ໜ່ວຍງານດ້ານຄວາມໝັ້ນຄົງຂອງຣັດເຊຍຊີ້ ເຫດການລະເບີດລົດສັງຫານລູກສາວຄົນສະໜິດປູຕິນ ແມ່ນຢູເຄຣນຢູ່ເບື້ອງຫຼັງ ແລະ ຕ້ອງຮັບຜິດຊອບ

ຣັດເຊຍ

ສືບເນື່ອງຈາກເຫດການກ່ອນໜ້ານີ້ (ເມື່ອວັນທີ 20 ສິງຫາທີ່ຜ່ານມາ) ທີ່ໄດ້ມີຄົນຮ້າຍລັກຕິດຕັ້ງລະເບີດໃສ່ລົດຂອງອະເລັກຊານເດີ ດູກິນ (Alexander Dugin) ຄົນສະໜິດຂອງປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ສົ່ງຜົນໃຫ້ ດາຣ໌ຍາ ດູກີນາ (Darya Dugina) ລູກສາວອະເລັກຊານເດີ ໃນໄວ 29 ປີເສຍຊີວິດ.

ຣັດເຊຍ

ຕໍ່ມາໃນມື້ນີ້ (23 ສິງຫາ) ໜ່ວຍງານດ້ານຄວາມໝັ້ນຄົງຂອງທາງການຣັດເຊຍຢ່າງ FBS ທີ່ເຂົ້າມາຮັບໜ້າທີ່ສືບສວນເຫດການດັ່ງກ່າວລະບຸວ່າ ຢູເຄຣນຈະຕ້ອງເປັນຜູ້ຢູ່ເບື້ອງຫຼັງເຫດການລະເບີດລົດ ແລະ ຕ້ອງຮັບຜິດຊອບຕໍ່ສິ່ງທີ່ເກີດຂຶ້ນນີ້ໂດຍກົງ ເຊິ່ງເຫດການດັ່ງກ່າວແມ່ນເກີດຂຶ້ນ ຫຼັງຈາກທີ່ ອະເລັກຊານເດີ ແລະ ດາຣ໌ຍາ ໄດ້ເດີນທາງໄປເຂົ້າຮ່ວມງານເທສະການທີ່ໃກ້ກັບນະຄອນມອສໂກ ເມືອງຫຼວງຂອງຣັດເຊຍ ເຊິ່ງໃນຕອນເດີນທາງກັບນັ້ນທັງສອງພໍ່ລູກແມ່ນມີແຜນຈະໃຊ້ລົດຄັນດຽວກັນ ແຕ່ໃນຕອນທ້າຍ ອະເລັກຊານເດີໄດ້ປ່ຽນໃຈໂດຍແຍກລົດຂີ່ຄົນລະຄັນກັບລູກສາວ. ແຕ່ເຫດການບໍ່ຄາດຄິດກໍເກີດຂື້ນ ເມື່ອລົດທີ່ມີລູກສາວຢູ່ນັ້ນໄດ້ລະເບີດຂຶ້ນສົ່ງຜົນໃຫ້ ດາຣ໌ຍາ ເສຍຊີວິດ.

ຣັດເຊຍ

ຕໍ່ມາທາງ ອະເລັກຊານເດີ ໄດ້ໂພສຂໍ້ຄວາມຜ່ານທາງ Telegram ວ່າ “ດາຣ໌ຍາ ດູກີນາ ລູກສາວຂອງຂ້ອຍຖືກສັງຫານຢ່າງໂຫດຮ້າຍຕໍ່ໜ້າຕໍ່ຕາຂ້ອຍ ລູກສາວຂ້ອຍເປັນຍິງສາວທີ່ງົດງາມ ເປັນຜູ້ຮັກຊາດ ເປັນຜູ້ສື່ຂ່າວ ເປັນຜູ້ຊ່ຽວຊານດ້ານສື່ໂທລະພາບ ແລະ ເປັນນັກປັດຊະຍາ”.

ພ້ອມນັ້ນ ອະເລັກຊານເດີ ຍັງໄດ້ລະບຸຕື່ມວ່າ “ເຮົາພຽງຕ້ອງການໄຊຊະນະ ລູກສາວຂອງຂ້ອຍສະຫຼະຊີວິດໄວສາວຂອງລາວແກ່ພະຜູ້ເປັນເຈົ້າ ດັ່ງນັ້ນຂໍຮ້ອງ ຂໍພຽງແຕ່ໃຫ້ເຮົາເຮັດມັນໄດ້ສຳເລັດ” ຈາກຂໍ້ຄວາມດັ່ງກ່າວ ອະເລັກຊານເດີ ອາດໝາຍເຖິງຕ້ອງການໄຊຊະນະໃນການສູ້ຮົບລະຫວ່າງຣັດເຊຍກັບຢູເຄຣນ ເພາະວ່າຕົນນັ້ນໄດ້ສູນເສຍລູກສາວຜູ້ເປັນທີ່ຮັກໄປຈາກພິດສົງຄາມ. ດັ່ງນັ້ນ ນີ້ຈຶ່ງເປັນຄໍາຂໍທີ່ອ້ອນວອນຈາກພະຜູ້ເປັນເຈົ້າ.

ຣັດເຊຍ

ໃນໄລຍະທີ່ຍັງມີຊີວິດ ດາຣ໌ຍາ ຖືເປັນໜຶ່ງໃນແກນນໍາຜູ້ສະໜັບສະໜູນການໂຈມຕີຢູເຄຣນ ແລະ ເປັນໜຶ່ງໃນບຸກຄົນທີ່ທາງການສະຫະຣາຊະອານາຈັກປະກາດຂວ້ຳບາດເມື່ອເດືອນກໍລະກົດທີ່ຜ່ານມາ ໃນຖານະທີ່ ດາຣ໌ຍາ ເປັນຜູ້ມີຊື່ສຽງ ແລະໃຫ້ຂໍ້ມູນເທັດໃນປະເດັນທີ່ກ່ຽວຂ້ອງກັບຢູເຄຣນຢູ່ຫຼາຍຄັ້ງ.

ຣັດເຊຍ

ສຳລັບ ອະເລັກຊານເດີ ດູກິນ ຖືໄດ້ວ່າເປັນໜຶ່ງໃນບຸກຄົນສຳຄັນຂອງປະທານາທິບໍດີ ປູຕິນ ເພາະວ່າ ອະເລັກຊານເດີ ເປັນນັກປັດຊະຍາຊາດນິຍົມ, ເປັນພັນທະມິດຜູ້ຢູ່ໃກ້ຊິດ ແລະ ຍັງເປັນມັນສະໝອງຂອງປູຕິນ.

ໃນຂະນະດຽວກັນນັ້ນປະທານາທິບໍດີ ປູຕິນ ໄດ້ກ່າວຍ້ອງຍໍ ດາຣ໌ຍາ ທີ່ໄດ້ອຸທິດຊີວິດໃນສາຂາອາຊີບວຽກງານຂອງຕົນເອງ ແລະຍັງໄດ້ມອບຫຼຽນກ້າຫານເພື່ອເຊີດຊູກຽດຂອງດາຣ໌ຍາ ຫຼັງຈາກທີ່ຖືກສັງຫານຢ່າງໂຫດຮ້າຍ ໄຮ້ມະນຸດສະທໍາ.

 ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply