ເຊືອກໂດດຖືໄດ້ວ່າເປັນໜຶ່ງໄອເທັມທີ່ກຳລັງເປັນທີ່ນິຍົມຂອງໃຜຫຼາຍໆຄົນເພາະທັງພົກພາສະດວກ, ນ້ຳໜັກເບົາ ແລະ ໃຊ້ງານໄດ້ງ່າຍ. ຢ່າງໃດກໍຕາມ ເຊື່ອວ່າຫຼາຍຄົນຄືຈະເຄີຍພົບບັນຫາໃນການນັບຈຳນວນຄັ້ງຂອງການໂດດ ເພາະເວລາທີ່ເຮົາໂດດໄປມາ ຫຼື ຟັງເພງໄປນຳໃນເວລາໂດດ ອາດເຮັດໃຫ້ເຮົາລືມນັບຈຳນວນຄັ້ງການໂດດໄດ້. ແຕ່ບັນຫາດັ່ງກ່າວຈະຖືກແກ້ໄຂໂດຍ V-ROPE ເຊືອກໂດດອອກກຳລັງກາຍແບບໃໝ່ ທີ່ມັນຈະນັບຈຳນວນຄັ້ງທີ່ເຮົາໂດດເຊືອກຜ່ານໄຟ LED ທີ່ຕິດມາກັບຕົວເຊືອກ ໃຫ້ເຫັນທາງດ້ານໜ້າ ແລະ ບໍ່ຈໍາເປັນຕ້ອງເສຍເວລານັບເອງອີກຕໍ່ໄປ.

V-ROPE ຖືກພັດທະນາຂຶ້ນໂດຍບໍລິສັດສະຕາດອັບ Ginell ເຊິ່ງມັນເປັນອຸປະກອນໂດດເຊືອກສໍາລັບອອກກຳລັງກາຍທີ່ຖືກຕິດຕັ້ງໄຟ LED 23 ຈຸດໃນຕົວເຊືອກ ແລະ ມັນຈະກະພິບເປັນໄລຍະໆ ເພື່ອສ້າງການສະແດງຜົນຕົວເລກໃຫ້ເຮົາແບບ 360 ອົງສາ ແລະ ສະແດງຕົວເລກໄດ້ສູງສຸດເຖິງ 4 ຫຼັກ. ພ້ອມນັ້ນຊຸດໄຟ LED ນີ້ຍັງສາມາດແບ່ງການນັບຕາມລະດັບການອອກກຳລັງກາຍຂອງເຮົາອີກດ້ວຍ.


ຕົວຢ່າງການສະແດງໄຟຂອງເຊືອກ ຖ້າເປັນໄຟສີຂາວ ແມ່ນເປັນໄລຍະເລີ່ມອອກກຳລັງກາຍອຸ່ນເຄື່ອງ, ໄຟສີຟ້າ ເປັນໄລຍະອອກກຳລັງກາຍແບບແອໂຣບິກ ແລະ ໄຟສີແດງ ແມ່ນໄລຍະການອອກກຳລັງການທີ່ເລີ່ມເຜົາຜານໄຂມັນ. ນອກນີ້ເຮົາຍັງສາມາດປັບແຕ່ງການສະແດງໄຟ ໃຫ້ກາຍເປັນສັນຍະລັກອີໂມຈິ ຫຼື ຂໍ້ຄວາມຕາມສີສັນທີ່ຕ້ອງການ ເອົາໄປໂດດຫຼິ້ນແບບມ່ວນໆໄດ້ອີກພ້ອມ.

V-ROPE ມາພ້ອມພັອດສາກແບບ Type-C ແລະ ແບັດເຕີຣີ່ໂພລິເມີ 800mAh ສາມາດໃຊ້ງານໄດ້ດົນ 30 ມື້ຕໍ່ການສາກ 1 ຄັ້ງ ໂດຍໃຊ້ເວລາສາກຈາກ 0-100% ເປັນເວລາ 1,5 ຊົ່ວໂມງ ແລະ ອາຍຸການໃຊ້ງານຂອງເຊືອກໂດດນີ້ແມ່ນຢູ່ທີ່ 100.000 ຄັ້ງ. ຢ່າງໃດກໍຕາມ ການທີ່ຈະໃຊ້ໄດ້ໃນໄລຍະເວລາສັ້ນ ຫຼື ຍາວ ແມ່ນຂຶ້ນກັບວິທີການໃຊ້ສ່ວນບຸກຄົນ.

ທັງນີ້ V-ROPE ສາມາດຊື້ໄດ້ຕາມເວັບໄຊຊື້ຂາຍອອນລາຍຢ່າງ Amazon ແລະ ຕອນນີ້ແມ່ນເປີດລະດົມທຶນຢູ່ທີ່ເວັບໄຊ Kickstarter ໂດຍລາຄາເລີ່ມຕົ້ນແມ່ນຢູ່ທີ່ຊຸດລະ 69 ໂດລາ ຫຼື 1.200.000 ກີບ.
ຕົວຢ່າງການນຳໃຊ້: https://bit.ly/3WB5Msx
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/