ວາລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍຖະແຫຼງການຜ່ານໂທລະພາບ ເມື່ອວັນພຸດທີ 23 ມີນາທີ່ຜ່ານມານີ້ ວ່າຈະບັງຄັບໃຫ້ປະເທດໃນທະວີບຢູໂຣບ ທີ່ມີທ່າທີວ່າຈະບໍ່ເປັນມິດກັບຣັດເຊຍ ໃຫ້ຈ່າຍຄ່າແກສທີ່ນຳເຂົ້າຈາກຣັດເຊຍເປັນເງິນ Ruble ເຊິ່ງເປັນສະກຸນເງິນຂອງຣັດເຊຍເທົ່ານັ້ນ.

ໂດຍລາວກ່າວວ່າ: ຂ້າພະເຈົ້າໄດ້ຕັດສິນໃຈທີ່ຈະໃຊ້ມາດຕະການ ການຈ່າຍເງິນ ການຊື້ຂາຍ ແກສຂອງເຮົາ ກັບປະເທດທີ່ມີທ່າທີວ່າຈະບໍ່ເປັນມິດກັບເຮົາ ເປັນເງິນ Ruble ເທົ່ານັ້ນ. ໂດຍມາດຕະການນີ້ຈະເລີ່ມໃຊ້ຕັ້ງແຕ່ອາທິດນີ້ເປັນຕົ້ນໄປ.
ມາດຕະການນີ້ອອກມາເພື່ອຕອບໂຕ້ ບັນດາປະເທດໃນຢູໂຣບ ແລະ ປະເທດອາເມຣິກາທີ່ໃຊ້ ມາດຕະການຂວໍ້າບາດທາງເສດຖະກິດຕໍ່ຣັດເຊຍ ຈາກບັນຫາທີ່ຣັດເຊຍໃຊ້ກຳລັງທະຫານບຸກເຂົ້າໄປໃນຢູເຄຣນ.
ແກສທຳມະຊາດ ທີ່ບັນດາປະເທດໃນຢູໂຣບນຳເຂົ້າ ປະມານ 40% ແມ່ນມາຈາກຣັດເຊຍ ເຊິ່ງປົກກະຕິແລ້ວ ຈະເຮັດສັນຍາຊື້ຂາຍເປັນເງິນຢູໂຣ.

ການເຄື່ອນໄຫວດັ່ງກ່າວຍັງສອດຄ່ອງກັບຄຳເວົ້າກ່ອນໜ້ານີ້ຂອງ ວາລາດິເມຍ ປູຕິນ ທີ່ໄດ້ໂອ້ລົມກັບເຈົ້າໜ້າທີ່ລັດຖະບານຣັດເຊຍວ່າ: “ມັນບໍ່ມີເຫດຜົນຫຍັງທີ່ຈະສົ່ງສິນຄ້າຂອງພວກເຮົາໄປ EU ຫຼືສະຫະລັດ ແລະ ໄດ້ຮັບຄ່າຈ້າງເປັນເງິນໂດລາ ຫຼື ຢູໂຣ”.
ບັນດາປະເທດທີ່ນໍາເຂົ້າແກສຂອງຣັດດເຊຍ ລ້ວນແຕ່ບໍ່ເຫັນດີກັບການປະກາດຂອງທ່ານ ປູຕິນ ຄັ້ງນີ້, ລັດຖະບານເຢຍລະມັນກ່າວວ່າ ມັນອາດຈະເປັນການລະເມີດສັນຍາ.

ໂດຍ Robert Habeck ລັດຖະມົນຕີກະຊວງເສດຖະກິດຂອງເຢຍລະມັນກ່າວວ່າ: “ການປະກາດໃຫ້ຈ່າຍເງິນເປັນ ເງິນ Ruble ນັ້ນ ແມ່ນການລະເມີດສັນຍາ ແລະ ພວກເຮົາຈະປຶກສາຫາລືເລື່ອງນີ້ກັບບັນດາປະເທດພັນທະມິດຂອງພວກເຮົາວ່າຈະຕອບໂຕ້ແນວໃດ”.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/