ອົງການອຸຕຸນິຍົມໂລກ (WMO) ຂອງສະຫະປະຊາຊາດ ໄດ້ປະກາດວ່າປາກົດການເອລນີໂຢ “El Niño” ໄດ້ເລີ່ມຕົ້ນຂຶ້ນແລ້ວ. ຫຼັງຈາກທີ່ໂລກຂອງເຮົາຕ້ອງປະເຊີນກັບສະພາບດິນຟ້າອາກາດແບບ ລານີຢາ “La Niña” ໄດ້ສິ້ນສຸດລົງ ແລະ ຄາດວ່າປາກົດການ El Niño ຈະຮຸນແຮງສືບຕໍ່ໄປຈົນເຖິງທ້າຍປີ ສົ່ງຜົນໃຫ້ອຸນຫະພູມໂລກສະເລ່ຍແມ່ນສູງຂຶ້ນກວ່າທີ່ເຄີຍມີມາ.
ໂດຍມີການຄາດການວ່າ ປາກົດການ El Niño ໃນຄັ້ງນີ້ຈະຮຸນແຮງເພີ່ມທະວີຂຶ້ນກວ່າທີ່ຜ່ານມາຈົນເອີ້ນໄດ້ວ່າ ເປັນຊຸບເປີ້ເອລນີໂຢ (Super El Niño) ເຮັດໃຫ້ປີນີ້ມີອຸນຫະພູມເພີ່ມຂຶ້ນສູງກວ່າປີກ່ອນ ແລະ ອາດກາຍເປັນປີທີ່ຮ້ອນທີ່ສຸດໃນອັນດັບ 5 – 6 ຂອງປະຫວັດສາດຕັ້ງແຕ່ມີການບັນທຶກມາ.
ທັງນີ້ ການປ່ຽນແປງດິນຟ້າອາກາດຈາກ El Niño ຈະຄ່ອຍເປັນຄ່ອຍໄປເທື່ອລະກ້າວ ເຊິ່ງພວກເຮົາອາດຈະບໍ່ສາມາດຮັບຮູ້ ແລະ ສັງເກດເຖິງການປ່ຽນແປງນັ້ນໄດ້. ໂດຍເມື່ອຮອດປີ 2024 ອຸນຫະພູມອາດຈະເພີ່ມສູງຂຶ້ນຈົນສາມາດທຳລາຍສະຖິຕິທີ່ຮ້ອນທີ່ສຸດທີ່ເປັນອັນດັບ 1 ໃນປີ 2016 ເທົ່າທີ່ເຄີຍບັນທຶກມາ, ເຊິ່ງໃນປີ 2016 ນັ້ນກໍຢູ່ໃນໄລຍະທີ່ເກີດປາກົດການ El Nino ເຊັ່ນກັນ.
ອີງຕາມການລາຍງານຂອງ ອົງການຄຸ້ມຄອງມະຫາສະໝຸດ ແລະ ອົງການຄຸ້ມຄອງບັນຍາກາດແຫ່ງຊາດຂອງສະຫະລັດ (NOAA) ກ່າວວ່າ ໃນໄລຍະທີ່ເກີດປາກົດການ El Niño ອຸນຫະພູມໂລກຈະເພີ່ມຂຶ້ນປະມານ 0.2 ອົງສາ.

ນອກຈາກນັ້ນ, El Niño ຍັງເຮັດໃຫ້ນໍ້າອຸ່ນໃນມະຫາສະໝຸດປາຊີຟິກເຄື່ອນຕົວໄປທາງຕາເວັນອອກ ເຮັດໃຫ້ເກີດກະແສລົມປາຊີຟິກ (Jet Stream) ເຄື່ອນທີ່ໄປທາງໃຕ້ຂອງສູນກາງ. ສົ່ງຜົນໃຫ້ສະພາບອາກາດແຫ້ງແລ້ງ, ອົບອຸ່ນຂຶ້ນ ແລະ ຝົນຕົກໜັກໃນທາງພາກເໜືອຂອງສະຫະລັດ, ເຮັດໃຫ້ເກີດນ້ຳຖ້ວມໃນເຂດຂອງອ່າວສະຫະລັດ ແລະ ຕາເວັນອອກສຽງໃຕ້.
ທາງພາກເໜືອຂອງຢູໂຣບຈະຕ້ອງປະເຊີນກັບລະດູໜາວທີ່ໜາວເຢັນຍິ່ງຂຶ້ນ ແລະ ແຫ້ງແລ້ງ, ໃນຂະນະທີ່ພາກໃຕ້ຂອງຢູໂຣບຈະປະສົບກັບລະດູໜາວທີ່ມີຝົນຕົກໜັກ.
ສ່ວນທາງຂວັ້ນໂລກຕາເວັນອອກຈະຕ້ອງປະເຊີນໜ້າກັບ ຄື້ນຄວາມຮ້ອນຮຸນແຮງຂຶ້ນ ລະດູຮ້ອນທີ່ຍາວນານຂຶ້ນ ແລະ ມີພາຍຸທີ່ຮຸນແຮງເພີ່ມຂຶ້ນຫຼາຍຫົວ. ໂດຍສະຖານທີ່ທໍາອິດທີ່ໄດ້ຮັບຜົນກະທົບຈະເປັນບັນດາປະເທດຢູ່ໃກ້ກັບມະຫາສະໝຸດປາຊີຟິກເຊັ່ນ: ຝັ່ງຕາເວັນຕົກຂອງສະຫະລັດ, ຍີ່ປຸ່ນ, ອອສເຕຣເລຍ ແລະ ນິວຊີແລນ.
ໃນສ່ວນຂອງອິນໂດເນເຊຍ ແລະ ອອສເຕຣເລຍມີທ່າອ່ຽງທີ່ຈະປະສົບກັບສະພາບອາກາດທີ່ຮ້ອນ ແລະ ແຫ້ງແລ້ງກວ່າເມື່ອກ່ອນ ແລະ ມີຄວາມເປັນໄປໄດ້ທີ່ຈະເກີດໄຟໄໝ້ປ່າຫຼາຍຂຶ້ນ. ລວມທັງຢູ່ໃນແຖບອິນເດຍມີມໍລະສຸມລົດລົງ ເຊັ່ນດຽວກັນກັບອາຟຣິກາໃຕ້, ຈະມີຝົນຕົກໜ້ອຍລົງ. ຕ່າງຈາກອາຟຣິກາຕາເວັນອອກອາດຈະມີຝົນຕົກ ແລະ ນໍ້າຖ້ວມຫຼາຍ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/