ນັກທໍລະນີວິທະຍາພົບຫີນອາເກດຫາຍາກ ທີ່ເບິ່ງພາຍນອກຈະເປັນພຽງຫີນທໍາມະດາທົ່ວໄປ ຮູບຊົງຄ້າຍໄຂ່ ແຕ່ເມື່ອຜ່າແບ່ງເຄິ່ງອອກມາແລ້ວ ຕ່າງກໍຕົກຕະລຶງກັນໄປຕາມໆກັນ ເພາະພາຍໃນມີການຮຽງຕົວຂອງຜະລຶກຄວອດ (Quartz) ສີຟ້າເຂັ້ມ ທີ່ເບິ່ງຈັ່ງໃດກໍຄື “ຄຸກກີ້ມອນສະເຕີ” ຕົວລະຄອນຈາກລາຍການ Sesame Street ບໍ່ມີຜິດ!
ຫີນສຸດແປກກ້ອນນີ້ຖືກຄົ້ນພົບໃນລັດ Rio Grande dol sul ໃກ້ເມືອງ Soledade ໃນປະເທດບຣາຊິວ ຕັ້ງແຕ່ເດືອນພະຈິກຂອງປີ 2020 ແລະ ດ້ວຍຄວາມແປກພ້ອມຍັງຫາຍາກ ບາງຄົນເຖິງກັບບອກວ່າມັນເປັນອັນຍະມະນີທີ່ມີຄ່າປຽບດັ່ງກັບເພັດເລີຍ ໂດຍກ້ອນຫີນ “ຄຸກກີ້ມອນສະເຕີ” ນີ້ມີມູນຄ່າສູງເຖິງ 10,000 ໂດລາສະຫະລັດ ອີກທັງຍັງມີຜູ້ສະເໜີຊື້ກ້ອນຫີນນີ້ເຖິງ 5 ຄົນ ແຕ່ຢ່າງໃດກໍຕາມຍັງບໍ່ມີການຕົກລົງຂາຍໃຫ້ກັບຜູ້ໃດ.


ຫີນອາເກດ ເປັນຫີນທີ່ມັກຖືກຈິນຕະນາການເປັນຮູບນັ້ນຮູບນີ້ເປັນປົກກະຕິ ແຕ່ສ່ວນໃຫຍ່ມັກຈະບໍ່ມີຮູບຮ່າງໜ້າຕາທີ່ຊັດເຈນຄືກັບກ້ອນຫີນຄຸກກີ້ມອນສະເຕີນີ້ ດ້ວຍສີຂອງຜະລຶກຄວອດສີຟ້າເຂັ້ມທີ່ເອີ້ນວ່າ: ບູເລຊອາເກດ (Blue Lace Agate) ຖືເປັນເຄື່ອງລາງປະຈໍາກາຍຂອງຜູ້ທີ່ເກີດວັນພຸດ ແລະ ເປັນອັນຍະມະນີທີ່ເໝາະກັບຜູ້ເຮັດວຽກໃນວົງການບັນເທີງ, ຜູ້ທີ່ຕ້ອງໃຊ້ຄວາມຊໍານານໃນການເວົ້າ, ການເຈລະຈາດ້ວຍລັກສະນະທີ່ມີຄວາມນຸ້ມນວນ, ອ່ອນໂຍນຄືກັບນໍ້າທະເລສີຟ້າທີ່ຖືກປ່ອຍອອກມາຈາກຊ່ວງລະດູໜາວ.

ເຊິ່ງລວດລາຍທີ່ສະຫງ່າງາມນີ້ ມີຜົນກະຕຸ້ນຕໍ່ອາລົມ ແລະ ທັດສະນະຄະຕິ ເປັນການເພີ່ມກໍາລັງໃຈ ແລະ ຍົກລະດັບຄວາມຮູ້ສຶກ ທັງຍັງຖືກໃຊ້ເປັນອັນຍະມະນີທີ່ຊ່ວຍໃຫ້ເກີດຄວາມຈະເລີນງອກງາມ, ຄວາມລໍ້າລວຍ ແລະ ຄວາມສໍາເລັດ.
ດ້ວຍເຫດຜົນເຫຼົ່ານີ້ຈຶ່ງເຮັດໃຫ້ຫຼາຍໆຄົນຕ່າງຕ້ອງການຫີນອາເກດມາໄວ້ໃນຄອບຄອງເພື່ອຊ່ວຍປ້ອງກັນຄວາມຊົ່ວຮ້າຍ, ສ້າງຄວາມກ້າຫານ, ເສີມອໍານາດໃນການຕັດສິນໃຈ ແລະ ບໍາບັດໃຫ້ຮ່າງກາຍກັບສູ່ສະພາບສົມບູນ.
ພາບ: thesun.co.uk, newswep.com
ຂອບໃຈຂໍ້ມູນຈາກ:
– https://www.thesun.co.uk/news/13814108/rock-cookie-monster-face/