ຖ້າເຮົາໄດ້ໄປເຮືອນດີ ຫຼື ງານສົບ ເຮົາອາດຈະສັງເກດເຫັນພວງມາລາໄວ້ອາໄລທີ່ຫຼາຍພາກສ່ວນສົ່ງມາໄວ້ອາໄລໃຫ້ແກ່ຄອບຄົວຜູ້ເສຍຊີວິດ ເຊິ່ງຈະເປັນດອກໄມ້ສົດປະດັບຕ່າງໆປະດັບປະດາຢູ່ເປັນຈຳນວນຫຼາຍ, ເມື່ອປັດຈຸບັນຄົນເລີ່ມຫັນມາໃສ່ໃຈສິ່ງແວດລ້ອມຫຼາຍຂຶ້ນ ທຸລະກິດພວງມາລາເອງກໍເຊັ່ນກັນ ເມື່ອ “ປັກກິ່ງດີ” ຫຼື “ปักกิ่งดี” ແບຣນທຸລະກິດຕົ້ນໄມ້ທີ່ປະເທດໄທເລັງເຫັນບັນຫາດັ່ງກ່າວວ່າດອກໄມ້ຈາກພວງມາລາຫຼັງຈາກນັ້ນມັນຈະໄປຢູ່ໃສ ແລະ ໄດ້ຜົນສະຫຼຸບວ່າມັນຄົງຈະກາຍເປັນຂີ້ເຫຍື້ອ.
“ຈິນາ ໂອສົດຖະສິນ” ເຈົ້າຂອງທຸລະກິດດັ່ງກ່າວ (ພ້ອມທັງເປັນຜູ້ບໍລິຫານຄ້າຍໜັງ GDH) ຈຶ່ງໄດ້ເກີດແນວຄິດ “ມາລາຕົ້ນໄມ້” ຫຼື Wreath for Breath ໂດຍຕົ້ນໄມ້ທີ່ເລືອກຈະເປັນກະຖາງ ເຊິ່ງເຈົ້າພາບສາມາດເອົາໄປປູກຕໍ່ໄດ້.

ທາງຮ້ານເອງມີຕົ້ນໄມ້ໃຫ້ເລືອກເປັນຈຳນວນຫຼາຍ ຕ່າງຂະໜາດ ແລະ ຕ່າງວາລະໂອກາດ ຍັງມີກະຖາງບັນຈຸແຕກຕ່າງກັນໄປ ທັງເປັນຖົງ, ເປັນໄມ້, ກະຖາງ ຫຼື ເປັນກ່ອງກໍມີ, ໃນກໍລະນີທີ່ເຮົາດູແລບໍ່ໄຫວ ທາງຮ້ານກໍມີບໍລິການດູແລຕົ້ນໄມ້ໃຫ້ເຮົາພ້ອມ. ລາຍໄດ້ 5% ທີ່ໄດ້ຈາກການຂາຍພວງມາລາຕົ້ນໄມ້ ຈະນຳໄປມອບໃຫ້ມູນລະນິທິແມ່ຟ້າຫຼວງ ເພື່ອນຳໄປປູກປ່າເພື່ອຮັກສາສິ່ງແວດລ້ອມຕໍ່ໄປ.
ເປັນອີກແນວຄິດທີ່ເປັນມິດຕໍ່ສິ່ງແວດລ້ອມຫຼາຍ ໃນອະນາຄົດຫວັງວ່າຈະເຫັນທຸລະກິດແບບນີ້ໃນປະເທດລາວເຮົາເຊັ່ນກັນ.









ຂອບໃຈຂໍ້ມູນຈາກ:
https://www.facebook.com/environman.th/posts/3442096925918730
https://www.facebook.com/packkingdee/
https://www.facebook.com/UrbanCreatureTH/posts/2621951951436358