ເມື່ອວັນພຸດທີ 2 ມິຖຸນາ 2022 ທີ່ຜ່ານມານີ້ ທ່ານປະທານາທິບໍດີ ໄຄສ ຊາອິດ (Kais Saied) ຂອງປະເທດ ຕູນິເຊຍ ໄດ້ສັ່ງປົດຜູ້ພິພາກສາຈຳນວນ 57 ຄົນໃນເທື່ອດຽວ ໂດຍບອກວ່າ ຄົນເຫຼົ່ານີ້ມີສ່ວນກ່ຽວຂ້ອງກັບການສໍ້ລາດບັງຫຼວງ ແລະ ຂັດຂວາງຂະບວນການພິຈາລະນາຄະດີກໍ່ການຮ້າຍ.
ໂດຍ ໄຄສ ຊາອິດ ກ່າວຜ່ານສະຖານີໂທລະພາບທ້ອງຖິ່ນວ່າ: “ຂ້ອຍໄດ້ໃຫ້ໂອກາດຫຼາຍເທື່ອແລ້ວ ພ້ອມເຕືອນແລ້ວເຕຶອນອີກ ວ່າໃຫ້ຝ່າຍຕຸລາການຊຳລະເລື່ອງນີ້ດ້ວຍຕົນເອງ” ຫຼັງຈາກນັ້ນ ຫຼາຍຊົ່ວໂມງຜ່ານໄປ ທາງການໄດ້ອອກດຳລັດປະກາດການປົດຕຳແໜ່ງ.

ໃນບັນດາຜູ້ພິພາກສາທີ່ຖືກສັ່ງປົດນັ້ນ ມີຊື່ຂອງ ຢູເຊບ ບູຊາເກີ້ (Youssef Bouzaker) ອະດີດປະທານສະພາສູງສຸດຝ່າຍຕຸລາການ (Supreme Judicial Council) ທີ່ກ່ອນໜ້ານີ້ ໄຄສ ຊາອິດ ໄດ້ສັ່ງຍຸບສະພາໄປເມື່ອເດືອນກຸມພາທີ່ຜ່ານມາ.

ຜ່ານມາ ສະພາສູງສຸດຝ່າຍຕຸລາການຂອງ ຕູນິເຊຍ ຖືກເບິ່ງວ່າເປັນ ອຳນາດອິດສະຫຼະທາງຕຸລາການພາຍໃນປະເທດມາຕະຫຼອດ ນັບຕັ້ງແຕ່ການປະຕິວັດ ເມື່ອປີ 2011 ແລະ ໄດ້ນຳປະຊາທິປະໄຕມາສູ່ປະເທດ. ເຊິ່ງການກະທຳຄັ້ງນີ້ຂອງ ໄຄສ ຊາອິດ ຖືກເບິ່ງວ່າເປັນການເຂົ້າມາແຊກແຊງຂະບວນການທາງຍຸຕິທຳ.

ຕູນິເຊຍ ໄດ້ປະສົບກັບບັນຫາທາງການເມືອງຢ່າງໜັກ, ເມື່ອເດືອນ ກໍລະກົດ 2021 ທີ່ຜ່ານມາ ໄຄສ ຊາອິດ ໄດ້ປົດລັດຖະບານ ແລະ ຍຶດອຳນາດບໍລິຫານ ກ່ອນທີ່ຈະຍົກເລີກສະພາທີ່ມາຈາການເລືອກຕັ້ງຂອງປະເທດ.

ກ່ອນໜ້ານີ້ ໄຄສ ຊາອິດ ເຄີຍກ່າວກ່ຽວກັບການເຄື່ອນໄຫວຂອງລາວວ່າ: “ທັງໝົດແມ່ນເພື່ອ ຮັກສາຕູນິເຊຍໄວ້ຈາກວິກິດ” ແລະ ການເຂົ້າມາແຊກແຊງຂອງລາວເບິ່ງຄືວ່າຈະໄດ້ຮັບການສະໜັບສະໜູນຈາກສາທາລະນະຢ່າງກວ້າງຂວາງ ຫຼັງຈາກຫຼາຍປີທີ່ຜ່ານມາ ຕູນິເຊຍ ປະສົບກັບບັນຫາທາງເສດຖະກິດ, ບັນຫາການເມືອງ ແລະ ບັນຫາເລື່ອງການສໍ້ລາດບັງຫຼວງ.

ເຖິງຢ່າງໃດກໍຕາມ ຫຼາຍຝ່າຍກໍຍັງເບິ່ງວ່າ ການກະທຳຂອງປະທານາທິບໍດີຕູນິເຊຍຄັ້ງນີ້ ເປັນການທຳລາຍລະບອບປະຊາທິປະໄຕຂອງຕູນິເຊຍ ແລະ ຄຳສັ່ງປົດຜູ້ພິພາກສາ 57 ຄົນນັ້ນ ແມ່ນເຮັດໄປເພື່ອການລວມອຳນາດທາງການເມືອງຂອງຕົນເອງ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/