ນາຍົກສິງກະໂປປະກາດ ຍົກເລີກການໃສ່ໜ້າກາກອະນາໄມໃນພື້ນທີ່ສາທາລະນະນອກອາຄານ ພ້ອມກັບປັບປ່ຽນມາດຕະການກ່ຽວກັບໂຄວິດ


ໃນວັນທີ 24 ມີນາ ທີ່ຜ່ານມາ ນາຍົກລັດຖະມົນຕີແຫ່ງສິງກະໂປ ທ່ານ Lee Hsien Loong ໄດ້ຖະແຫຼງການວ່າ ສິງກະໂປກຽມປັບມາດຕະການກ່ຽວກັບການທົດສອບໂຄວິດ ແລະ ການກັກຕົວ ເຊິ່ງລວມໄປຮອດ ການສາມາດຖອດໜ້າກາກອະນາໄມໃນສະຖານທີ່ກາງແຈ້ງໄດ້ ເລີ່ມຕົ້ນວັນທີ 29 ມີນາເປັນຕົ້ນໄປ.

ທັງນີ້ ເນື້ອໃນຂອງການຖະແຫຼງການ ແມ່ນມີເປົ້າໝາຍເພື່ອໃຫ້ການເດີນທາງລະຫວ່າງປະເທດມີຄວາມສະດວກ ແລະ ງ່າຍຂຶ້ນ ຈົນສາມາດທຽບເທົ່າໃຫ້ຄືກັບຕອນກ່ອນມີໂຄວິດ.

ຢ່າງໃດກໍຕາມ ທ່ານ Lee Hsien Loong ແນະນຳວ່າໃຫ້ມີການທົດສອບໂຄວິດ ກັບຕົນເອງຢູ່ສະໝ່ຳສະເໝີ ແລະ ໃສ່ໜ້າກາກອະນາໄມເມື່ອຢູ່ພາຍໃນອາຄານຕ່າງໆ.

ທ່ານ Lee Hsien Loong ກ່າວປິດທ້າຍວ່າ “ເຮົາຈະກັບມາໃຊ້ຊີວິດໄດ້ຢ່າງປົກກະຕິ ກັບມາລວມຕົວກັນກັບຄອບຄົວ ແລະ ໝູ່ເພື່ອນຢ່າງມ່ວນຊື່ນ ອອກນອກເຮືອນໂດຍບໍ່ຕ້ອງໃສ່ໜ້າກາກອະນາໄມ ລວມໄປຮອດກັບມາພົບກັບຄົນທີ່ເຮົາຮັກໃນຕ່າງປະເທດ”.

ຂະນະດຽວກັນກະຊວງສາທາລະນະສຸກຂອງສິງກະໂປເອງ ກໍໄດ້ເປີດເຜີຍວ່າ ສິງກະໂປຈະອະນຸຍາດໃຫ້ຜູ້ທີ່ສັກວັກຊີນປ້ອງກັນໂຄວິດຄົບໂດສເດີນທາງເຂົ້າສູ່ປະເທດໄດ້ໂດຍບໍ່ຕ້ອງກັກຕົວ.

ອີກທັງຍັງກຽມຍົກເລີກຂໍ້ກຳນົດການກວດເຊື້ອໂຄວິດກ່ອນເດີນທາງເຂົ້າປະເທດດ້ວຍວິທີ swab (ແບບແຍ່ຮູດັງ).

ສຳລັບສະຖານະການການແຜ່ລະບາດຂອງໂຄວິດໃນສິງກະໂປຕອນນີ້ ໂດຍມີລາຍງານຫຼ້າສຸດເມື່ອວັນທີ 23 ມີນາ 2022 ພົບຜູ້ຕິດເຊື້ອກວ່າ 9,000 ຄົນ.

ແຕ່ເນື່ອງຈາກວ່າປະຊາກອນ 92% ແມ່ນໄດ້ຮັບວັກຊີນເຂັມ 2 ແລ້ວ ແລະ 71% ຈາກກຸ່ມດັ່ງກ່າວໄດ້ຮັບເຂັມບູສເຕີ້ແລ້ວ ຈຶ່ງເຮັດໃຫ້ຜູ້ຕິດເຊື້ອບໍ່ມີອາການ ຫຼື ພຽງເລັກໜ້ອຍເທົ່ານັ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/