ໃນການປະຊຸມລະດັບໂລກ World Economic Forum ໜຶ່ງໃນປະເດັນສຳຄັນ ທີ່ກຳລັງເປັນທີ່ເວົ້າເຖິງກໍຄື ບົດບາດ ແລະ ສະຖານະຂອງ crypto ທັງຫຼາຍ ບໍ່ວ່າຈະເປັນ Bitcoin ຫຼື Stablecoin ເຖິງແມ່ນວ່າກໍາລັງຂະຫຍາຍຕົວ ແລະ ໄດ້ຮັບການຍອມຮັບຫຼາຍໃນປັດຈຸບັນນີ້, ແຕ່ຈາກທັດສະນະຂອງທະນາຄານກາງ ແລະ ຜູ້ຄວບຄຸມນະໂຍບາຍການເງິນໃນທົ່ວໂລກ ເຂົາເຈົ້າເຫັນດີເປັນເອກະສັນກັນວ່າ ທັງໝົດນີ້ ໃນປັດຈຸບັນຍັງບໍ່ສາມາດເຮັດໜ້າທີ່ຄືກັບສະກຸນເງິນແທ້ໆ ບໍ່ແມ່ນທຸກສະກຸນເງິນ crypto ທີ່ມີຢູ່ແລ້ວສາມາດເຮັດວຽກຄືກັບສະກຸນເງິນແທ້ໆໄດ້.

ໂດຍທ່ານ ຄຣິສຕິນ້າ ຈໍເຈຍວາ (Kristalina Georgieva) ຜູ້ອຳນວນການກອງທຶນການເງິນລະຫວ່າງປະເທດ (IMF) ກ່າວຢ່າງຊັດເຈນວ່າ Bitcoin ສາມາດຖືກເອີ້ນວ່າເປັນຫຼຽນ ແຕ່ມັນບໍ່ແມ່ນເປັນເງິນແທ້ໆ. ມັນບໍ່ແມ່ນເຄື່ອງມືເກັບມູນຄ່າທີ່ໝັ້ນຄົງປອດໄພ, ໃນຂະນະທີ່ Stablecoin ທີ່ຍຶດຕາມມູນຄ່າຂອງ ເງິນໂດລາ ແຕ່ກໍໄດ້ຍຶດໄວ້ຢ່າງແທ້ຈິງ ພຽງແຕ່ອາໄສລະບົບອັລກໍຣິທຶມ ເປັນຫຼັກກໍເທົ່ານັ້ນ.

ທາງດ້ານ ຟຣັງຊົວ ວິວເລີລອຍ ເດີ ກາຮາວ (François Villeroy de Galhau) ປະທານທະນາຄານກາງຝຣັ່ງ, ກ່າວວ່າ crypto ບໍ່ຄວນເປັນມາດຕະຖານທີ່ເຊື່ອຖືໄດ້ສໍາລັບການຈ່າຍເງິນ. ເນື່ອງຈາກວ່າການມີສະຖານະພາບການຈ່າຍເງິນໝາຍຄວາມວ່າຜູ້ໃດຜູ້ໜຶ່ງຕ້ອງຮັບຜິດຊອບຕໍ່ມູນຄ່າຂອງສະກຸນເງິນນັ້ນໆ ແລະ ຕ້ອງໄດ້ຮັບການຍອມຮັບຈາກຕ່າງປະເທດເປັນສະກຸນເງິນແລກປ່ຽນລະຫວ່າງປະເທດ. ເຊິ່ງທັງໝົດທີ່ກ່າວມາ ໃນເວລານີ້ crypto ຍັງບໍ່ທັນມີ. ຍິ່ງໄປກວ່ານັ້ນ ສະຖານະຂອງ crypto ນັ້ນບໍ່ອາດເອີ້ນຄວາມເຊື່ອໝັ້ນໄດ້ ເນື່ອງຈາກວ່າໃນຕະຫຼາດ crypto ມີສະພາບຄ່ອງທີ່ມີການຜັນຜວນຢ່າງຮຸນແຮງ.

ພ້ອມກັນນັ້ນ ຄະນະຜູ້ແທນທີ່ເຂົ້າຮ່ວມການສຳມະນາເກືອບທັງໝົດລ້ວນແຕ່ເຫັນກົງກັນວ່າ cryptocurrency ຍັງຕ້ອງໃຊ້ເວລາອີກໄລຍະໜຶ່ງໃນການພັດທະນາ ກ່ອນທີ່ມັນຈະກາຍເປັນເງິນກະແສຫຼັກ ສໍາລັບຜູ້ບໍລິໂພກ. ເຊິ່ງໃນຂະນະດຽວກັນ ລັດຖະບານ, ທະນາຄານກາງ ແລະ ສະຖາບັນການເງິນຊັ້ນນໍາ ຕ້ອງເລັ່ງລັດປຶກສາຫາລືກ່ຽວກັບຂໍ້ດີ ແລະ ຂໍ້ເສຍ ພ້ອມທັງສ້າງມາດຕະການຄຸ້ມຄອງທີ່ເໝາະສົມຕໍ່ໄປ.

ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/