ນັກສຶກສາປະເທດສິງກະໂປເກີດແນວຄວາມຄິດຜະລິດພາຊະນະບັນຈຸຖົ່ວລຽນ ຈາກເປືອກຖົ່ວລຽນ ແລະ ແກ່ນຖົ່ວລຽນ 100% ເພື່ອລົດຂີ້ເຫຍື້ອພາຊະນະບັນຈຸພລາສຕິກ-ໂຟມ.

ນັກສຶກສາຈາກ National University of Singapore ປ່ຽນຂີ້ເຫຍື້ອຈາກເປືອກ ແລະ ເມັດຖົ່ວລຽນເປັນພາຊະນະບັນຈຸ ເພື່ອທົດແທນວັດສະດຸພລາສຕິກ ຫຼື ໂຟມ ທີ່ມີຊື່ວ່າ “For Durian, by Durian.
Sea Li Ping ສຶກສາທີ່ School of Design and Environment ຕ້ອງການທີ່ຈະປ່ຽນຂີ້ເຫຍື້ອຈາກຖົ່ວລຽນເປັນວັດສະດຸທີ່ມີປະໂຫຍດ ແລະ ເປັນມິດຕໍ່ສິ່ງແວດລ້ອມ ຈຶ່ງມີແນວຄິດເປັນພາຊະນະບັນຈຸນີ້ຂຶ້ນມາ.

ພາຊະນະບັນຈຸນີ້ ບໍ່ພຽງແຕ່ລົດຂີ້ເຫຍື້ອຈາກຖົ່ວລຽນເທົ່ານັ້ນ ແຕ່ຍັງຊ່ວຍລົດຂີ້ເຫຍື້ອຈາກພາຊະນະບັນຈຸຈາກພລາສຕິກ-ໂຟມ ຫຼື ເຈ້ຍທີ່ຫໍ່ຫຸ້ມມັນອີກດ້ວຍ.

ທີ່ມາ: https://www.facebook.com/environman.th/posts/3216334931828265