ພາຍຸ CYCLONE ພັດເຂົ້າຕອນໃຕ້ຂອງປະເທດ ບຣາຊິວ ໂດຍມີຄວາມໄວຂອງລົມຢູ່ 101,9 ກິໂລແມັດຕໍ່ຊົ່ວໂມງ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 13 ຄົນ ແລະ ມີຜູ້ບາດເຈັບອີກຫຼາຍສິບຄົນ ຜູ້ສູນຫາຍອີກ 20 ຄົນ ພ້ອມກັບບ້ານເຮືອນຂອງປະຊາຊົນທີ່ຖືກທຳລາຍຈາກພາຍຸ.
ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ທາງການລັດລີໂອກາລັນດີໂດຊູນ (Rio Grande do Sul) ທາງຕອນໃຕ້ຂອງປະເທດບຣາຊິວ ໄດ້ອອກມາເປີດເຜີຍວ່າ ພາຍຸຝົນຟ້າຄະນອງ ແລະ ກະແສລົມແຮງ ສ້າງຄວາມເສຍຫາຍເປັນວົງກວ້າງເມື່ອອາທິດທີ່ຜ່ານມາ ເຮັດໃຫ້ປະຊາຊົນຫຼາຍກວ່າ 3.000 ຄົນຕ້ອງອົບພະຍົບຈາກພື້ນທີ່ເນື່ອງຈາກຄວາມເສຍຫາຍຈາກພາຍຸ.

ໂດຍທ່ານ ເອດູອາໂດ ເລຕາ ຜູ້ວ່າການລັດລິໂອກາລັນດີໂດຊູນ (Rio Grande do Sul) ພ້ອມກັບເຈົ້າໜ້າທີ່ລັດ ແລະ ທີມກູ້ໄພ ເຮັດໃຫ້ຫານມາຢ້ຽມຢາມພື້ນທີ່ໄດ້ຮັບຜົນກະທົບໜັກທີ່ສຸດໂດຍໃຊ້ເຮືອບິນ ເຮລິຄັອບເຕີ ທ່ານ ເອດູອາໂດ ເລຕາ ໄດ້ກ່າວວ່າ ສະຖານະການໃນຄາລານ່າ ເປັນທີ່ໜ້າຫ່ວງເປັນຢ່າງຫຼວງຫຼາຍ ແລະ ຈຳເປັນຢ່າງຫຼວງຫຼາຍທີ່ພວກຈະຮີບເຮັດແຜນທີ່ຂອງບໍລິເວນພື້ນທີ່ທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ແລະ ລະບຸເຖິງຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ.
ທ່ານ ເອດູອາໂດ ເລຕາ ໃຫ້ຂໍ້ມູນເພິ່ມຕື່ມວ່າ ເຈົ້າໜ້າທີ່ດັບເພິງຂອງລັດໄດ້ເຮັດການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບໄປແລ້ວປະມານ 2.400 ຄົນໃນໄລຍະເວລາ 2 ມື້ທີ່ຜ່ານມາ ພ້ອມຍັງກ່າວອີກວ່າ ເປົ້າໝາຍຫຼັກຕອນນີ້ຄືຕ້ອງປົກປ້ອງ ແລະ ຊ່ວຍຊີວິດປະຊາຊົນ ພ້ອມກັບຊ່ວຍເຫຼືອຜູ້ຄົນທີ່ຕິດຄ້າງຢູ່ ກັບການລະບຸຕຳແໜ່ງຂອງຜູ້ສູນຫາຍ ແລະ ສະໜັບສະໜູນຄອບຄົວຜູ້ເສຍຫາຍຈາກໄພພິບັດ.

ຢ່າງໃດກໍຕາມ ຈຳນວນຜູ້ເສຍຊີວິດມີທ່າອ່ຽງຈະເພີ່ມຂຶ້ນ ເນື່ອງຈາກຍັງມີຜູ້ສູນຫາຍຢ່າງໜ້ອຍອີກ 4 ຄົນ ໂດຍທີ່ປະຊາຊົນຫຼາຍກວ່າ 3.700 ຄົນ ກາຍເປັນຄົນໄຮ້ບ້ານບໍ່ມີບ່ອນຢູ່ອາໄສ. ທັງນີ້ ປະເທດ ບຣາຊິວ ຕ້ອງພົບກັບໄພທຳມະຊາດເຊິ່ງມີຄວາມຮຸນແຮງຫຼາຍຂຶ້ນໃນບໍ່ຈັກປີທີ່ຜ່ານມາ ເຊິ່ງເປັນຜົນຈາກຄວາມປ່ຽນແປງຂອງສະພາບອາກາດໂລກ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/