ນາຍົກໄທ ເລັ່ງສາຍສຳພັນດຶງດູດການລົງທຶນ ພ້ອມເຜີຍ ມີບໍລິສັດໃຫຍ່ຈະມາລົງທຶນໃນໄທແລ້ວ ຫຼາຍພັນລ້ານໂດລາ


         ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ໄທ ທ່ານ ເສດຖາ ທະວີສິນ ເລັ່ງສາຍສຳພັນດຶງດູດການລົງທຶນຈາກຕ່າງປະເທດ ພ້ອມເຜີຍ ມາຮອດປັດຈຸບັນ ມີບໍລິສັດໃຫຍ່ລະດັບໂລກ ໃຫ້ຄວາມສົນໃຈ ແລະ ຈະມາລົງທຶນໃນໄທແລ້ວ ຫຼາຍພັນລ້ານໂດລາ ແນໃສ່ການຟື້ນຟູເສດຖະກິດຂອງປະເທດ.

         ໂດຍ ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີແຫ່ງ ປະເທດໄທ ແລະ ລັດຖະມົນຕີກະຊວງການເງິນ  ກ່າວພາຍຫຼັງເດີນທາງກັບຈາກການປະຊຸມໃຫຍ່ຂອງ ອົງການສະຫະປະຊາຊາດ (UNGA) ວ່າ: ການເດີນທາງຄັ້ງນີ້ມີພາລະກິດຫຼາຍຢ່າງ ທັງໄດ້ໂອ້ລົມກັບຜູ້ນໍາປະເທດ ພ້ອມທັງໄດ້ພົບກັບບໍລິສັດຍັກໃຫຍ່ລະດັບໂລກ ທັງ Tesla, Microsoft, Google, JP Morgan ແລະ ອື່ນໆ ອີກຫຼາຍບໍລິສັດ.

         ທ່ານເສດຖາ ກ່າວຕື່ມວ່າ: ບໍລິສັດເຫຼົ່ານີ້ສົນໃຈມາລົງທຶນໃນປະເທດໄທ ບາງບໍລິສັດມາລົງທຶນໃນຮູບແບບຕ່າງໆແລ້ວ. ໜ້າທີ່ຂອງຂ້າພະເຈົ້າແມ່ນການປະກາດໃຫ້ທຸກຄົນຮູ້ວ່າປະເທດໄທເປີດແລ້ວ ມີຄວາມພ້ອມ ແລະ ຍິນດີໃຫ້ບໍລິສັດເຫຼົ່ານີ້ມາລົງທຶນໃນປະເທດ ຫຼາຍຂຶ້ນ.

         ນອກຈາກນີ້  ທ່ານ ເສດຖາຍັງຫວັງວ່າ ໃນປີທີ່ຈະມາຮອດນີ້ ຈະສ້າງແນວທາງ ແລະ ເງື່ອນໄຂໃຫ້ບໍລິສັດຈາກ ໄທ ສາມາດໄປຈົດທະບຽນໃນຕະຫຼາດຫຼັກຊັບໃນ ມະຫານະຄອນ ນິວຢອກໄດ້ ເຊິ່ງທີ່ຜ່ານມາ ຍັງບໍ່ເຄີຍມີບໍລິສັດຈາກໄທ ບໍລິສັດໃດ ທີ່ສາມາດໄປຈົດທະບຽນທີ່ຕະຫຼາດຫຼັກຊັບໃນມະຫານະຄອນນິວຢອກໄດ້.

         ນາຍົກຄົນທີ 30 ຂອງປະເທດໄທ ລະບຸວ່າ ນັກລົງທຶນບໍ່ໄດ້ມີຄວາມກັງວົນໃດໆ ແຕ່ຈະມີເລື່ອງກົດໝາຍບາງຂໍ້ ໃນການອຳນວຍຄວາມສະດວກໃນທຸລະກິດ ເຊິ່ງໃນອາທິດທີ່ຜ່ານມາພາກສ່ວນທີ່ກ່ຽວຂ້ອງກໍໄດ້ມີການປະຊຸມກັນ ໃຫ້ປະເທດໄທມີຄວາມພ້ອມຫຼາຍຂຶ້ນໃນການລົງທຶນ.

         ໂດຍມີບໍລິສັດທີ່ມີຄວາມສົນໃຈໃນການລົງທຶນເຊັ່ນ: Tesla, ຜູ້ທີ່ຈະມາເບິ່ງເລື່ອງຂອງການເປີດໂຮງງານຜະລິດລົດຍົນ EV. ໃນຂະນະທີ່ Microsoft Google ມາເບິ່ງເລື່ອງຂອງສູນຂໍ້ມູນ. ເຊິ່ງຈະມີການລົງທຶນສູງປະມານ 5 ຕື້ໂດລາສະຫະລັດ ຕໍ່ລາຍການ ສໍາລັບການລົງທຶນຂັ້ນຕົ້ນ.

         ຖືເປັນການເຄື່ອນທີ່ສຳຄັນຂອງປະເທດໄທ  ພາຍຫຼັງໄດ້ນາຍົກຄົນໃໝ່ ທີ່ຕ້ອງການຟື້ນຟູເສດຖະກິດ ໂດຍການດຶງດູດການລົງທຶນຈາກຕ່າງປະເທດ ເຊິ່ງແນໃສ່ການດຶງການລົງທຶນຈາກບໍລິສັດໃຫຍ່ໆລະດັບໂລກມາລົງທຶນໃນໄທ.

ການເດີນທາງຄັ້ງຕໍ່ໄປຂອງນາຍົກລັດຖະມົນຕີແມ່ນຈະເຂົ້າຮ່ວມກອງປະຊຸມ APEC ທີ່ ຊານຟຣານຊິສໂກ ປະເທດ ສະຫະລັດອາເມຣິກາ ເຊິ່ງຈະມີບໍລິສັດໃຫຍ່ຫຼາຍແຫ່ງເຂົ້າຮ່ວມ. ໂດຍຈະຖືກຈັດຂຶ້ນເປັນເວທີປຶກສາຫາລືຮ່ວມເພື່ອສະໜັບສະໜູນ ການຄ້າ-ການລົງທຶນ ເພື່ອພັດທະນາເສດຖະກິດຂອງປະເທດ.

ຂໍ້ມູນຈາກ: https://www.prachachat.net/politics/news-1400243

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/