ໄປ່ ທາຄົນ ນາຍແບບມຽນມາ ຖືກທະຫານຈັບຕົວແລ້ວ


“ໄປ່ ທາຄົນ” (Paing Takhon) ນາຍແບບມຽນມາຖືກຄວບຄຸມຕົວໃນຂໍ້ຫາປຸກລະດົມຕໍ່ຕ້ານທະຫານ. ຫຼັງຈາກມີກະແສຂ່າວ “ຮານ ເລ” ນາງງາມມຽນມາທີ່ຖືກໝາຍຈັບຈາກລັດຖະບານມຽນມາ ຫຼັງຈາກທີ່ກ່າວຂໍຮ້ອງໃຫ້ນາໆຊາດຊ່ວຍເຫຼືອປະຊາຊົນເທິງເວທີປະກວດ Miss Grand International ໂດຍທີ່ສື່ໃນມຽນມາໄດ້ລາຍງານວ່າ ຍັງມີຄົນທີ່ມີຊື່ສຽງຖືກໝາຍຈັບອີກຫຼາຍຄົນ.

ໄປ່ ທາຄົນ ກໍເປັນຄົນມຽນມາທີ່ມີຊື່ສຽງໂດ່ງດັງ ທີ່ອອກມາຕໍ່ຕ້ານກັບລັດຖະບານຢ່າງຮຸນແຮງ ທັງເຄື່ອນໄຫວກັບປະຊາຊົນເທິງຖະໜົນຫົນທາງ ພ້ອມກັບເຄື່ອນໄຫວໃນທາງໂລກອອນລາຍ ທີ່ມີຜູ້ຕິດຕາມປະມານ 1.8 ລ້ານຄົນ, ໂດຍຕົ້ນເດືອນມີນາກໍມີກະແສຂ່າວວ່າ “ໄປ່ ທາຄົນ” ເປັນໜຶ່ງໃນບຸກຄົນເປົ້າໝາຍທີ່ທະຫານກຳລັງຕິດຕາມ ແລະ ກໍເອົາຕົວເອງຫຼົບໜີ ກ່ອນຈະກັບມາໂພສລົງໃນເຟສບຸກ ເພື່ອຂໍໃຫ້ຜູ້ນຳທົ່ວໂລກຊ່ວຍເຫຼືອວິກິດຄັ້ງນີ້ໃນມຽນມາ.

ນອກຈາກນັ້ນ, ໃນວັນທີ 7 ເມສາ ຫຼື ມື້ວານນີ້ ທາງໂທລະພາບຊ່ອງ ມຽວດີ ວາໄຣຕີ້ (MWD Variety) ໄດ້ເຜີຍແຜ່ພາບໝາຍຈັບ “ໄປ່ ທາຄົນ” ແລະ ຜູ້ເຄື່ອນໄຫວອີກ 19 ຄົນ ວ່າເປັນຜູ້ທີ່ອອກມາເຄື່ອນໄຫວຕໍ່ຕ້ານລັດຖະບານ ໂດຍມີຂໍ້ຫາປຸກປັ່ນ, ປຸກລະດົມ ຕາມກົດໝາຍອາຍາ ມາດຕາ 505(b).

ຫຼ້າສຸດ,​ເອື້ອຍຂອງ “ໄປ່ ທາຄົນ” ໄດ້ໂພສຂໍ້ຄວາມລົງເຟສບຸກ ໂດຍລະບຸວ່າ ຕອນນີ້ ໄປ່ ທາຄົນ ຖືກທະຫານຄວບຄຸມຕົວໄປແລ້ວ ໃນຂະນະທີ່ ໄປ່ ທາຄົນເອງ ກໍກຳລັງເຈັບໄຂ້ໄດ້ປ່ວຍຢູ່. ພ້ອມກັນນັ້ນ, ບັນຊີເຟສບຸກ ແລະ ອິນສະຕາແກຣມ ຂອງໄປ່ ທາຄົນ ແມ່ນຖືກລະງັບໝົດ.

ພາບ: Trendsmap, Inquirer.net,Twitter

ທີ່ມາ: https://news.thaipbs.or.th/content/303161