ເມື່ອວັນທີ 24 ເດືອນພຶດສະພາທີ່ຜ່ານມາ, ໃນສ່ວນເລິກຂອງປ່າ Amazon ປະເທດບຣາຊິວ ໄດ້ມີສິ່ງກໍ່ສ້າງບາງຢ່າງທີ່ຄ້າຍຄືອາຄານທີ່ຊັບຊ້ອນລຽງກັນເປັນວົງເເຫວນ 6 ວົງ ທີ່ພ້ອມຈະພົ່ນລະອອງກ໊າສຄາບອນໄດອັອກໄຊສູ່ປ່າຝົນ.
ໂຄງການ AmazonFACE (Free Air CO2 Enrichment) ຖືກສ້າງຂຶ້ນເພື່ອສໍາຫຼວດຄວາມສາມາດຂອງປ່າໃນການກັກເກັບກ໊າສຄາບອນໄດອັອກໄຊ ເຊິ່ງເປັນສ່ວນສຳຄັນໃນການປ່ຽນເເປງສະພາບອາກາດຂອງໂລກ, ສິ່ງນີ້ຈະຊ່ວຍໃຫ້ນັກວິທະຍາສາດເຂົ້າໃຈວ່າປ່າທີ່ມີຄວາມຫຼາກຫຼາຍທາງຊີວະພາບທີ່ສຸດໃນໂລກມີຈຸດປ່ຽນທີ່ອາດເຮັດໃຫ້ເຂົ້າສູ່ສະພາວະເສື່ອມໂຊມຢ່າງບໍ່ມີວັນຫວນກັບໄດ້ຫຼືບໍ່? ເຊິ່ງຖ້າເຫດການດັ່ງກ່າວເກີດຂຶ້ນມັນຈະປ່ຽນຜືນປ່າທີ່ມີຄວາມຫຼາກຫຼາຍທາງຊີວະພາບນີ້ໃຫ້ກາຍເປັນປະເທດທີ່ເເຫ້ງເເລ້ງຄືກັບທົ່ງຫຍ້າ Savannah.

ໂຄງການນີ້ຕັ້ງຢູ່ຫ່າງຈາກເມືອງ Manaus ໄປທາງທິດເໜືອ 70 ກິໂລເເມັດ, ນໍາພາໂດຍສະຖາບັນແຫ່ງຊາດສໍາລັບການຄົ້ນຄວ້າ Amazon ເຊິ່ງເປັນສະຖາບັນຂອງລັດຖະບານກາງ ດ້ວຍການສະໜັບສະໜູນດ້ານການເງິນຈາກລັດຖະບານອັງກິດ ສັນຍາວ່າດ້ວຍງົບປະມານ 9 ລ້ານໂດລາສະຫະລັດ ເຊິ່ງຈະໄດ້ຮັບການປະຕິບັດຢ່າງເຕັມຮູບເເບບໃນກາງປີ 2024.
ໃນການສ້າງວົງເເຫວນສອງອັນທຳອິດກຳລັງຢູ່ໃນການດຳເນີນການ ເເລະ ຄາດວ່າຈະເປີດໃຊ້ງານພາຍໃນເດືອນສິງຫານີ້, ໂດຍວົງເເຫວນເເຕ່ລະວົງຈະປະກອບໄປດ້ວຍຫໍຄອຍອາລູມີນຽມ 16 ອັນ ເຊິ່ງສູງເທົ່າກັບຕຶກ 12 ຊັ້ນ ເເລະ ຈະມີບໍລິສັດ 3 ເເຫ່ງເປັນຜູ້ຈັດຫາກ໊າສຄາບອນໄດອັອກໄຊເພື່ອຫຼີກເວັ້ນການຂາດເເຄນ.
David Lapola ໜຶ່ງໃນນັກວິທະຍາສາດຊັ້ນນຳຂອງໂຄງການກ່າວວ່າ “ພວກເຮົາມີຫຼັກຖານຈາກການທົດລອງທີ່ຄ້າຍຄືກັນໃນປ່າເຂດອົບອຸ່ນ ເເຕ່ບໍ່ຮັບປະກັນວ່າມັນຈະຄືກັນກັບປ່າ Amazon”

ນອກຈາກນີ້ David Lapola ຍັງໃຫ້ເຫດຜົນອີກວ່າ ຈຸດປ່ຽນຂອງປ່າຝົນ Amazon ມີທ່າອ່ຽງທີ່ເຊື່ອມໂຍງກັບການປ່ຽນແປງຂອງສະພາບດິນຟ້າອາກາດຫຼາຍກວ່າອັດຕາການຕັດໄມ້ທຳລາຍປ່າ. ດັ່ງນັ້ນ, ມັນຈຶ່ງເປັນສິ່ງທີ່ສຳຄັນທີ່ຈະຕ້ອງໄດ້ສຶກສາຫາຜົນກະທົບຂອງຄວາມເຂັ້ມຂົ້ນຂອງຄາບອນໄດອັອກໄຊໃນປ່າທີ່ເພີ່ມສູງຂຶ້ນ ເພື່ອຈະຮັບມືກັບສິ່ງທີ່ຈະເກີດຂຶ້ນ.
ໃນການຕໍ່ສູ້ກັບການປ່ຽນເເປງຂອງສະພາບອາກາດທີ່ຂັບເຄື່ອນດ້ວຍປັດໄຈຫຼາຍຢ່າງ ບໍ່ເເມ່ນສິ່ງບຣາຊິວ ຫຼື ປະເທດເເຖບ Amazon ຈະສາມາດເເກ້ໄຂໄດ້ໂດຍລໍາພັງ, ເຖິງເເມ່ນວ່າຈະຢຸດການຕັດໄມ້ທຳລາຍປ່າໃນປ່າ Amazon ໃນມື້ນີ້ ເເຕ່ປ່າກໍຍັງຄົງຄວາມສ່ຽງທີ່ຈະໄດ້ຮັບຜົນກະທົບຈາກຜົນກະທົບກ່ອນໜ້ານີ້ ຈາກການປ່ຽນເເປງຂອງສະພາບດິນຟ້າອາດກາດ. ຖ້າຫາກມີການຕັດໄມ້ຮອດລະດັບສໍາຄັນທີ່ 20% – 25% ໃນທົ່ວ Amazon ຄວາມດຸ່ນດ່ຽງຂອງລະບົບນໍ້າຝົນຂອງພູມີພາກຈະຢຸດລົງ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/