ນີ້ແມ່ນເຈົ້າອາວາດທີ່ໜ້າຮັກທີ່ສຸດໃນໂລກ ເພາະວ່າມີ ”ແມວ” ເປັນເຈົ້າອາວາດ!!!!!


ທຸກຄົນຄົງຮູ້ຈັກກັນດີວ່າປະເທດຍີ່ປຸ່ນນັ້ນເຕັມໄປດ້ວຍຄວາມສວຍງາມຂອງສະຖານທີ່ທ່ອງທ່ຽວ ວັດທະນະທຳ ເລື່ອງລາວທີ່ໜ້າປະທັບໃຈ ແລະ ເລື່ອງລາວທີ່ແປກປະຫຼາດມັກຈະເກີດຂຶ້ນທີ່ນີ້ ຍົກຕົວຢ່າງໃນກໍລະນີ Nyan Nyan Ji ຫຼື ແປອັງກິດວ່າ Meow Meow Temple ຢູ່ທີ່ກຽວໂຕ ແລະ ແນ່ນອນວ່າຖ້າຫາກໃຜທີ່ເປັນທາດແມວ ແລະ ສິ່ງສັກສິດແລ້ວ ສະຖານທີ່ແຫ່ງນີ້ນັບວ່າເປັນອີກບ່ອນໜຶ່ງທີ່ຫ້າມພາດເລີຍ.

Meow Meow Temple ໄດ້ຖືກກໍ່ຕັ້ງໂດຍ Toru Kaya ຈິດຕະກອນທີ່ມີຊື່ສຽງ ແລະ ມີຜົນງານອັນໂດດເດັ່ນຕາມຝາວັດ ແລະ ສານເຈົ້າຢ່າງແຜ່ຫຼາຍ.

ພາຍໃນວັດນີ້ເຮົາສາມາດສັ່ງອາຫານ ແລະ ເຄື່ອງດື່ມໄດ້ ລວມເຖິງຮັບຊົມສິນລະປະ ຮູບປັ້ນ ແລະ ຮູບແຕ້ມແມວຕ່າງໆໄດ້ອີກດ້ວຍ ຖ້າສົນໃຈເລື່ອງຂອງທີ່ລະນຶກສາມາດຊື້ໄດ້ທີ່ຮ້ານຄ້າໃນວັດທີ່ມີຊື່ວ່າ “Little footmark Ren”

ແຕ່ຈຸດເດັ່ນຂອງວັດນີ້ບໍ່ໄດ້ມີແຕ່ວັດທີ່ປະດັບດ້ວຍຮູບແມວເທົ່ານັ້ນ ແຕ່ວ່າເຈົ້າອາວາດທີ່ວັດນີ້ກໍເປັນແມວເຊັ່ນກັນ, ເຈົ້າອາວາດທີ່ນີ້ມີຊື່ວ່າ Koyuki ເປັນແມວສີຂາວທີ່ມີໜ້າຕາບຶ້ງຕຶງອັນເປັນເອກະລັກສະເພາະຕົວທີ່ດຶງດູດໃຫ້ຜູ້ຄົນມາຕົກຂຸມຮັກ ຈົນປັດຈຸບັນນີ້ກາຍເປັນດາຣາໃນໂລກໂຊຊຽວມີເດຍທີ່ມີຍອດຜູ້ຕິດຕາມໃນອິນສະຕາແກຣມຫຼາຍກວ່າ 13,000 ຄົນ.

ຢ່າງໃດກໍຕາມ Koyuki ບໍ່ແມ່ນແມວອົງທຳອິດທີ່ເປັນເຈົ້າອາວາດໃນວັດແຫ່ງນີ້ ເພາະວັດນີ້ໄດ້ເປີດໃຫ້ບໍລິການຕັ້ງແຕ່ປີ 2016 ແລະ ໄດ້ມີເຈົ້າອາວາດແມວສືບຕໍ່ຍາວນານເຖິງ 3 ຮຸ່ນ ເຊິ່ງຈາກການສຳພາດ  Toru Kaya ຍັງບອກອີກວ່າ ນອກຈາກ Koyuki ແລ້ວຍັງມີພຣະເປັນແມວທີ່ເຮັດໜ້າທີ່ອື່ນໃນວັດອີກ 6 ອົງຄື: Waka, Chin, Aruji, Ren, Konatsu ແລະ Chichi ນອກຈາກນັ້ນຍັງເປັນເລື່ອງຫນ້າຍິນດີເມື່ອພົບວ່າ ແມວເຫຼົ່ານີ້ມີຄວາມສຸກ ແລະ ສຸຂະພາບດີເມື່ອຢູ່ບ່ອນນີ້ ເຖິງແມ່ນວ່າພຣະແມວ ຈະບໍ່ໄດ້ຮັບຄວາມນິຍົມເທົ່າເຈົ້າອາວາດຂອງວັດ ແຕ່ບັນດາພຣະແມວກໍໜ້າຮັກ ແລະ ຂີ້ອ້ອນບໍ່ໜ້ອຍເລີຍ.

“ນັກທ່ອງທ່ຽວຈະມາກາບໄຫວ້ບູຊາດ້ວຍການຫຼິ້ນກັບພຣະແມວ ແລະ ຍັງເພີດເພີນໄປກັບຄາເຟ ລວມເຖິງງານສິລະປະທີ່ກ່ຽວກັບແມວອີກດ້ວຍ” ເຈົ້າຂອງ koyuki ກ່າວ.

ແນ່ນອນວ່າຍັງບໍ່ມີໃຜຢືນຢັນເຖິງຄວາມສັກສິດຂອງເຈົ້າອາວາດ ແລະ ບັນດາພຣະແມວທັ້ງຫຼາຍ ແຕ່ຖ້າມີໂອກາດ ບັນດາທາດແມວກໍໜ້າຈະລອງໄປ Meow Meow Temple ເບິ່ງຈັກຄັ້ງ.

ທີ່ມາ: https://www.facebook.com/readhowl/photos/a.445100152304352/1718671538280534/?type=3