ພາກລັດ-ພາກທຸລະກິດ ຫາລື ປັບປຸງຮ່າງກົດໝາຍ ເພື່ອສົ່ງເສີມການລົງທຶນ


ກະຊວງແຜນການ ແລະ ການລົງທຶນ ເຕົ້າໂຮມບັນດານັກລົງທຶນ ຫຼື ພາກທຸລະກິດ ປຶກສາຫາລື ລະດົມແນວຄວາມຄິດໃສ່ ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ເພື່ອປັບປຸງບັນດາຂັ້ນຂອດ ແລະ ນິຕິກຳ ແນໃສ່ການສ້າງບັນຍາກາດທີ່ດີ ໃນການລົງທຶນ.

ເມື່ອບໍ່ດົນມານີ້, ໂຮງແຮມ ຄຣາວນ໌ ພລາຊາ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດ ລະດົມແນວຄວາມຄິດໃສ່ ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ (ສະບັບປັບປຸງ 2016) ພາຍໃຕ້ກົນໄກຂອງ ກອງປະຊຸມ ທຸລະກິດລາວ (LBF).

ກອງປະຊຸມຄັ້ງນີ້ ໄດ້ຮັບກຽດເປັນປະທານຮ່ວມຂອງ ທ່ານ ປອ.ນ. ວາລີ ເວດສະພົງ ຮອງປະທານ ສຄອຊ ແລະ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃຫມ່ ຮອງລັດຖະມົນຕີ ກຜທ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລື ແລະ ລະດົມແນວຄວາມຄິດໃສ່ ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ (ສະບັບປັບປຸງ 2016), ໃນກອງປະຊຸມຄັ້ງນີ້ໄດ້ມີການປັບປຸງທັງໝົດ 41 ມາດຕາ ເຊິ່ງສາມາດສະຫຼຸບໄດ້ດັ່ງນີ້: ມາດຕາທີ່ມີການປັບປຸງເນື້ອໃນ ຈໍານວນ 14 ມາດຕາ, ປັບປຸງເນື້ອໃນ ຄະນະ ຄລທ ມາເປັນ ກະຊວງ ຜທ ຈໍານວນ 10 ມາດຕາ, ຕັດເນື້ອໃນມາດຕາ ກ່ຽວກັບ ການພັດທະນາເຂດເສດຖະກິດພິເສດ ແລະ ຄະນະ ຄລທ ຈໍານວນ 12 ມາດຕາ, ປັດປຸງເນື້ອໃນໃຫ້ສອດຄ່ອງກັບນິຕິກໍາກ່ຽວຂ້ອງ ແລະ ສະພາບການຈັດຕັ້ງປະຕິບັດກົດໝາຍຕົວຈິງ ຈໍານວນ 6 ມາດຕາ

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການ ທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍ ໂດຍທະນາຄານໂລກ, ລັດຖະບານ ອອສເຕຣເລຍ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ ໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

https://www.facebook.com/LNCCI/posts/pfbid02vgPYNZPiWnj8ZyBC1177rtq1xRxPEAr5WvkHYgpBN4BGH2qg5krqxW6XBUwapcNul

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/