ປະທານເປ້ຈະບໍ່ທົນ! Kylian Mbappé ຕ້ອງການຍ້າຍອອກໃຫ້ໄວທີ່ສຸດ ຫຼັງບໍ່ລົງຮອຍກັບ PSG

Kylian Mbappé

ອະນາຄົດຂອງ ຄິລິຍານ ເອັມບັບເບ້ ກອງໜ້າທີ່ໄດ້ຮັບຄ່າເມື່ອຍສູງທີ່ສຸດໃນໂລກ ກັບມາເປັນເຄື່ອງໝາຍຄຳຖາມອີກຄັ້ງ ຫຼັງນັກເຕະບໍ່ມີຄວາມສຸກກັບສະຖານະການຂອງຕົນເອງ ບໍ່ວ່າຈະກັບນັກເຕະຮ່ວມທີມ ແລະ ກັບສະໂມສອນ ປາຣີສ ເຊັນເຈີແມນ.

Kylian Mbappé

ກອງໜ້າອະນາຄົດໄກ ທີມຊາດຝຣັ່ງຄົນນີ້ປ່ຽນຈາກການຈະຍ້າຍໄປຢູ່ກັບ ເຣອັລ ມາດຣິດ ແຊ້ມຢູໂຣບ 14 ສະໄໝ ມາຕໍ່ສັນຍາກັບ ປາຣີສ ເຊັນເຈີແມນ ໄປຮອດ ປີ 2025 ເມື່ອຕົ້ນເດືອນ ຕຸລາ ທີ່ຜ່ານມາ ພ້ອມຮັບເງິນຄ່າຈ້າງສູງທີ່ສຸດເປັນອັນດັບ 1 ຂອງໂລກດ້ວຍມູນຄ່າປະມານ 1 ລ້ານຢູໂຣ ຕໍ່ອາທິດ ຈົນເຮັດໃຫ້ ຟໍເຣັນຕິໂນ່ ເປເຣສ ປະທານສະໂມສອນ ເຣອັລ ມາດຣິດ ແລະ ນັກເຕະຫຼາຍຄົນບໍ່ພໍໃຈ.

ຫຼັງຕໍ່ສັນຍາເບິ່ງຄືວ່າ ເອັມບັບເບ້ ນັ້ນສະມີອະນາຄົດທີ່ສົດໃສກັບ ປາຣີສ ເຊັນເຈີແມນ. ແຕ່ຫຼ້າສຸດ ສະຖານະການຂອງ ເອັມບັບເບ້ ໄດ້ປີ້ນຈາກໜ້າມືເປັນຫຼັງມື ເລີ່ມຈາກການມີບັນຫາກັບ ເນມາ ຊຸບເປີ້ສະຕາ ຊາວ ບຣາຊິວ ທີ່ເນມາ ມາຍາດຍິງຈຸດໂທດ ຂະນະທີ່ ເນມາເອງກໍບໍ່ພໍໃຈເຊັ່ນດຽວກັນກັບລາຍງານຂ່າວທີ່ວ່າ ການຕໍ່ສັນຍາຂອງ ເອັມບັບເບ້ ນັ້ນຈະເຮັດໃຫ້ ເອັມບັບເບ້ ມີອຳນາດການຕັດສິນໃຈເລື່ອງພາຍໃນຂອງສະໂມສອນ ຈົນຄວາມສຳພັນຂອງທັງ 2 ຄົນກໍບໍ່ຄືເກົ່າອີກຕໍ່ໄປ.

Kylian Mbappé

ເທົ່ານັ້ນຍັງບໍ່ພໍ ເອັມບັບເບ້ ຍັງໄດ້ໃຫ້ສຳພາດ ສະແດງເຖິງຄວາມບໍ່ພໍໃຈໃນແຜນການຫຼິ້ນຂອງ ຄຣິສຕອບ ການຕິເຍ (Christophe Galtier) ຄູເຝິກຂອງທີມ ປາຣີສ ເຊັນເຈີແມນ ໂດຍລາວກ່າວວ່າ: “ຂ້ອຍຮູ້ສຶກມີຄວາມສຸກກັບການຫຼິ້ນໃຫ້ທີມຊາດຫຼາຍກວ່າ ຫຼິ້ນໃຫ້ສະໂມສອນ ເພາະທີມຊາດ ຝຣັ່ງ ໃຫ້ອິດສະຫຼະໃນການຫຼິ້ນກັບຂ້ອຍໄດ້ຫຼາຍກວ່າ”

ຂະນະດຽວກັນ ເອັມບັບເບ້ ຍັງຮູ້ສຶກວ່າ  ນານເຊີ ອານ-ເຄໄລຟີ (Nasser Al-Khelaifi) ປະທານສະໂມສອນ ແລະ ລຸຍສ ຄຳໂປສ (Luis Campos)  ຜູ້ອຳນວຍການກິລາ ຂອງທີມ ບໍ່ໄດ້ຮັກສາສັນຍາທີ່ເຄີຍໃຫ້ໄວ້ກັບລາວ ທີ່ວ່າຈະໃຫ້ລາວມີບົດບາດໃນການຂັບເຄື່ອນທີມ ທັງໃນ ແລະ ນອກສະໜາມ.

Kylian Mbappé

ທັງໝົດນີ້ເຮັດໃຫ້ ເອັມບັບເບ້ ນັ້ນບໍ່ຕ້ອງການທີ່ຈະຫຼິ້ນໃຫ້ກັບ ປາຣີສ ເຊັນເຈີແມນ ອີກຕໍໄປ ແລະ ໄດ້ແຈ້ງກັບ ຄະນະບໍລິຫານ ຂອງທາງສະໂມສອນໄປແລ້ວວ່າລາວຕ້ອງການຍ້າຍອອກຈາກທີມໃຫ້ໄວທີ່ສຸດ ຫາກເປັນໄປໄດ້ຂໍເປັນຕະຫຼາດລະດູໜາວ ເດືອນມັງກອນທີ່ຈະມາຮອດນີ້ ຍິ່ງດີ.

ແຕ່ຢ່າງໃດກໍຕາມ ທາງຝັ່ງຂອງ ຄະນະບໍລິຫານຂອງສະໂມສອນ ຍັງຢືນຢັນສຽງແຂງວ່າຈະບໍ່ປ່ອຍດາວຍິງ ທີມຊາດຝຣັ່ງຄົນນີ້ອອກຈາກທີມໃນເດືອນມັງກອນທີ່ຈະມາຮອດນີ້ໂດຍເດັດຂາດ. ແຕ່ຖ້າຈຳເປັນຕ້ອງຂາຍ ເອັມບັບເບ້ແທ້ໆ ຈະພະຍາຍາມບໍ່ຂາຍໃຫ້ກັບສະໂມສອນ ເຣອັລ ມາດຣິດ ເພາະດ້ວຍຄວາມສຳພັນທີ່ບໍ່ລົງຮອຍກັນ ກັບ ຟໍເຣັນຕິໂນ ເປເຣສ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply