ນິນນະພາ ພຸດສະຫວັດ ຫຼື “ແອ່ນນ່າ” ເຈົ້າຂອງ “ສູນຝຶກສອນໝາຄໍາຮູ້ວຽງຈັນ” ເປັນເຖິງຜູ້ຊ່ຽວຊານທາງດ້ານການປັບພຶດຕິກຳ ແລະ ຈິດຕະວິທະຍາສັດລ້ຽງ. ພ້ອມກັນນີ້ ຍັງເປັນຜູ້ປະກອບການທຸລະກິດກ່ຽວກັບ ສັດລ້ຽງ ແລະ ການສຶກສາ. ທີ່ສຳຄັນເປັນຄົນທີ່ຮັກສັດຫຼາຍ ໂດຍສະເພາະໝາ ເພາະສາມາດຮັບຮູ້ ແລະ ປັບພຶດຕິກຳຂອງໝາໄດ້ດ້ວຍວິຊາທີ່ໄດ້ຮ່ຳຮຽນມາ ປະກອບກັບປະສົບການທີ່ຫຼາກຫຼາຍຈາກຕ່າງປະເທດ. ທາງທີມຂ່າວ LaoX ກໍມີໂອກາດໄດ້ສໍາພາດແອ່ນນ່າ ເຊິ່ງຈະເປັນແນວໃດນັ້ນ ສາມາດຕິດຕາມໄປພ້ອມໆກັນເລີຍ.

- ແນະນຳຊື່ໃຫ້ແດ່?
ສະບາຍດີ ຊື່ ນິນນະພາ ພຸດສະຫວັດ (ຊື່ຫຼິ້ນ ແອ່ນນ່າ)
- ປັດຈຸບັນເຮັດວຽກກ່ຽວກັບຫຍັງ?
ປະຈຸບັນປະກອບອາຊີບ ຊ່ຽວຊານປັບພຶດຕິກຳ ແລະ ຈິດຕະວິທະຍາສັດລ້ຽງ, ພ້ອມເປັນຜູ້ປະກອບການ ທຸລະກິດກ່ຽວກັບສັດລ້ຽງ ແລະ ການສຶກສາ.


- ເລົ່າຄວາມເປັນມາກ່ອນຈະສ້າງສູນໝາໃຫ້ແດ່ໄດ້ບໍ່?
ຕ້ອງບອກກ່ອນວ່າ ມາຈາກຄວາມມັກ ແລະ ຮັກສັດລ້ຽງທີ່ເປັນຕົ້ນທຶນ ບວກກັບຄວາມກ້າທີ່ຈະລອງ ແລະ ທ້າທ້າຍສິ່ງທີ່ຫຼາຍຄົນບໍ່ກ້າລອງ. ແອ່ນນ່າເລີ່ມຈາກຕົ້ນທຶນຄວາມຮູ້ດ້ານວິຊາການເທົ່າສູນ ຈົນມາຮອດໂອກາດທີ່ໄດ້ພົບໝູ່ຄົນຕ່າງປະເທດ ທີ່ເປັນນັກປັບພຶດຕິກຳສັດລ້ຽງ ແລະ ພໍດີເໝາະເຈາະກັບໝູ່ອີກຄົນຕ້ອງການຄວາມຊ່ວຍເຫຼືອກ່ຽວກັບໝາຂອງລາວ.

