ປະເມີນລາຍໄດ້ Genshin Impact ຮອດ 100 ລ້ານຫຼຽນໃນສອງອາທິດທຳອິດອາດໄດ້ທຶນຄືນ.


PC Gamer ເປິດລາຍງານຈາກຫຼາກຫຼາຍແຫຼ່ງຂ່າວວ່າ Genshin Impact ເກມຜະຈົນໄພ Open world ຈາກປະເທດຈີນແບບຫຼີ້ນຟຣີແຕ່ຫາລາຍໄດ້ຈາກການເປິດ item ສຸ່ມ style ກາຊາ ອາດເຮັດເງິນໄປແລ້ວຫຼາຍກວ່າ 100 ລ້ານໂດລາສະຫະລັດອາເມຣິກາພາຍໃນ 12 ມື້ທຳອິດທີ່ເປິດຕົວ ແລະ ຫາກອິງຈາກຕົວເລກລາຍງານງົບພັດທະນາເກມນີ້ທີ່ 100 ລ້ານຫຼຽນອາດແປວ່າ miHoYo ຜູ້ພັດທະນາເຮັດລາຍໄດ້ທຶນຄືນຮຽບຮ້ອຍແລ້ວຕໍ່ຈາກນີ້ແມ່ນກຳໄລລ້ວນໆ.

Daniel Ahmad  ນັກວິເຄາະທຸລະກິດຜູ້ຊ່ຽວຊານດ້ານວົງການເກມເອເຊຍຂອງ Niko Partners ອອກມາປະເມີນວ່າຕົວເກມອາດເຮັດລາຍໄດ້ເຖິງ 1 ພັນລ້ານຫຍວນ ຫຼື ປະມານ 150 ລ້ານໂດລາສະຫະລັດອາເມຣິກາໄດ້ພາຍໃນໄວໆນີ້ ແລະ ເຂົາຍັງເວົ້າອີກວ່າເກມນີ້ຖືໄດ້ວ່າເປັນ ເກມໃໝ່ຈາກຜູ້ພັດທະນາສັນຊາດຈີນທີ່ເປິດຕົວໄດ້ຢ່າງປະສົບຜົນສຳເລັດໄວທີ່ສຸດທີ່ເຄີຍມີມາ.

ເຖິງແມ່ນວ່າຕົວເກມອາດຈະມີດຣາມ່າເລັກນ້ອຍເລື່ອງການໄດ້ ແຮງບັນດານໃຈ ຈາກເກມອື່ນໆຫຼາຍໆເກມມາລວມກັນເຊັ່ນ: style ຂອງຮູບ ແລະ Mechanic ຈາກເກມ Zelda: Breath of The Wild ຫຼື ທ່າທາງເຄື່ຶອນທີ່ຂອງຕົວລະຄອນຈາກເກມ NierR: Autimata ແຕ່ກໍເບິ່ງຈະບໍ່ເປັນຜົນກະທົບກັບຄວາມສຳເລັດຂອງເກມຫຼາຍປານໃດລວມເຖິງ miHoYo ກໍກຽມ port game ລົງເຄື່ອງ Nintendo Switch ແລ້ວ ຄາດການວ່າທາງ Nintendo ກໍຄົງບໍ່ໄດ້ມີບັນຫາກັບການໄດ້ແຮງບັນດານໃຈຂອງເກມນີ້ຫຼາຍປານໃດຄືກັນ.

ທີ່ມາ: https://www.blognone.com/node/118974