ທ່ານເປັນຄົນໜຶ່ງບໍ່? ທີ່ມີຄວາມເມື່ອຍພາຍຫຼັງການຮຽນ, ການເຮັດວຽກ ຫຼື ເຮັດກິດຈະກຳຕ່າງໆ ຖ້າຕອບວ່າແມ່ນ ການໄດ້ນອນຢູ່ເທິງຕຽງນອນນຸ້ມໆເປັນເວລາດົນໆຄົງເປັນການພັກຜ່ອນທີ່ດີທີ່ສຸດໃນຕອນນີ້, ແຕ່ຮູ້ບໍວ່າ ຖ້າຫາກນອນຫຼາຍເກີນໄປນັ້ນບໍ່ໄດ້ໝາຍຄວາມວ່າຈະດີສະເໝີໄປ. ໃນຫຼາຍໆຄັ້ງຄົນເຮົາມັກມີອາການບໍ່ຢາກຕື່ນ, ຢາກຢູ່ແຕ່ຕຽງນອນ, ບໍ່ຢາກລຸກອອກໄປໃສ ຄ້າຍຄືມີແຮງດຶງດູດຈາກຕຽງນອນ.
ລອງສັງເກດເບິ່ງພຶດຕິກຳຂອງທ່ານເອງວ່າເປັນບໍ່? ຫາກເປັນຄືດັ່ງນີ້ ທ່ານກຳລັງຕົກຢູ່ໃນພາວະ Dysania ເຊິ່ງວ່າ Dysania ແມ່ນພາວະທີ່ລຸກອອກຈາກຕອນນອນໄດ້ຍາກ, ບໍ່ຢາກຕື່ນ, ເຮັດໃຫ້ຮູ້ສຶກອິດເມື່ອຍ, ປວດເມື່ອຍ, ເຫງົານອນ, ບາງຄັ້ງລຸກຂຶ້ນແລ້ວຢາກກັບໄປນອນອີກ. ເຖິງແມ່ນວ່າ ຈະບໍ່ໄດ້ຖືກກວດທາງການແພດ ແລະ ຈັດປະເພດເປັນໂຣກໂດຍກົງ. ແຕ່ອາການເຫຼົ່ານີ້ມີຜົນກະທົບຕໍ່ຊີວິດປະຈໍາວັນ ແລະ ອາດຈະມີຄວາມສ່ຽງທີ່ຈະເຮັດໃຫ້ເກີດພະຍາດອື່ນໆຕໍ່ກັບທາງຮ່າງກາຍ ແລະ ຈິດໃຈ.
ໄລຍະເວລາການພັກຜ່ອນຂອງແຕ່ລະຄົນແມ່ນມີຄວາມແຕກຕ່າງກັນໄປຂຶ້ນກັບສະພາບຮ່າງກາຍ ແລະ ສຸຂະພາບ ໂດຍສະເລ່ຍແລ້ວຄົນເຮົາຄວນນອນໃຫ້ຄົບ 7-9 ຊົ່ວໂມງ/ມື້. ສຳລັບໄລຍະເວລານອນທີ່ພຽງພໍຂອງແຕ່ລະອາຍຸ.

ນັ້ນກໍຄື: ເດັກນ້ອຍເກີດໃໝ່ຄວນນອນ 12-16 ຊົ່ວໂມງຕໍ່ມື້, ເດັກນ້ອຍ 1-2 ປີຄວນນອນ 11-14 ຊົ່ວໂມງຕໍ່ມື້, ເດັກນ້ອຍ 3-5 ປີຄວນນອນ 10-13 ຊົ່ວໂມງຕໍ່ມື້, ເດັກນ້ອຍອາຍຸ 6-12 ປີຄວນນອນ 9-12 ຊົ່ວໂມງ/ມື້, ໄວໜຸ່ມ 13-18 ປີຄວນນອນ 8-10 ຊົ່ວໂມງຕໍ່ມື້ ແລະ ໄວເຮັດວຽກຄວນນອນ 7-9 ຊົ່ວໂມງຕໍ່ມື້.
ພາວະຕຽງດູດນີ້ກາຍເປັນສັນຍານເຕືອນບົ່ງຊີ້ວ່າອາດຈະເປັນໂຣກເຫຼົ່ານີ້ຢູ່ເຊັ່ນວ່າ:
– ອາການຊຶມເສົ້າ: ຄືຄວາມຜິດປົກກະຕິຂອງສານໃນສະໝອງທີ່ສົ່ງຜົນໃຫ້ອາລົມຜິດປົກກະຕິ ເຮັດໃຫ້ພຶດຕິກໍາຂອງຜູ້ປ່ວຍມີການປ່ຽນແປງ ອັນນີ້ລວມເຖິງການນອນບໍ່ຫຼັບ ແລະ ຄວາມອິດເມື່ອຍທີ່ເຮັດໃຫ້ເກີດຄວາມຢາກຢູ່ໃນຕຽງຈຶ່ງບໍ່ຢາກລຸກຈາກບ່ອນນອນ.
– ອາການເຫງົານອນຫຼາຍເກີນປົກກະຕິ (Hypersomnia): ອາການນອນຫຼາຍປານໃດກໍບໍ່ພຽງພໍ, ນອນຫຼັບແລ້ວຕື່ນຍາກ ແລະ ຢາກນອນທັງກາງເວັນ ແລະ ກາງຄືນ.
– ອາການນອນເຄິ່ງຫຼັບເຄິ່ງຕື່ນ: ເມື່ອເຮົານອນບໍ່ພຽງພໍ ຈະຮູ້ສຶກບໍ່ຕື່ນເຕັມທີ່ ກໍ່ໃຫ້ເກີດຜົນກະທົບຕໍ່ປະສິດທິພາບຂອງການດໍາລົງຊີວິດ, ການຄິດ ແລະ ການຮຽນຮູ້.
– ອາການເມື່ອຍລ້າຊໍາເຮື້ອ (Chronic Fatigue Syndrome): ເປັນຄວາມເຈັບປ່ວຍຊໍາເຮື້ອທີ່ສົ່ງຜົນກະທົບຕໍ່ລະບົບຕ່າງໆໃນຮ່າງກາຍ, ເຮັດໃຫ້ເກີດອາການອິດເມື່ອຍຮ້າຍແຮງ, ມີບັນຫາໃນການນອນ, ປວດກ້າມຊີ້ນ, ປວດຂໍ້ ແລະ ເຈັບຫົວ.
– Fibromyalgia ແມ່ນອາການເຈັບປວດຊໍາເຮື້ອຕາມກ້າມຊີ້ນ, ເສັ້ນເອັນ ແລະ ເນື້ອເຍື່ອອ່ອນໃນທົ່ວຮ່າງກາຍ ຄົນເຈັບມັກຈະມີອາການປວດກ້າມຊີ້ນ, ປວດຮາກ, ເຈັບຫົວ, ເມື່ອຍ, ຊຶມເສົ້າ, ມີຄວາມກັງວົນ, ແລະ ຕື່ນນອນບໍ່ສົດຊື່ນ.

ການນອນຫຼັບຫຼາຍເກີນໄປສາມາດສົ່ງຜົນກະທົບຕໍ່ການນອນ ແລະ ຮ່າງກາຍ ເພາະເຮັດໃຫ້ນອນຫຼັບຍາກຂຶ້ນໃນຕອນກາງຄືນ ແລະ ການນອນໂດຍບໍ່ເນັ້ນເໜັງຕີງຮ່າງກາຍອາດນໍາໄປສູ່ການເປັນບາດແຜກົດທັບໄດ້ ເຮັດໃຫ້ຄວາມເເຂງແຮງຂອງກ້າມຊີ້ນລົດລົງ, ກະດູກອ່ອນແອ ແລະ ສົ່ງຜົນກະທົບຕໍ່ລະບົບພູມຕ້ານທານ.
ເຖິງແນວໃດຕາມ, ເຮົາສາມາດປິ່ນປົວອາການຕຽງດູດໄດ້ດ້ວຍການປະຕິບັດດັ່ງນີ້:
1. ເຂົ້ານອນ ແລະ ຕື່ນນອນໃຫ້ກົງເວລາເປັນປະຈຳ ແລະ ນອນເປັນເວລາພຽງພໍ (ໄລຍະເວລາຂອງການນອນທີ່ພຽງພໍສໍາລັບແຕ່ລະອາຍຸດັ່ງທີ່ໄດ້ກ່າວມາຂ້າງເທິງ).
2. ສະພາບແວດລ້ອມພາຍໃນຫ້ອງຕ້ອງບໍ່ມີສຽງລົບກວນ, ມີອຸນຫະພູມທີ່ເໝາະສົມ, ຕຽງນອນ ແລະ ໝອນເໝາະສົມກັບຮ່າງກາຍ.
3. ບໍ່ຫຼິ້ນໂທລະສັບມືຖືກ່ອນນອນ 2 ຊົ່ວໂມງ.
4. ຫຼີກເວັ້ນການດື່ມເຄື່ອງດື່ມທີ່ມີຄາເຟອີນສູງໃນຕອນແລງ ລວມທັງການສູບຢາ.
5. ຢຸດດື່ມສິ່ງມຶນເມົາ 4-6 ຊົ່ວໂມງກ່ອນນອນ.
6. ບໍ່ຄວນນອນຫຼັບໃນລະຫວ່າງມື້ແຕ່ຖ້າຈຳເປັນເຊັ່ນ: ຂັບຂີ່ທາງໄກ ຫຼື ເຮັດວຽກທີ່ມີຄວາມສ່ຽງສູງ ແລະ ເຫງົານອນຫຼາຍ ກໍຄວນນອນບໍ່ໃຫ້ເກີນ 1 ຊົ່ວໂມງ.
7. ຫຼີກເວັ້ນການກິນຢານອນຫຼັບຫາກບໍ່ໄດ້ຮັບຄຳປຶກສາຈາກແພດ.
8. ຫຼີກເວັ້ນການກິນອາຫານໃນປະລິມານຫຼາຍ ຫຼື ອາຫານທີ່ຍ່ອຍຍາກ ແລະ ຢຸດກິນອາຫານ 3-4 ຊົ່ວໂມງກ່ອນນອນ.
9. ຫຼີກເວັ້ນການອອກກຳລັງກາຍ ຫຼື ເຮັດວຽກທີ່ຕຶງຄຽດກ່ອນນອນ.
ອ້າງອີງແຫຼ່ງທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/