ຫຼັງຈາກນັ້ນ ກໍຊັກຊວນໝູ່ທີ່ມີຄວາມຮູ້ຄວາມສາມາດ ຊ່ວຍກັນເລີ່ມຈາກຮັບຈ້າງຝຶກນ້ອງໝາເຖິງເຮືອນ ຊ່ວຍປັບພຶດຕິກຳຕ່າງໆ ຕັ້ງແຕ່ພື້ນຖານຈົນເຖິງລະດັບກິລາ ແລະ ກາຍະກຳສັດລ້ຽງ. ເຊິ່ງພາຍຫຼັງ 3 ເດືອນທໍາອິດທີ່ເລາະໄປຝຶກສັດລ້ຽງໃຫ້ເຮືອນແຕ່ລະຫຼັງ ກໍເກີດມີຜົນຕອບຮັບເກີນຄາດໝາຍ ແລະ ມີຄວາມຕ້ອງການສູງຂຶ້ນເລື້ອຍໆ. ແອ່ນນ່າຈຶ່ງຕັດສິນໃຈລາອອກວຽກປະຈຳ ແລະ ໃຊ້ເງິນເກັບທັງໝົດ (ເທໝົດໜ້າຕັກເລີຍຕອນນັ້ນ ????) ເປີດ “ສູນຝຶກສອນໝາຄໍາຮູ້ວຽງຈັນ” ເຊິ່ງໃຫ້ບໍລິການກ່ຽວກັບຈິດຕະວິທະຍາ ແລະ ສຸຂະພາບສັດລ້ຽງ ເຊັ່ນ: ບໍລິການ ຝຶກສອນໝາ, ຮັບຝາກ, ຮັບລ້ຽງ ແລະ ນຳເຂົ້າ-ສົ່ງອອກ ສັດລ້ຽງທົ່ວໂລກ. ບາດກ້າວນີ້ ເຮັດໃຫ້ “ແອ່ນນ່າ” ຄິດຮອດຄຳສອນຂອງພໍ່ສະເໝີວ່າ ໃຫ້ເບິ່ງທຸກຢ່າງອ້ອມຕົວໃຫ້ເປັນໂອກາດ ເພາະຖ້າເຮົາຄິດວ່າ ຂະໜາດເຮົາເອງຍັງຕ້ອງການ ນັ້ນແຫຼະຄື “ໂອກາດ”.

- ເປັນຫຍັງຈຶ່ງຢາກສ້າງສູນໝາ?
ຍ້ອນມີໂອກາດໄດ້ເຮັດໃນສິ່ງທີ່ມັກເຕັມທີ່ ແລະ ໂຊກດີທີ່ຕົນເອງບໍ່ເຄີຍຢຸດທີ່ຈະພັດທະນາຕົນເອງ ແອ່ນນ່າໄດ້ຝຶກຝົນຄົ້ນຄວ້າຈົນຈົບຫຼັກສູດ Canine Behavior ແລະ Animal Psychology (ພຶດຕິກຳສຸນັກ ແລະ ຈິດຕະວິທະຍາສັດລ້ຽງ) ຈາກສະຖາບັນຕ່າງປະເທດ. ເພາະແອ່ນນ່າເຊື່ອສະເໝີວ່າ ທຸກຄວາມສຳເລັດທີ່ດີ ຈະມາພ້ອມຄວາມຕັ້ງໃຈ, ເວລາ ແລະ ສັກກະຍະພາບຂອງຕົວເຮົາເອງເທົ່ານັ້ນ!

- ສູນໝາປ່ຽນແປງຊີວິດຕົນເອງຄືແນວໃດ?
ໄລຍະ 6 ປີ ຂອງສູນຝຶກສອນໝາຄໍາຮູ້ວຽງຈັນ ຄືການປ່ຽນແປງທີ່ດີທີ່ສຸດໃນຊີວິດ ເພາະມັນເຮັດໃຫ້ ແອ່ນນ່າກ້າວຂ້າມ Safe Zone ຂອງຕົນເອງ ເຂົ້າໃຈຄຸນຄ່າ ຄຳວ່າ “ໂອກາດ” ທີ່ມາພ້ອມກັບ “ຕົ້ນທຶນຕໍ່າ” ແລະ ການພັດທະນາຕົນເອງແບບບໍ່ຢຸດຢັ້ງຄືຕົ້ນທຶນ ແລະ ກຳໄລທີ່ໄດ້ມາພ້ອມກັນ.

- ສຸດທ້າຍນີ້ ຢາກຝາກຫຍັງບໍ່?
ສຸດທ້າຍ ຂໍຝາກໃຫ້ທຸກຄົນທີ່ຜ່ານມາອ່ານຄວາມນີ້ຈົນຈົບ ຈົ່ງເຊົາດູຖູກຄວາມສາມາດຕົນເອງ ທັ້ງໆທີ່ເຈົ້າບໍ່ໄດ້ເລີ່ມທີ່ຈະລອງເຮັດມັນ ແລະ ຂໍເປັນກຳລັງໃຈໃຫ້ທຸກຄົນກັບທຸກໂອກາດເດີ.

ຂອບໃຈບົດສຳພາດຈາກ: ນິນນະພາ ພຸດສະຫວັດ
ສາມາດຕິດຕາມສູນໄດ້ທີ່: https://cutt.ly/XXKHwQB
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment