ໃນວັນທີ 27 ມີນາ ທີ່ຜ່ານມານີ້ ສຳນັກຂ່າວ South China Morning Post ຂອງຈີນລາຍງານວ່າ, ມີນັກສຶກສາຂອງມະຫາວິທະຍາໄລ Sichuan ( 四川大学) ໃນແຂວງ Chengdu ພາກັນປະທ້ວງຮຽກຮ້ອງໃຫ້ຍົກເລີກການລັອກດາວ COVID-19 ພ້ອມບອກວ່າມະຫາວິທະຍາໄລໃຫ້ອິດສະຫຼະກັບໝາຫຼາຍກວ່າອີກ.
ລາຍງານລະບຸວ່າ ນັກສຶກສາໃນມະຫາວິທະຍາໄລໄດ້ຖືກຫ້າມບໍ່ໃຫ້ອອກໄປນອກ ເປັນເວລາເກືອບສອງອາທິດແລ້ວ, ແຕ່ມະຫາວິທະຍາໄລອະນຸຍາດໃຫ້ປະຊາຊົນພາໝາມາຍ່າງຫຼິ້ນໃນເຂດໂຮງຮຽນໄດ້.
ແຂວງ Chengdu ໄດ້ຍົກເລີກການລັອກດາວ ຢູ່ເຂດທີ່ຢູ່ອາໄສເມື່ອຕົ້ນປີທີ່ຜ່ານມານີ້, ແຕ່ໃນມະຫາວິທະຍາໄລຍັງສືບຕໍ່ໃຊ້ກົດລັອກດາວຕໍ່ໄປ.

ນັກສຶກສາຄົນໜຶ່ງກ່າວວ່າ: “ເຮົາຕ້ອງຂໍອະນຸຍາດຈາກອາຈານທີ່ປຶກສາທຸກເທື່ອກ່ອນອອກໄປນອກ ແຕ່ໃນຄວາມເປັນຈິງບໍ່ມີໃຜໄດ້ຮັບອະນຸຍາດເລີຍ ນອກຈາກວ່າເຈົ້າຈະມີເຫດຜົນທີ່ຈິງຈັງແທ້ໆ ເຊັ່ນ ມີຄົນໃນຄອບຄົວເຈົ້າເສຍຊີວິດ ເປັນຕົ້ນ”.
ນັກສຶກສາບາງຄົນຕັ້ງຄຳຖາມກັບການຂະຫຍາຍມາດຕະການລັອກດາວຂອງໂຮງຮຽນ ເນື່ອງຈາກທາງລັດຖະບານທ້ອງຖິ່ນລາຍງານວ່າ ພາຍໃນທ້ອງຖິ່ນນັ້ນບໍ່ມີຄົນຕິດເຊື້ອລາຍໃໝ່ ມາໄດ້ໄລຍະໜຶ່ງແລ້ວ.
ມີນັກສຶກສາບາງຄົນຂຽນຂໍ້ຄວາມໃນກະດານຂ່າວໃນຫ້ອງບັນຍາຍວ່າ: “ນັກສຶກສາອອກນອກໂຮງຮຽນບໍ່ໄດ້ ແຕ່ວ່າໂຕໝາສາມາດເຮັດໄດ້”.

ການປະທ້ວງຂອງນັກສຶກສາມະຫາວິທະຍາໄລ Sichuan ໄດ້ຮັບການສະໜັບສະໜູນຈາກນັກສຶກສາມະຫາວິທະຍາໄລອື່ນໆ ທີ່ປະເຊີນກັບຂໍ້ຈໍາກັດແບບດຽວກັນ.
ຈາກກະແສດັ່ງກ່າວໄດ້ເຮັດໃຫ້ ທ່ານ ຫວງ ສຽງ ເຈົ້າຄອງນະຄອນ Sichuan ຈັດກອງປະຊຸມພິເສດຂຶ້ນ ແລະ ສັ່ງໃຫ້ມະຫາວິທະຍາໄລຕ່າງໆ ເອົາມາດຕະການລັອກດາວອອກ ເພາະວ່າແຂວງ Sichuan ມີ ຄວາມສ່ຽງຕໍ່ພະຍາດໂຄວິດ-19 ຕ່ຳ.

ຕໍ່ມາ ມະຫາວິທະຍາໄລ Sichuan ກໍໄດ້ປະກາດປົກລັອກດາວໃຫ້ນັກສຶສາສາມາດອອກນອກໂຮງຮຽນໄດ້. ມະຫາວິທະຍາໄລອື່ນໆ ກໍໄດ້ມີການອອກຄຳສັ່ງປົດລັກດາວເຊັ່ນດຽວກັນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/