ວັກຊີນຈອນສັນແອນຈອນສັນ ແຕ່ລະແຂວງກໍໄດ້ເລີ່ມສັກກັນແລ້ວ ລວມທັງນະຄອນຫຼວງພະບາງກໍໄດ້ເລີ່ມລົງທະບຽນສັກເຊັ່ນກັນ ເຊິ່ງໄດ້ເລີ່ມສັກຕັ້ງແຕ່ວັນທີ 11 ສິງຫາ 2021 ເປັນຕົ້ນໄປ. ໃນການລົງທະບຽນສັກວັກຊີນແມ່ນໄດ້ປະກອບມີ 3 ສະຖານທີ່ຄື: ໂຮງໝໍ 107 ບ້ານຜາສຸກ, ສວນສາທາລະນະລ້ານຊ້າງ ແລະ ສະໂມສອນ ພອນລາສີ ບ້ານພູໝອກ. ໃນການສັກວັກຊີນຜ່ານມາບໍ່ເທົ່າໃດມື້ ຫຼາຍຄົນກໍໄດ້ມາສັກກັນຢ່າງຕັ້ງໜ້າ ແລະ ຕັ້ງໃຈ ປະຕິບັດຖືກຕາມລະບຽບແບບແຜນທີ່ທາງຄະນະສະເພາະກິດຂັ້ນແຂວງ ແລະ ເມືອງວາງອອກ.
ສະຖານທີ່ລົງທະບຽນສັກວັກຊີນປະກອບມີ:
- ໂຮງໝໍ 107 ບ້ານຜາສຸກ: ລົງທະບຽນໄດ້ສະເພາະຜູ້ທີ່ມີອາຍຸ 60 ປີຂຶ້ນໄປ ລວມມີ: ພະນັກງານບຳນານ, ປະຊາຊົນທົ່ວໄປ, ປກສ, ປກຊ ແລະ ພະສົງສາມະເນນ (ທີ່ມີພະຍາດປະຈຳຕົວ ແລະ ບໍ່ມີ, ຜູ້ກ່ຽວຕ້ອງໄດ້ຢູ່ສະພາບທີ່ແຂງແຮງ).



- ສວນສາທາລະນະລ້ານຊ້າງ ບ້ານພັນຫຼວງ: ລົງທະບຽນໄດ້ສະເພາະຜູ້ທີ່ມີອາຍຸ 18 ປີ ຂຶ້ນໄປ ເຖິງ 59 ປີ ທີ່ເປັນພະນັກງານລັດ, ລັດວິສາຫະກິດ, ປກສ, ປກຊ (ທີ່ມີພະຍາດປະຈຳຕົວ ແລະ ບໍ່ມີ, ຜູ້ກ່ຽວຢູ່ໃນສະພາບທີ່ແຂງແຮງ).




- ສະໂມສອນ ພອນລາສີ ບ້ານພູໝອກ: ລົງທະບຽນໄດ້ສະເພາະຜູ້ທີ່ມີອາຍຸ 18 ປີ ເຖິງ 59 ປີ ທີ່ເປັນປະຊາຊົນທົ່ວໄປ, ພໍ່ຄ້າຊາວຂາຍ, ແມ່ລູກອ່ອນ (ທີ່ມີພະຍາດປະຈຳຕົວ ແລະ ບໍ່ມີ, ຜູ້ກ່ຽວຢູ່ໃນສະພາບແຂງແຮງ).




ພິເສດສຸດ: ທັງ 3 ຈຸດບໍລິການສັກວັກຊີນນີ້ ຈະໃຫ້ໃຊ້ບໍລິການທັງຊາວລາວ ແລະ ຕ່າງປະເທດ ທີ່ດຳລົງຊີວິດຢູ່ນະຄອນຫຼວງພະບາງເທົ່ານັ້ນ, ສ່ວນບັນດາເມືອງຕ່າງໆ ແມ່ນໃຫ້ໄປສັກຢູ່ຈຸດບໍລິການເມືອງຂອງຕົນ ຕາມການແຈ້ງການທາງຄະນະສະເພາະກິດຂອງແຕ່ລະເມືອງວາງອອກ.
ສິ່ງທີ່ຄວນໃສ່ໃຈ: ຜູ້ທີ່ມາລົງທະບຽນຕ້ອງໄດ້ນຳບັດປະຈຳຕົວ ຫຼື ສຳມະໂນຄົວ ໄປພ້ອມ, ໃຊ້ຜ້າອັດປາກ-ອັດດັງ ຮັກສາໄລະຫ່າງ ແລະ ຮັກສາຄວາມສະອາດ ຄວາມເປັນລະບຽບຮຽບຮ້ອຍ ເພື່ອເປັນການປ້ອງກັນການແຜ່ເຊື້ອ.
ຂອບໃຈຂໍ້ມູນຈາກ: https://bit.ly/3jXdlIm
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/