ການຄົ້ນພົບສິ່ງໃໝ່ໆໃນໂລກໃບນີ້ ຖືເປັນເລື່ອງສຳຄັນຫຼາຍ ເຊັ່ນດຽວກັບການຄົ້ນພົບສິ່ງເກົ່າໆທີ່ມີອາຍຸຫຼາຍລ້ານປີ ແຕ່ເປັນປະສົບການ ແລະ ຄວາມຮູ້ໃໝ່ທີ່ສຳຄັນ ເປັນກະແຈໄຂຄວາມລັບທີ່ບໍ່ສິ້ນສຸດຂອງໂລກໃບນີ້.

ນັກວິໄຈໄດ້ຄົ້ນພົບຟອສຊິລຂອງໝຶກດຶກດຳບັນ ຄາດວ່າເປັນບັນພະບູລຸດຂອງໝຶກໃນປັດຈຸບັນ ມີອາຍຸປະມານ 330 ລ້ານປີ ແລະ ຕັ້ງຊື່ຕາມບຸກຄົນສຳຄັນທີ່ເຄື່ອນໄຫວເພື່ອສິ່ງແວດລ້ອມ ປະທານາທິບໍດີສະຫະລັດອາເມຣິກາ “ໂຈ ໄບເດັນ” ຊື່ວ່າ Syllipsimopodi bideni ເພື່ອເປັນກຽດໃຫ້ແກ່ຄວາມໃສ່ໃຈໃນດ້ານວິທະຍາສາດ ແລະ ການວິໄຈ.

ນັກວິໄຈຄາດວ່າໝຶກດັ່ງກ່າວເປັນບັນພະບູລຸດຂອງໝຶກແວັມໄພ ແລະ ໝຶກຍັກ. ໝຶກດຶກດຳບັນນີ້ມີໜວດ 10 ເສັ້ນ ຕ່າງຈາກໝຶກປັດຈຸບັນທີ່ມີແຕ່ 8 ເສັ້ນ ຄາດວ່າມັນອາໄສຢູ່ນ້ຳຕື້ນໃນມະຫາສະໝຸດເຂດອົບອຸ່ນ.

ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/