ທີມໂສດ ໃນເດືອນຂອງຄົນມີຄູ່ ຈະພາກັນຢູ່ແນວໃດໃຫ້ລອດ!!


ໃຜຍັງໂສດຍົກມືຂຶ້ນ!!! ມີໃຜເປັນຄືກັນບໍ່? ເທື່ອໃດເທື່ອນັ້ນ ມາຮອດເດືອນນີ້ຍາມໃດ ບໍ່ເຄີຍມີໂມເມັ້ນໄດ້ດອກໄມ້ນຳເຂົາຈັກເທື່ອ ພໍປານກັບວ່າກາມມະເທບຍິງທະນູຫົວໃຈ ໃສ່ໝົດທຸກຄົນ ແຕ່ຍົກເວັ້ນເຮົາໄວ້ຄົນດຽວ. ຍິ່ງມາຮອດເດືອນນີ້ຍາມໃດ ບັນຍາກາດຮອບຂ້າງປານກັບວ່າເນລະມິດມາເພື່ອຄົນມີຄູ່ ທຸກຢ່າງສວຍງາມໄປໝົດ ຍິ່ງເຮັດໃຫ້ທີມຄົນໂສດຫຼາຍຄົນຍິ່ງເຫງົາຂຶ້ນຕື່ມຈົນບໍ່ຢາກອອກໄປໃສ. ເອົາລະ ບໍ່ຕ້ອງຟ້າວເສຍໃຈໄປ!! ມື້ນີ້ ເຮົາຈະມາແຈກວິທີທີ່ຈະຊ່ວຍໃຫ້ທີມຄົນໂສດທຸກຄົນ ຂ້າມຜ່ານເດືອນນີ້ໄປຢ່າງມີຄວາມສຸກແບບສະໄຕລ໌ຄົນໂສດ.

  1. ຈັດງານລ້ຽງ Galentine’s day ສຳລັບຄົນໂສດໄປເລີຍ!

ບາງຄັ້ງ ຄວາມຮັກແບບໂຣແມນຕິກ ກໍອາດຈະບໍ່ຍືນຍາວສະເໝີໄປ ເຊິ່ງຕ່າງຈາກຄວາມຮັກແບບມິດຕະພາບທີ່ອາດຈະຍືນຍາວກວ່າ ຈຶ່ງກາຍເປັນທີ່ມາຂອງ Galentine’s day ເຊິ່ງກຳລັງເປັນທີ່ນິຍົມກັນຫຼາຍຢູ່ຕ່າງປະເທດ ໂດຍສ່ວນໃຫຍ່ມັກຈະຈັດຂຶ້ນກ່ອນວັນແຫ່ງຄວາມຮັກ 1 ມື້ ເຊິ່ງຈະກົງກັບວັນທີ 13 ກຸມພາ ນັ້ນເອງ, ຈຸດປະສົງແມ່ນເພື່ອເປັນການສະແດງຄວາມຮັກໃນຮູບແບບມິດຕະພາບລະຫວ່າງໝູ່ເພື່ອນເອື້ອຍນ້ອງທຸກຄົນ ໂດຍບໍ່ຈຳເປັນຈະຕ້ອງມີຄູ່ ຫຼື ໂສດ ກໍສາມາດມອບຄວາມຮັກຄວາມຫ່ວງໃຍແບບໝູ່ເພື່ອນ ທັງເປັນມື້ທີ່ສາວໆຕ່າງມາໃຫ້ກຳລັງໃຈເຊິ່ງກັນ ແລະ ກັນ ພາຍໃຕ້ຄອນເຊັບທີ່ວ່າ: “Ladies Celebrating Ladies.”

  1. ໃຊ້ມື້ພັກປະຈໍາປີລອງເບິ່ງ!

ແທນທີ່ຈະຕ້ອງອົດທົນເບິ່ງຄົນອື່ນໄດ້ຮັບດອກໄມ້ຊໍ່ໃຫຍ່ໆ ເຮົາກໍໃຊ້ສິດລາພັກປະຈໍາປີໄປເລີຍ (ເຖິງແມ່ນວ່າຈະພັກພຽງແຕ່ມື້ດຽວກໍຕາມ). ມາລອງໃຊ້ເວລາໄປກັບການພາຕົນເອງໄປພັກຜ່ອນ, ໄປທ່ອງທ່ຽວໃນສະຖານທີ່ທີ່ຢາກໄປ, ໄປຢ້ຽມຊົມພິພິທະພັນ, ໄປເບິ່ງຄອນເສີດ, ໄປຄາເຟ່, ໄປສະປາຜິວໃຫ້ຜ່ອນຄາຍ ກໍດີຄືກັນ. ແຕ່ວິທີນີ້ອາດຈະບໍ່ໄດ້ຜົນຖ້າຫາກຫ້ອງການຂອງທ່ານມີຄົນໂສດຈຳນວນຫຼາຍ ແລະ ພວກເຂົາກໍອາດລາພັກພ້ອມກັນຈົນໝົດ ວິທີນີ້ອາດບໍ່ຖືກຫົວໜ້າອະນຸມັດກໍເປັນໄດ້.

