ທະນາຄານໂລກກ່າວ ມຽນມາ ຕ້ອງໃຊ້ເວລາຫຼາຍພໍສົມຄວນກວ່າຈະຟື້ນຕົວ


ທະນາຄານໂລກ ກ່າວວ່າ ເສດຖະກິດມຽນມາໄດ້ສົ່ງສັນຍານຂອງການມມີສະຖຽນລະພາບໃນ ເຄິ່ງປີທຳອິດຂອງປີນີ້ ແຕ່ການກັບມາຟື້ນຕົວໃນລະດັບກ່ອນການແຜ່ລະບາດຂອງພະຍາດໂຄວິດ ຍັງບໍ່ເປັນໄປໄດ້ຈົນກວ່າຈະຮອດປີ 2027-2028.

ການຟື້ນຕົວຂອງມຽນມາຖືກຂັດຂວາງຈາກການຂາດແຄນເງິນຕາຕ່າງປະເທດ ຂໍ້ຈຳກັດດ້ານການນຳເຂົ້າ ແລະ ການຂາດແຄນພະລັງງານ ໂດຍສະພາບແວດລ້ອມໃນການເຮັດທຸລະກິດຍັງຄົງມີຄວາມທ້າທາຍ ແລະ ຫຼາຍບໍລິສັດກໍກຳລັງພົບກັບຄວາມຍາກລຳບາກໃນການເຂົ້າເຖິງເງິນຕາຕ່າງປະເທດ ການຂໍໃບອະນຸຍາດການຄ້າ ການນຳເຂົ້າວັດຖຸດິບ ແລະ ການປັບຕົວຕໍ່ຂໍ້ຈຳກັດດ້ານໂລຈິສຕິກພາຍໃນປະເທດ.

ການປະເມີນດັ່ງກ່າວນັບເປັນຄຳເຕືອນຕໍ່ຄວາມບໍ່ແນ່ນອນຂອງເສດຖະກິດ ທີ່ສົ່ງສັນຍານເຖິງການມີສະຖຽນລະພາບພຽງຊົ່ວຄາວ ໃນເຄິ່ງປີທຳອິດຂອງປີ 2023 ທັງຈາກອັດຕາແລກປ່ຽນໃນຕະຫຼາດທີ່ມີສະຖຽນລະພາບຂຶ້ນ ເງິນເຟີ້ທີ່ລົດຄວາມຮ້ອນແຮງລົງ ແລະ ດັດຊະນີຊີ້ວັດທາງເສດຖະກິດອີກຫຼາຍຢ່າງທີ່ປັບຕົວດີຂຶ້ນ.

ຝັ່ງຜູ້ສົ່ງອອກກໍຍັງຄົງມີຄວາມທ້າທາຍ ຈາກຈຸດປະສົງຕ່າງປະເທດທີ່ຫຼຸດລົງອັດຕາແລກປ່ຽນທາງການທີ່ມີຄ່າສູງກວ່າຄວາມເປັນຈິງ ແລະ ຂໍ້ກຳນົດໃນການແລກປ່ຽນເງິນຕາທີ່ເຂັ້ມງວດຂຶ້ນ. ເຖິງຢ່າງໃດກໍຕາມ ນັກເສດຖະກິດສາດອາວຸໂສ ໃນເລື່ອງຂອງມຽນມາ ຂອງທະນາຄານໂລກກ່າວວ່າ ທະນາຄານໂລກຈະຍັງຄົງຮັກສາການຄາດການ ການເຕີບໂຕຂອງມຽນມາໄວ້ທີ່ 3% ທ້າຍເດືອນກັນຍາ ແຕ່ເສດຖະກິດອາດຈະຍັງບໍ່ກັບມາທຽບເທົ່າລະດັບກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດຈົນຮອດປີ 2027-2028.

ມຽນມາພົບກັບບັນຫາທາງດ້ານເສດຖະກິດຕັ້ງແຕ່ໄລຍະການແຜ່ລະບາດຂອງໂຄວິດ ພ້ອມທັງຍັງຖືກຊ້ຳເຕີມຈາກການຂວ້ຳບາດທາງເສດຖະກິດຫຼັງລັດຖະປະຫານ ແລະ ຂະນະທີ່ທະນາຄານກາງປ່ຽນໄປໃຊ້ອັດຕາແລກປ່ຽນຄົງທີ່ໃນປີຜ່ານມາ. ອັດຕາແລກປ່ຽນໂດລາໃນຕະຫຼາດເສລີທີ່ເພີ່ມຂຶ້ນສູງກວ່າອັດຕາແລກປ່ຽນທາງການເຖິງ 25-30% ກໍໄດ້ສ້າງຄວາມເສຍຫາຍໃຫ້ແກ່ນັກທຸລະກິດຫຼາຍແຫ່ງ ປະກອບການຂາດແຄນພະລັງງານເມື່ອຕົ້ນປີ ກໍຍິ່ງເຮັດໃຫ້ສະຖານະການຍິ່ງບໍ່ດີກວ່າເກົ່າ.

ຂໍ້ມູນຈາກ:

AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/