ໃນວັນທີ 4 ມີນານີ້, ການຂົນສົ່ງຜູ້ໂດຍສານຂອງທາງລົດໄຟລາວ-ຈີນ ໄດ້ຖີບຕົວຂຶ້ນສູ່ລະດັບສູງສຸດ, ໃນມື້ດຽວມີຜູ້ໂດຍສານສູງສຸດເຖິງ 10.000 ເທື່ອຄົນ, ລວມເປັນຈຳນວນກວ່າ 10.197 ເທື່ອຄົນ, ເປັນສະຖິຕິການຂົນສົ່ງຜູ້ໂດຍສານສູງສຸດນັບແຕ່ເສັ້ນທາງລົດໄຟລາວ-ຈີນໄດ້ເປີດໃຫ້ບໍລິການເປັນຕົ້ນມາ.
ບໍລິສັດທາງລົດໄຟລາວ-ຈີນລາຍງານໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ກຸມພາ ປີນີ້, ເສັ້ນທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 417.400 ເທື່ອຄົນ, ເພີ່ມຂຶ້ນ 256.2% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ຂົນສົ່ງສິນຄ້າໄດ້ 647.700 ໂຕນ, ເພີ່ມຂຶ້ນ 320% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສະແດງໃຫ້ເຫັນທ່າອ່ຽງທີ່ດີໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ.

ເພື່ອຮັບປະກັນໃຫ້ຜູ້ໂດຍສານໄດ້ເດີນທາງໄປມາໄດ້ຢ່າງສະດວກສະບາຍ, ບໍລິສັດທາງລົດໄຟລາວ-ຈີນ ໄດ້ຕິດຕາມສັງເກດຮູບແບບການໄຫຼວຽນຂອງຜູ້ໂດຍສານ ແລະ ຈັດຕັ້ງຂະບວນລົດໄຟໃນການໃຫ້ບໍລິການຂົນສົ່ງ ເພື່ອຮອງຮັບປະລິມານຜູ້ໂດຍສານໄດ້ຢ່າງຖືກຕ້ອງ, ດຳເນີນການຢ່າງມີວິທະຍາສາດ, ປັບປຸງແຜນການເດີນລົດ ແລະ ຂະຫຍາຍເວລາໃນການຊື້ປີ້ໃຫ້ດີຂຶ້ນ, ໃນການຮັບຮອງຜູ້ໂດຍສານກໍນຳໃຊ້ລົດໄຟ EMU ສອງຂະບວນຕໍ່ໃສ່ກັນ, ເພີ່ມຈຳນວນຕູ້ລົດໄຟທຳມະດາເປັນ 12 ຕູ້. ນອກຈາກນີ້ ຍັງເພີ່ມທະວີຄວາມສາມາດດ້ານພາສາຂອງພະນັກງານສະຖານີ ແລະ ເທິງລົດໄຟໃຫ້ສາມາດນຳໃຊ້ທັງພາສາ ຈີນ, ອັງກິດ, ໄທ, ແລະ ອື່ນໆ ເພື່ອໃຫ້ສອດຄ່ອງກັບການບໍລິການຂອງຜູ້ໂດຍສານລະດັບສາກົນ, ບໍ່ຢຸດທີ່ຈະພັດທະນາ ແລະ ຍົກສູງຄຸນະພາບການບໍລິການຢູ່ເລື້ອຍໆ.
ພ້ອມດຽວກັນນັ້ນ, ໜ່ວຍງານທີ່ກ່ຽວຂ້ອງທາງລົດໄຟກໍຈັດຕັ້ງພະນັກງານຮັບຜິດຊອບປະຈຳການເຂົ້າໄປກວດສອບ, ຮັກສາຄວາມປອດໄພໃນການເຂົ້າ-ອອກສະຖານີ, ບ່ອນຂຶ້ນລົງລົດໄຟ ແລະ ອື່ນໆ, ຮັບປະກັນໃຫ້ການອອກເດີນທາງຂອງຜູ້ໂດຍສານເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ.

ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/