພີ່ມຂຶ້ນຢ່າງໄວວາ ທັງໃນເຊີເບນ ແລະ ມອນເຕເນໂກ ເຊິ່ງທາງການກໍໄດ້ອອກຄຳເຕືອນຕ່າງໆແຕ່ປະຊາຊົນ ແລະ ບຸກຄົນທາງສາສະໜາທີ່ເຂົ້າຮ່ວມງານກໍບໍ່ໄດ້ສົນໃຈຕໍ່ຄຳເຕືອນແຕ່ຢ່າງໃດ.
Amfilohije Radovic ຫລວງພໍ່ທີ່ເສຍຊີວິດ ເຄີຍກ່າວວ່າການສະແຫວງບຸນເປັນ “ວັກຊີນຂອງພະເຈົ້າ” ແລະ ຫຼີກລ່ຽງການໃສ່ໜ້າກາກ, ເຊິ່ງໃນຕອນນີ້ ພຣະສັງຄະຣາດ Irinej ແລະ ຄົນອື່ນໆອີກຫຼາຍຄົນທີ່ເຂົ້າຮ່ວມພິທີສົບດັ່ງກ່າວ ເຊື່ອວ່າໄດ້ຕິດໂຄວິດ-19 ເປັນທີ່ຮຽບຮ້ອຍ ລວມໄປເຖິງຜູ້ສືບທອດຂອງ Amfilohije ດ້ວຍເຊັ່ນກັນ.
ທັງນີ້ ນາຍົກລັດຖະມົນຕີຂອງມອນເຕເນໂກ Zdravko Krivokapic ແລະ ປະທານາທິບໍດີຂອງເຊີເບຍ ກໍໄດ້ເຂົ້າຮ່ວມງານນີ້ດ້ວຍເຊັ່ນກັນ ທີ່ເມືອງ Podgorica ປະເທດມອນເຕເນໂກ
ທີ່ມາ: https://www.facebook.com/ThailandState2020/photos/a.104399767912853/202111648141664/?type=3