ຜູ້ນຳ ເກົາຫຼີໃຕ້ ອອກຄຳສັ່ງໃຫ້ອອກຫົວຂໍ້ສອບເສັງ ຄືກັບບົດຮຽນທີ່ສອນໃນໂຮງຮຽນ ເພື່ອລົດຄ່າໃຊ້ຈ່າຍໃນການຮຽນເພີ່ມ


ໃນຫຼາຍປະເທດ ການທີ່ນັກຮຽນມັດທະຍົມສຶກສາຄົນໜຶ່ງຈະກຽມຕົວເຂົ້າສອບເສັງເພື່ອຮຽນຕໍ່ທີ່ລະດັບມະຫາວິທະຍາໄລ ນັ້ນຕ້ອງອາໄສການກຽມຕົວຢ່າງໜັກ ຊອກຫາຮຽນເພີ່ມ ຫຼື ຮຽນພິເສດຕື່ມ ເພາະບາງເທື່ອຄວາມຮູ້ທີ່ຮຽນມາໃນລະດັບມັດທະຍົມສຶກສາອາດບໍ່ພຽງພໍໃນການສອບເຂົ້າມະຫາວິທະຍາໄລ ຫຼື ບາງເທື່ອບົດສອບເສັງເຂົ້າມະຫາວິທະຍາໄລ ກໍບໍ່ໄດ້ອອກຕາມທີ່ມີສອນໃນໂຮງຮຽນຊັ້ນມັດທະຍົມສຶກສາມາກ່ອນ.

 ຫຼ້າສຸດ ປະທານາທິບໍດີ ແຫ່ງ ເກົາຫຼີໃຕ້ ທ່ານ ຍຸນ ຊອກຍອລ ໄດ້ມີຄຳສັ່ງໃຫ້ທຸກມະຫາວິທະຍາໄລອອກຂໍ້ສອບເສັງ ທີ່ຈະຄັດເລືອກນັກຮຽນເຂົ້າມາມະຫາວິທະຍາໄລ ຕາມບົດຮຽນທີ່ໂຮງຮຽນລະດັບມັດທະຍົມສຶກສາມີສອນຢູ່ໃນໂຮງຮຽນເທົ່ານັ້ນ ເພື່ອຫວັງລົດຄ່າໃຊ້ຈ່າຍໃນການຮຽນພິເສດຂອງນັກຮຽນ.

ໂດຍ ຍຸນ ຊອກຍອລ ກ່າວວ່າ ນະໂຍບາຍດັ່ງກ່າວດຳເນີນໄປ ເພື່ອຫວັງລົດຄ່າໃຊ້ຈ່າຍຂອງບັນດານັກຮຽນທີ່ຈະໄປຮຽນເພີ່ມເພື່ອສອບເສັງເຂົ້າມະຫາວິທະຍາໄລ ຫຼັງພົບວ່າສະຖາບັນ ຫຼື ບ່ອນທີ່ສອນເພີ່ມເພື່ອເສັງເຂົ້າມະຫາວິທະຍາໄລ ເພີ່ມຂຶ້ນເລື້ອຍໆ ສອດຄ່ອງກັບບັນດານັກຮຽນທີ່ໄປຮຽນຕາມສະຖານທີ່ດັ່ງກ່າວ ເພື່ອໃຫ້ຄະແນນສູງໆ ແລະ ເປັນການຢືນຢັນວ່າພວກເຂົາຈະສາມາດເຂົ້າມະຫາວິທະຍາໄລຊັ້ນນຳຂອງປະເທດໄດ້.

ຢຸນ ຊອກຍອລ ຢໍ້າອີກວ່າ ການອອກຫົວບົດສອບເສັງຕາມເນື້ອຫາທີ່ສອນກັນມາໃນຫ້ອງຮຽນ ບໍ່ກ່ຽວກັບລະດັບຄວາມຍາກ ຫຼື ງ່າຍຂອງຂໍ້ສອບ ແລະ ຍຸນ ຊອກຍອລ ເບິ່ງວ່າການບໍ່ອອກຂໍ້ສອບຕາມທີ່ຫ້ອງຮຽນປົກກະຕິສອນມາ ຈະເປັນແຮງຊຸກຍູ້ໃຫ້ນັກຮຽນພາກັນໄປຮຽນເພີ່ມຫຼາຍຂຶ້ນ.

ຫຼັງຈາກຄຳສັ່ງດັ່ງກ່າວອອກມາ ລັດຖະມົນຕີກະຊວງສຶກສາ ຂອງເກົາຫຼີໃຕ້ ກໍອອກມາລະບຸວ່າ ຈະປະຕິບັດຕາມນະໂຍບາຍຂອງ ຍຸນ ຊອກຍອລ ຕໍ່ໄປ ແລະ ຢໍ້າອີກວ່າ ການປະຕິຮູບການສຶກສາ ເປັນໜຶ່ງໃນປະເດັນການປະຕິຮູບທີ່ຝ່າຍບໍລິຫານຕ້ອງການຈະຊຸກຍູ້ໄປພ້ອມໆກັບເລື່ອງແຮງງານ ແລະ ລະບົບບຳເໜັດບຳນານ.

ມີການເປີດເຜີຍວ່າ ໃນປີ 2022 ທີ່ຜ່ານມາ ສະຖາບັນ ຫຼື ໂຮງຮຽນສອນເພີ່ມຕ່າງໆ ໃນທົ່ວປະເທດເກົາຫຼີໃຕ້ ມີລາຍໄດ້ລວມກັນຫຼາຍກວ່າ 23 ລ້ານລ້ານວອນ ສະທ້ອນໃຫ້ເຫັນເຖິງຄວາມນິຍົມຂອງນັກຮຽນທີ່ຕ້ອງເພິ່ງພາສະຖາບັນເຫຼົ່ານີ້ ເພື່ອສອບເສັງເຂົ້າມະຫາວິທະຍາໄລ.

ຂອບໃຈຂໍ້ມູນຈາກ: The Matter, koreatimes, koreaherald

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/