ຫຼາຍຄົນອາດຈະຄຸ້ນເຄີຍກັບແອັບແປພາສາຢ່າງ Google Translate ມາແລ້ວຢ່າງແນ່ນອນ ເພາະແອັບນີ້ຖືວ່າເປັນຕົວຊ່ວຍທີ່ດີສຳລັບຄົນທີ່ຕ້ອງການແປພາສາຕ່າງ ເພື່ອໃຊ້ໃນການສື່ສານລະຫວ່າງຄົນຕ່າງປະເທດ, ແປເອກະສານ, ຮ່ຳຮຽນ, ເຮັດວຽກ, ເຈລະຈາພົວພັນວຽກງານລະຫວ່າງປະເທດ ແລະ ອື່ນໆ…ທັງນີ້ຮູ້ບໍວ່າພາສາລາວເຮົານັ້ນ ຫາກໍຖືກປະກາດເປັນ 1 ໃນ 33 ພາສາຫຼ້າສຸດທີ່ທາງ Google Translate ຮອງຮັບການແປພາສາແບບ Offline.

ໂດຍ 33 ພາສາທີ່ຖືກເພີ່ມແມ່ນມີຄື:
- ພາສາບາສ
- ພາສາເຊບົວໂນ
- ພາສາຊິເຊວາ
- ພາສາຄໍຊິກາ
- ພາສາຟຣີເຊຍ
- ພາສາເຮົາຊາ
- ພາສາຮາວາຍ
- ພາສາມົ້ງ
- ພາສາອິກໂບ
- ພາສາຊະວາ
- ພາສາກຳປູເຈຍ
- ພາສາກິນຍາວັນດາ
- ພາສາເຄີດ
- ພາສາລາວ
- ພາສາລະຕິນ
- ພາສາລັກເຊມເບີກ
- ພາສາມາລາກາຊີ
- ພາສາເມົາຣີ
- ພາສາມຽນມາ
- ພາສາໂອຣິຍາ
- ພາສາຊາມົວ
- ພາສາສະກ໋ອດກາລິກ
- ພາສາເຊໂຊໂທ
- ພາສາໂຊນາ
- ພາສາສິນຫ໌
- ພາສາຊຸນດາ
- ພາສາຕາຕາຣ໌
- ພາສາເຕີກເມນ
- ພາສາອຸຍກູຣ໌
- ພາສາໂຄຊ່າ
- ພາສາຍິດດິຊ
- ພາສາໂຍຣູບາ
- ພາສາຊູລູ
ໂດຍຜູ້ໃຊ້ສາມາດໃຊ້ພາສາເຫຼົ່ານີ້ໃນລະບົບແປພາສາແບບ Offline ຂອງ Google Translate ຕັ້ງແຕ່ມື້ນີ້ເປັນຕົ້ນໄປ. ຈຸດດີກໍຄືເຮົາບໍ່ຕ້ອງກັງວົນກັບບັນຫາເນັດບໍ່ມີ ເນື່ອງຈາກສາມາດແປພາສາແບບ Offline ໄດ້ເລີຍ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/