ຜົນການສຳຫຼວດຈາກອາເມຣິກາເຜີຍວ່າຄົນທີ່ມັກໃຊ້ກັນຊາ ມີອັດຕາການມີເພດສຳພັນຫຼາຍກວ່າຄົນທີ່ບໍ່ໃຊ້


ກັນຊາ ເປັນພືດຊະນິດໜື່ງທີ່ຫຼາຍໆຄົນໜ້າຈະຮູ້ຈັກດີໃນນາມພືດສະໝຸນໄພ ເພາະມັນສາມາດນຳໃຊ້ໃນຫຼາກຫຼາຍວິທີທີ່ແຕກຕ່າງກັນນັບຕັ້ງແຕ່ການນຳໃຊ້ເພື່ອປິ່ນປົວໂຣກ, ໃຊ້ເພື່ອຊ່ວຍໃຫ້ນອນຫຼັບສະບາຍ ຫຼື ໃນຮູບແບບຕ່າງໆ ແລ້ວແຕ່ຄວາມສະດວກຂອງຜູ້ໃຊ້. ແຕ່ຮູ້ບໍວ່ານອກຈາກສັບພະຄຸນທີ່ກ່າວມານັ້ນ ມັນຍັງມີຜົນສຳຫຼວດຫຼ້າສຸດຈາກສະຫະລັດອາເມຣິກາທີ່ຄົ້ນພົບວ່າຄົນທີ່ມັກເສບ ຫຼື ນຳໃຊ້ກັນຊາສ່ວນຫຼາຍແມ່ນຈະມັກມີເພດສຳພັນຫຼາຍກວ່າຄົນທີ່ບໍ່ໃຊ້.

ໂດຍຜົນສຳຫຼວດນີ້ເປັນຂອງ The Harris Poll ແລະ Marimed ທີ່ໄດ້ເຮັດການສໍາຫຼວດເມື່ອວັນທີ 27-31 ມີນາ ທີ່ຜ່ານມາ ເຊິ່ງເປັນການສຶກສາກ່ຽວກັບເພດສຳພັນແລະກັນຊາໃນກຸ່ມຄົນທີ່ມີອາຍຸຫຼາຍກວ່າ 21 ປີ ໃນສະຫະລັດອາເມຣິກາ ແລະຈາກຜົນສຳຫຼວດພົບວ່າຄົນທີ່ໃຊ້ກັນຊານັ້ນມີເພດສຳພັນຫຼາຍກວ່າຄົນທີ່ບໍ່ໃຊ້ ແລະ ກໍຍັງໄດ້ລະບຸອີກວ່າບາງຄົນໃຊ້ກັນຊາໃນການຍົກລະດັບການມີເພດສຳພັນຂອງພວກເຂົາອີກພ້ອມ.

ທັງນີ້ຜົນສຳຫຼວດດັ່ງກ່າວແມ່ນໄດ້ສຳຫຼວດຜ່ານກຸ່ມຄົນຕົວຢ່າງກວ່າ 2,000 ຄົນ ເຊິ່ງໃນນັ້ນມີ 763 ຄົນທີ່ບອກວ່າພວກເຂົາບໍລິໂພກກັນຊາທີ່ມີສານ THC (ສານທີ່ເຮັດໃຫ້ຮູ້ສຶກດີ) ໃນປະລິມານຫຼາຍ ແລະ ພົບອີກວ່າໃນຈຳນວນນີ້ກວ່າ 50% ແມ່ນພວກເຂົາມີເພດສຳພັນຢູ່ເລື້ອຍໆໃນໄລຍະເວລາໜຶ່ງອາທິດ ເຊິ່ງຫຼາຍກວ່າກຸ່ມຄົນທີ່ບໍ່ໃຊ້ກັນຊາທີ່ມີພຽງ35% ເທົ່ານັ້ນ ທີ່ບອກວ່າມີເພດສຳພັນໃນໄລຍະເວລາດຽວກັນ.

ພ້ອມກັນນີ້ 65% ຂອງຄົນທີ່ໃຊ້ກັນຊາບອກວ່າມັນຍັງຊ່ວຍໃນການຍົກລະດັບການມີເພດສຳພັນຂອງພວກເຂົາ ແລະ 67% ບອກວ່າກັນຊາຊ່ວຍໃຫ້ພວກເຂົາ ‘ເກີດອາລົມ’ ຢາກມີເພດສຳພັນ.

ນອກນີ້ກໍຍັງມີເລື່ອງທີ່ໜ້າສົນໃຈຄື ມີການພົບວ່າຕົວເລກສ່ວນໃຫຍ່ໃນການເຮັດຜົນສຳຫຼວດຄັ້ງນີ້ ມັນໄດ້ບົ່ງບອກວ່າຄົນສ່ວນໃຫຍ່ທີ່ໃຊ້ກັນຊາ (ທັງຄົນທີ່ໂສດແລະບໍ່ໂສດ) ນັ້ນແມ່ນຢາກໄດ້ກັນຊາໃນຮູບແບບຕ່າງໆ ເພື່ອເປັນຂອງຂວັນໃນວັນວາເລນທາຍແທນຊັອກໂກແລັດ. ທາງດ້ານກຸ່ມຕົວຢ່າງທີ່ແຕ່ງງານແລະມີລູກແລ້ວສ່ວນຫຼາຍມີຫາງສຽງໄປທິດທາງດຽວກັນວ່າກັນຊາສາມາດຊ່ວຍໃຫ້ພວກເຂົາຢາກມີເພດສຳພັນໄດ້.

ຢ່າງໃດກໍຕາມການໃຊ້ກັນຊາອາດຈະມີຜົນດີ ແຕ່ການໃຊ້ໃນປະລິມານຫຼາຍເກີນໄປມັນກໍອາດຈະເກີດຜົນເສຍຕໍ່ຮ່າງກາຍ ຄວນນຳໃຊ້ໃນປະລິມານທີ່ພໍດີ ແລະ ໃຊ້ໃນທາງທີ່ເໝາະສົມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/