ກ່ອນໜ້ານີ້ພະລັງງານນິວເຄຼຍເຄີຍຖືກເຫັນວ່າມັນເປັນໄພຄຸກຄາມຕໍ່ສິ່ງເເວດລ້ອມ, ເເຕ່ໃນປັດຈຸບັນ ການໃຊ້ພະລັງງານນິວເຄຼຍກໍາລັງໄດ້ຮັບຄວາມນິຍົມເພີ່ມຂຶ້ນໃນລະດັບສາກົນພ້ອມກັບປະເທດຕ່າງໆທົ່ວໂລກໃນຖານະພະລັງງານສະອາດໃນອະນາຄົດ. ເຊິ່ງໂລກກຳລັງແຂ່ງຂັນກັນເພື່ອໃຫ້ບັນລຸຄວາມເປັນກາງທາງສະພາບດິນຟ້າອາກາດໃນປີ 2050, ໂດຍໃນຕອນນີ້ບັນດາປະເທດ ແລະ ພູມີພາກຕ່າງໆກຳລັງກວດກາຄືນເຖິງສັກກະຍະພາບຂອງພະລັງງານນິວເຄຼຍເພື່ອສະໜອງພະລັງງານທີ່ສະອາດຍິ່ງຂຶ້ນ.

ແ
ບັນດາຜູ້ເຂົ້າຮ່ວມປະຊຸມໄດ້ຍົກໃຫ້ເຫັນເຖິງສັກກະຍະພາບໃນດ້ານພະລັງງານນິວເຄຼຍ, ເຊິ່ງນອກເໜືອຈາກພະລັງງານໝຸນວຽນເເລ້ວ ຍັງສາມາດຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໄຟຟ້າທີ່ປາສະຈາກຟອດຊິນຂອງຢູໂຣບ. ໂດຍມີການຄາດການວ່າ, ພະລັງງານນິວເຄຼຍສາມາດຜະລິດໄຟຟ້າໄດ້ເຖິງ 150 ກິກາວັດພາຍໃນປີ 2050 ໃຫ້ສະຫະພາບຢູໂຣບເມື່ອທຽບໃສ່ກັບປັດຈຸບັນທີ່ຜະລິດໄດ້ປະມານ 100 ກິກາວັດ.

ໂດຍຈະຕ້ອງມີການກໍ່ສ້າງເຄື່ອງປະຕິກອນຂະໜາດໃຫຍ່ ເເລະ ເຄື່ອງປະຕິກອນຂະຫນາດນ້ອຍ (SMR) ທີ່ສ້າງຂຶ້ນໃໝ່ເຖິງ 30 – 40 ເຄື່ອງໃນສະຫະພາບຢູໂຣບ.
ລັດຖະມົນຕີ ແລະ ຜູ້ແທນຂັ້ນສູງໄດ້ເຫັນດີເປັນເອກະສັນກັນກ່ຽວກັບແຜນທີ່ຈະຊ່ວຍຊຸກຍູ້ການເຂົ້າຮ່ວມຂອງສະຫະພາບຢູໂຣບໃນດ້ານພະລັງງານນິວເຄຼຍ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/