  1. ໃຫ້ເປັນມື້ເລີ່ມຕົ້ນເຮັດກິດຈະກໍາໃໝ່

ລອງໃຫ້ເດືອນແຫ່ງຄວາມຮັກ ກາຍເປັນເດືອນແຫ່ງການເລີ່ມຕົ້ນເຮັດກິດຈະກໍາໃໝ່ ເຊັ່ນ: ຮຽນເຮັດເຂົ້າໜົມ, ຮຽນເຕັ້ນຊຸມບ້າ, ຫຼິ້ນໂຍຄະ ແລະ ອື່ນໆ ທີ່ເຄີຍຄິດວ່າຢາກລອງເຮັດ ແຕ່ບໍ່ໄດ້ມີໂອກາດເລີ່ມຕົ້ນຈັກເທື່ອ ມາລອງໃຫ້ເດືອນແຫ່ງຄວາມຮັກນີ້ ເປັນເດືອນແຫ່ງການລົງມືເລີ່ມຕົ້ນເຮັດກິດຈະກໍາຍາມວ່າງລອງເບິ່ງ.

  1. ອ່ານປຶ້ມທີ່ຊື້ມາດອງໄວ້ແຕ່ດົນໆ

ເດືອນແຫ່ງຄວາມຮັກສໍາລັບຄົນມີຄູ່ ອາດກາຍເປັນເດືອນແຫ່ງການເພີ່ມພູມຄວາມຮູ້ສໍາລັບທີມໂສດ. ລອງຫາປຶ້ມທີ່ເຄີຍຊື້ມາແຕ່ດົນໆ ແຕ່ອ່ານບໍ່ຈົບຈັກເທື່ອ ມາປັດຝຸ່ນອ່ານຄືນໃໝ່ອີກຄັ້ງ ອາດເຮັດໃຫ້ກາຍເປັນເດືອນທີ່ໄດ້ສະສາງປຶ້ມທີ່ເຄີຍດອງໄວ້ແຕ່ດົນໆກໍໄດ້ເຊັ່ນກັນ.

  1. ລົງມືປຸງແຕ່ງອາຫານຈານພິເສດ

ບໍ່ຈໍາເປັນວ່າຈະຕ້ອງມີຄູ່ສະເໝີໄປ ຈຶ່ງຈະລົງມືເຮັດອາຫານຈານພິເສດ ຄວາມຈິງແລ້ວເຮົາສາມາດເຮັດອາຫານຈານພິເສດໄດ້ທຸກເວລາ ເຊິ່ງຄົນພິເສດໃນທີ່ນີ້ອາດບໍ່ຈໍາເປັນຕ້ອງລໍຖ້າໃຫ້ມີຄູ່ຮັກ ອາດເປັນໝູ່ເພື່ອນທີ່ເຮົາຮັກ, ພໍ່ແມ່, ອ້າຍເອື້ອຍນ້ອງ. ລອງປ່ຽນບັນຍາກາດການກິນອາຫານໃຫ້ພິເສດເຊັ່ນ: ລົງມືປຸງແຕ່ງເມນູພິເສດສຸດສີມື, ຕົບແຕ່ງປະດັບປະດາໂຕະກິນເຂົ້າໃຫ້ສວຍງາມ ກໍໄດ້ບັນຍາກາດທີ່ດີເຊັ່ນກັນ.

  1. ໃຫ້ຂອງຂວັນພິເສດສຳລັບຕົນເອງກໍດີຄືກັນ!

ບໍ່ຈໍາເປັນຈະຕ້ອງລໍຖ້າໃຫ້ມີຄູ່ ເພື່ອທີ່ຈະໄດ້ຮັບຂອງຂວັນຈັກໜຶ່ງຢ່າງ ເພາະໃນຄວາມຈິງແລ້ວ ຂອງຂວັນທີ່ມີຄວາມໝາຍ ບໍ່ຈໍາເປັນຕ້ອງມາຈາກຄົນອື່ນສະເໝີໄປ ເຮົາສາມາດກາຍມາເປັນຜູ້ໃຫ້ຂອງຂວັນພິເສດແກ່ຕົນເອງໄດ້ເຊັ່ນກັນ. ລອງປ່ຽນມາເປັນເດືອນທີ່ໃຫ້ຂອງຂວັນພິເສດສໍາລັບຕົນເອງປີລະຄັ້ງ ໂດຍບໍ່ຈໍາເປັນຕ້ອງມີລາຄາແພງ ຫຼື ເປັນສິນຄ້າຟຸມເຟືອຍ ອາດເປັນຂອງຂວັນນ້ອຍໆ ກໍສາມາດເຮັດໃຫ້ເຮົາມີຄວາມສຸກ ໄດ້ເຊັ່ນກັນ.

  1. ເບິ່ງຮູບເງົາ, ຟັງເພງວົນໄປ

ຖ້າໃຜເປັນສາຍທີ່ມັກເບິ່ງຮູບເງົາ ຫຼື Netflix ລອງໃຫ້ວັນແຫ່ງຄວາມຮັກ ເປັນອີກມື້ທີ່ໄດ້ມ່ວນຊື່ນໄປກັບການເບິ່ງຮູບເງົາເລື່ອງທີ່ມັກ, ໃຊ້ເວລາຈັດລຽງລຳດັບ Playlist ລາຍການເພງທີ່ມັກ ກໍເປັນອີກໄອເດຍທີ່ດີຄືກັນ!

  1. ເຮັດບາງສິ່ງທີ່ມີຄວາມໝາຍເພື່ອໃຜບາງຄົນ

ຖ້າຫາກການທີ່ເຮົາຕ້ອງເຫັນສີບົວ ຫຼື ສີແດງ ທີ່ມາຈາກດອກກຸຫຼາບທີ່ວາງຂາຍເຕັມໄປໝົດ ຫຼື ຕ້ອງທົນເຫັນສະຖານທີ່ຕ່າງໆຖືກຕົບແຕ່ງສວຍງາມເຕັມໄປດ້ວຍສີທີ່ສື່ເຖິງຄວາມຮັກ ອາດພາໃຫ້ເຮົາຮູ້ສຶກໂສກເສົ້າເຫງົາພາຍໃນໃຈຢູ່ເລິກໆ. ລອງປ່ຽນມາຄິດອີກມຸມໜຶ່ງເບິ່ງວ່າ ຍັງມີໃຜອີກບໍ່ ທີ່ກຳລັງລໍຖ້າໃຫ້ເຮົາມອບຄວາມຮັກໃຫ້ເຊັ່ນດຽວກັນ ອາດແມ່ນຄົນໃນຄອບຄົວທີ່ຮັກເຮົາ, ມິດຕະພາບທີ່ແສນອົບອຸ່ນ ຫຼື ພິເສດໄປກວ່ານັ້ນ ຄືການເປັນຈິດອາສາຊ່ວຍເຫຼືອສັງຄົມ. ລອງມອບຄວາມຮັກໃຫ້ພວກເຂົາ ດ້ວຍການຂຽນຈົດໝາຍນ້ອຍອວຍພອນ ແນບໄປພ້ອມກັບກ່ອງເຂົ້າໜົມຄຸກກີ້ແຊບໆ ໃຫ້ແກ່ຄົນໃນຄອບຄົວ ຫຼື ໃຜຈັກຄົນທີ່ເຮົາມີມິດຕະພາບທີ່ດີຕໍ່ກັນ ເພື່ອເປັນການສື່ສານວ່າເຮົາຍັງຄິດຮອດຄິດເຖິງກັນຢູ່ສະເໝີໃນທຸກເທສະການ.

  1. ສັດລ້ຽງ ກໍຢາກໄດ້ຄວາມຮັກຄືກັນ

ຖ້າໃຜມີສັດລ້ຽງ ລອງໃຫ້ມື້ວັນແຫ່ງຄວາມຮັກປີນີ້ ເປັນປີພິເສດສໍາລັບພວກເຂົາລອງເບິ່ງ ເຊັ່ນ: ຖ້າລ້ຽງໝາລ້ຽງແມວ ກໍອາດແຕ່ງຕົວໜ້າຮັກໆຖ່າຍຮູບຕະຫຼົກໆຄູ່ກັບສັດລ້ຽງ ຫຼື ພາພວກເຂົາອອກໄປຍ່າງຫຼິ້ນ ກໍດີເຊັ່ນກັນ.​

ມາຮອດນີ້ ຫວັງວ່າຫຼາຍຄົນຄົງຈະມີໄອເດຍດີໆ ໃນເດືອນແຫ່ງຄວາມຮັກກັນແລ້ວເນາະ! ພວກເຮົາຫວັງວ່າທຸກຄົນຈະມີຄວາມສຸກໃນເດືອນນີ້ ບໍ່ວ່າຈະເປັນຄົນໂສດ ຫຼື ຄົນມີຄູ່ກໍຕາມ.

ຂໍໃຫ້ທຸກຄົນມີວັນທີ່ດີ Happy Valentine’s Day!!  

ແຫຼ່ງຂໍ້ມູນອ້າງອີງ:

http://tinyurl.com/3huuuu22

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/