ຈີນ ແລະ ສະຫະລັດອາເມຣິກາ ຖືເປັນຄູ່ແຂ່ງຄົນສຳຄັນຂອງກັນ ແລະ ກັນ ໃນຫຼາຍໆດ້ານ. ຫຼ້າສຸດ ທັງຜູ້ອຳນວຍການ ໜ່ວຍງານສືບສວນສອບສວນກາງຂອງປະເທດ ສະຫະລັດອາເມຣິກາ (FBI) ແລະ ໜ່ວຍງານຄວາມໝັ້ນຄົງແຫ່ງຊາດ ປະເທດອັງກິດ (MI5) ໄດ້ອອກມາລະບຸວ່າ ຈີນເປັນໄພຕໍ່ ອາເມຣິກາ ແລະ ບັນດາປະເທດໃນຢູໂຣບຫຼາຍດ້ານ ບໍ່ວ່າຈະເປັນດ້ານເສດຖະກິດ ຫຼື ດ້ານຄວາມໝັ້ນຄົງ.
ໃນວັນທີ 6 ກໍລະກົດທີ່ຜ່ານມາ ທັງ 2 ໜ່ວຍງານດ້ານຄວາມໝັ້ນຄົງຂອງທັງ 2 ຊາດມະຫາອຳນາດທາງຕາເວັນຕົກ ໄດ້ຮ່ວມກັນຖະແຫຼງຂ່າວທີ່ ລອນດອນ ປະເທດອັງກິດ ໂດຍ ຄຣິສໂຕເຟີ້ ເຣ (Christopher Wray) ຜູ້ອຳນວນການ FBI ກ່າວວ່າ: ເຮົາຮັບຮູ້ມາຕະຫຼອດວ່າ ລັດຖະບານຈີນ ເປັນໄພຄຸກຄາມໄລຍະຍາວ ທີ່ຮຸນແຮງທີ່ສຸດ ຕໍ່ພາກເສດຖະກິດ ແລະ ຄວາມໝັ້ນຄົງຂອງຊາດພວກເຮົາ. ຂ້ອຍໃຊ້ຄຳວ່າພວກເຮົາ ເພາະຂ້ອຍໝາຍເຖິງ ອາເມຣິກາ, ອັງກິດ ແລະ ປະເທດອື່ນໆໃນຢູໂຣບ.

ຄຣິສໂຕເຟີ້ ເຣ ບອກຕື່ມວ່າ ຂະໜາດປະຊາຊົນຄົນຈີນເອງກໍຍັງຕົກເປັນເຫຍື່ອຂອງລັດຖະບານທີ່ໃຊ້ອຳນາດແບບບໍ່ໂປ່ງໃສ ໂດຍກ່າວວ່າ: “ຂ້ອຍຕ້ອງການຊີ້ແຈງໃຫ້ຊັດເຈນວ່າ ພັກຄອມມູນິດ ແລະ ລັດຖະບານແຫ່ງປະເທດຈີນນັ້ນເປັນໄພຄຸກຄາມ ທີ່ພວກເຮົາຕ້ອງຕອບໂຕ້ ບໍ່ແມ່ນປະຊາຊົນຊາວຈີນ ແລະ ແນ່ນອນວ່າ ບໍ່ແມ່ນຜູ້ລີ້ໄພຊາວຈີນທີ່ຢູ່ໃນປະເທດຂອງພວກເຮົາ”.

ນອກຈາກນີ້ ຄຣິສໂຕເຟີ້ ເຣ ຍັງໄດ້ບອກອີກວ່າ ຖ້າຈີນໃຊ້ກຳລັງເຂົ້າຍຶດຄອງໄຕ້ຫວັນ ມັນສາມາດເຮັດໃຫ້ເກີດການຂັດຂວາງທາງທຸລະກິດທີ່ຮ້າຍແຮງທີ່ສຸດທີ່ໂລກເຄີຍມີມາ. ແລະຍັງກ່າວເຕືອນວ່າ ເຖິງແມ່ນວ່າການດຳເນີນທຸລະກິດຢູ່ຈີນຈະມີຄວາມໜ້າດຶງດູດໃຈ ແຕ່ຕ້ອງຍອມຮັບວ່າ ຈີນເປັນໄພຄຸກຄາມຕໍ່ທຸລະກິດໃນໂລກຕາເວັນຕົກຫຼາຍກວ່າທີ່ເຮົາຄິດ ເນື່ອງຈາກວ່າລັດຖະບານຈີນພະຍາຍາມຮຽນແບບເທັກໂນໂລຢີຂອງບໍລິສັດໃນຕາເວັນຕົກ ໂດຍການນໍາໃຊ້ເຄື່ອງມືທີ່ຫຼາກຫຼາຍ.

ສ່ວນດ້ານຂອງ ເຄັນ ແມັກຄາຣຳ (Ken McCallum) ອະທິບໍດີ MI5 ບອກວ່າ: “ພັກຄອມມູນິດຈີນສົນໃຈໃນລະບອບປະຊາທິປະໄຕ, ສື່ມວນຊົນ ແລະ ລະບົບກົດໝາຍຂອງພວກເຮົາ. ແຕ່ໜ້າເສຍດາຍ, ຈີນບໍ່ໄດ້ຕ້ອງການທີ່ຈະເຮັດແບບພວກເຮົາ. ແຕ່ພວກເຂົາຕ້ອງການພຽງໃຊ້ມັນເພື່ອຫາຜົນປະໂຫຍດເທົ່ານັ້ນ”

ນອກຈາກນີ້ ແມັກ ຄາຣຳ ຍັງໄດ້ບອກອີກວ່າ ພັກຄອມມູນິດຈີນ ຍັງໄດ້ສົ່ງສາຍລັບເຂົ້າມາໃນສະພາ ເພື່ອຫາໂອກາດໃຫ້ພັກຄອມມູນິດຈີນໄດ້ເຂົ້າມາແຊກແຊງການເມືອງ ປະເທດອັງກິດ ໃນອະນາຄົດ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment