ຕາມການລາຍງານການວິໄຈຂອງ ທະນາຄານ Standard Chartered ລະບຸວ່າ ລະດູໜາວຂອງ Crypto ໄດ້ສິ້ນສຸດລົງເເລ້ວ ເເລະ ອ້າຍໃຫຍ່ຄື Bitcoin ມີໂອກາດທີ່ຈະລາຄາເພີ່ມຂຶ້ນເເຕະ 100.000 ໂດລາພາຍໃນປີນີ້.
ໂດຍການທີ່ຈະໄຕ່ຂຶ້ນສູ່ລະດັບ 100.000 ໂດລານັ້ນອາດໄດ້ຮັບເເຮງໜູນຈາກປັດໄຈຫຼາຍປະການລວມເຖິງວິກິດການທະນາຄານທີ່ພວມຜ່ານມາໄດ້ບໍ່ດົນທີ່ຈະຊ່ວຍ “ສ້າງຄວາມເຊື່ອໝັ້ນໃຫ້ກັບ Bitcoin ອີກຄັ້ງໃນຖານະທີ່ເປັນສິນຊັບດິຈິຕອລທີ່ມີຈຳນວນຈຳກັດເເບບການກະຈາຍອຳນາດ” ເຊິ່ງທະນາຄານໄດ້ລະບຸໄວ້ໃນວັນຈັນທີ່ຜ່ານມາ.

ນັກວິເຄາະ Geoff Kendrick ກ່າວວ່າ “ເມື່ອບໍ່ດົນມານີ້ Bitcoin ໄດ້ຮັບຜົນປະໂຫຍດຈາກສະຖານະພາບຂອງຕົນວ່າເປັນສິນຊັບທີ່ປອດໄພ ແລະ ສາມາດເກັບຮັກສາມູນຄ່າໄດ້ ລວມໄປເຖິງການໃຊ້ເປັນເຄື່ອງມືທີ່ສໍາລັບການໂອນເງິນ”
ລາຄາ Bitcoin ໄດ້ເພີ່ມຂຶ້ນຫຼາຍເຖິງ 65% ນັບຕັ້ງເເຕ່ຕົ້ນປີ ແລະ ບໍ່ດົນມານີ້ກໍສາມາດຢືນຢູ່ເໜືອລະດັບ 30.000 ໂດລາໄດ້ສຳເລັດໃນອາທິດທີ່ຜ່ານມາເປັນຄັ້ງທໍາອິດ ຫຼັງຈາກຕະຫຼາດໝີທີ່ເເກ່ຢາວມາເປັນເວລາຫຼາຍປີ
ປັດຈຸບັນມີການຊື້ຂາຍ Bitcoin ຢູ່ທີ່ 27.328 ໂດລາ, ລົດລົງ 1,2% ໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ.

ໃນລາຍງານຂອງທະນາຄານຍັງໄດ້ລະບຸອີກວ່າ ໜຶ່ງໃນປັດໄຈທີ່ສາມາດຊຸກຍູ້ໃຫ້ລາຄາຂອງ Bitcoin ໄປເຖິງ 100.000 ໂດລາກໍຄື ສະພາວະເສດຖະກິດທີ່ກຳລັງຟື້ນຕົວ, ການຜ່ອນຜັນນະໂຍບາຍເງິນເຟີ້ຂອງ Fed ເເລະ ການເເຍກຕົວອອກຈາກຄວາມສຳພັນກັບຕະຫຼາດຮຸ້ນສະຫະລັດຂອງ Bitcoin. ທະນາຄານຍັງຄາດການວ່າ ສ່ວນເເບ່ງຕະຫຼາດຂອງ Bitcoin ເມື່ອທຽບກັບຫຼຽນ crypto ອື່ນໆຈະເພີ່ມຂຶ້ນກັບໄປທີ່ 50 – 60% ຫຼັງຈາກການລົ້ມລະລາຍຂອງທະນາຄານ Silicon Valley.
ນອກຈາກນີ້ ການ halving ຂອງ Bitcoin ທີ່ກຳລັງຈະມາຮອດ, ເຊິ່ງການ halving ຈະເຮັດໃຫ້ຮາງວັນໃນການຂຸດລົດລົງເຄິ່ງໜຶ່ງໃນທຸກໆສີ່ປີ, ນີ້ເເມ່ນອີກໜຶ່ງປັດໄຈທີ່ຈະກາຍເປັນຕົວຂັບເຄື່ອນໃນທາງບວກສໍາລັບທ່າອ່ຽງລາຄາຂອງ Bitcoin.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/