ປີນີ້ຄຶກຄື້ນ ແລະ ຍິ່ງໃຫຍ່! ງານ Savan Fun Fest ຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 24-29 ມັງກອນ

ປີນີ້ຄຶກຄື້ນ ແລະ ຍິ່ງໃຫຍ່

ໃນຕອນບ່າຍວັນທີ 9 ມັງກອນ ນີ້ ຢູ່ທີ່ເດີ່ນຕະຫຼາດລາຕີ ໄດ້ມີການຈັດພິທີປະກາດຖະແຫຼງຂ່າວ ງານເທສະການ ສະຫວັນ ສຸກສັນ ຫັນສາ (SAVAN FUN FEST) ປີ 2023 ເຊິ່ງງານຈະຈັດຂຶ້ນຢ່າງເປັນທາງການ ເລີ່ມແຕ່ວັນທີ 24–29 ມັງກອນ 2023 ທີ່ຕົວເມືອງເກົ່າ ນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວະຫານ, ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກ ຖວທ ແຂວງສະຫວັນນະເຂດ, ທ່ານ     ນາງ ວິໄລວັນ ຈັນທະວົງ ປະທານກຸ່ມທຸລະກິດນຳທ່ຽວ ແຂວງສະຫວັນນະເຂດ , ເຂົ້າຮ່ວມຈາກພາກລັດ ແລະ ເອກະຊົນ, ພາກສ່ວນທຸລະກິດ ຫ້າງຮ້ານ, ບັນດານັກທ່ອງທ່ຽວ ບັນດາສະມາຄົມທັງພາຍໃນ ແລະ ຕ່າງປະເທດ.

ປີນີ້ຄຶກຄື້ນ ແລະ ຍິ່ງໃຫຍ່

ຈຸດປະສົງ ໃນການຈັດງານຄັ້ງນີ້ ແມ່ນແນໃສ່ການຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວ ຕິດພັນກັບການອະນຸລັກ ແລະ ຟື້ນຟູ ວິຖີການດໍາລົງຊີວິດຂອງຊຸມຊົນ ໃນເຂດເມືອງເກົ່ານະຄອນໄກສອນພົມວິຫານ ເພື່ອຫວນຄືນສູ່ພາບບັນຍາກາດອັນເກົ່າໆທາງດ້ານວັດທະນະທໍາ ທີ່ມີຄຸນຄ່າ ແລະ ເປັນເອກະລັກຂອງແຂວງສະຫວັນນະເຂດ, ທັງເປັນການປະຊາສໍາພັນການທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.

ປີນີ້ຄຶກຄື້ນ ແລະ ຍິ່ງໃຫຍ່

ພ້ອມທັງເປັນການກະຕຸກຊຸກຍູ້ເສດຖະກິດຂອງແຂວງເວົ້າລວມ, ເວົ້າສະເພາະນະຄອນໄກສອນພົມວິຫານ, ນອກຈາກນັ້ນຍັງເປັນການສົ່ງເສີມທຸລະກິດທ່ອງທ່ຽວຂອງແຂວງສະຫວັນນະເຂດເຊັ່ນ: ທຸລະກິດພັກແຮມ, ຮ້ານອາຫານ-ກິນດື່ມ, ຮ້ານບັນເທີງ, ທຸລະກິດທ່ອງທ່ຽວ ແລະ ທຸລະກິດປິ່ນອ້ອມອື່ນໆ… ໃຫ້ມີບັນຍາກາດອັນຟົດຟື້ນ ແລະ ສ້າງລາຍຮັບໃຫ້ປະຊາຊົນ ໂດຍການນໍາໃຊ້ທ່າແຮງດ້ານການທ່ອງທ່ຽວໃນເຂດຕົວເມືອງເກົ່າ ກໍຄືສະຖາປັດຕະຍະກໍາຕາມເຮືອນ ແລະ ອາຄານເກົ່າ ໃນເຂດຕົວເມືອງເກົ່າ ໃຫ້ມີຜົນປະໂຫຍດສູງສຸດ ແລະ ແນໃສ່ສ້າງນະຄອນໄກສອນພົມວິຫານໃຫ້ກາຍເປັນຈຸດໝາຍປາຍທາງຂອງການທ່ອງທ່ຽວ.

ໂຄງການຈັດງານສະຫວັນ ສຸກສັນ ຫັນສາ ປີນີ້ແມ່ນຈັດເປັນຄັ້ງທີ 3 ແລະ ໃນປີນີ້ ເປັນປີທີ່ຍິ່ງໃຫຍ່ອະລັງການ ຕ່າງກວ່າປີຜ່ານມາ ໂດຍຂະຫຍາຍພື້ນກວ້າງກວ່າເກົ່າ ທີ່ມີກິດຈະກໍາທີ່ຫຼາກຫຼາຍ ແລະ ໜ້າສົນໃຈເຊັ່ນ:

ອອກຮ້ານວາງສະແດງ ແລະ ຈໍາໜ່າຍຜະລິດຕະພັນການຄ້າ, ທ່ອງທ່ຽວ, ອາຫານ ແລະ ອື່ນໆ ທັງພາຍໃນ ແລະ ຕ່າງປະເທດ, ການສະແດງສິລະປະວັດທະນະທໍາພື້ນເມືອງ ແລະ ສາກົນ, ມີການແຂ່ງຂັນກິລາມິນິມາຣາທອນ ແລະ ເຈັດສະກີ , ລໍາວົງຢ້ອນຍຸກ, ການສາຍຮູບເງົາກາງແປນ, ສາຍຮູບເງົາປາລັດຕື້, ການສະແດງກາຍະສິນ, ວາງສະແດງພາຫະນະລົດເກົ່າ, ລົດສາມລໍ້ຖີບ, ການວາງສະແດງຮູບພາບກ່ຽວກັບທັດສະນີຍະພາບຕົວເມືອງເກົ່າ ແລະ ການຕົບແຕ່ງໂຄບໄຟຕາມເສັ້ນທາງຈັດງານ ທີ່ສ່ອງແສງໃຫ້ເຫັນເຖິງບັນຍາກາດຫວນຄືນໃນພາບອະດີດ ຂອງຕົວເມືອງເກົ່າ.

ປີນີ້ຄຶກຄື້ນ ແລະ ຍິ່ງໃຫຍ່

ຂອບໃຈຂອບຂໍ້ມູນ ແລະ ຮູບພາບຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/