ທະຍອຍອອກໄປເທື່ອລະຄົນ! ຫຼ້າສຸດຜູ້ບໍລິຫານລະດັບສູງອີກ 2 ຄົນໄດ້ລາອອກຈາກ Binance.US ທ່າມກາງການຕໍ່ສູ້ຄະດີກັບ SEC


The Wall Street Journal ໄດ້ລາຍງານວ່າ: ຫຼັງຈາກທີ່ Brian Shroder ອະດີດ CEO ຂອງ Binance.US ໄດ້ລາອອກໄດ້ພຽງ 1 ວັນ. ຜູ້ບໍລິຫານລະດັບສູງ 2 ຄົນຄື Krishna Juvvadi ຫົວໜ້າທາງດ້ານກົດໝາຍ ແລະ Sidney Majalaya ຫົວໜ້າເຈົ້າໜ້າທີ່ຈັດການຄວາມສ່ຽງກຳລັງຈະອອກຈາກ Binance.US ທ່າມກາງການຟ້ອງຮ້ອງຂອງ SEC ທີ່ສົ່ງຜົນໃຫ້ບໍລິສັດຕ້ອງຍຸຕິການຈ້າງພະນັກງານເປັນຈຳນວນ 1 ໃນ 3.

ໃນລາຍງານໄດ້ລະບຸວ່າ Krishna Juvvadi ເຊິ່ງກໍາລັງກຽມທີ່ຈະລາອອກນັ້ນເປັນໜຶ່ງໃນຕົວແທນຂອງບໍລິສັດທີ່ເຮັດໜ້າທີ່ສື່ສານກັບ SEC ໃນຂະນະທີ່ Binance.US ກຳລັງປະເຊີນກັບການດຳເນີນການທາງດ້ານກົດໝາຍ.

SEC ໄດ້ຍື່ນຟ້ອງ Binance.US, Binance, ແລະ CEO Changpeng Zhao Binance ໃນເດືອນມິຖຸນາທີ່ຜ່ານມາໂດຍກ່າວຫາວ່າທາງ Binance ມີສ່ວນຮ່ວມໃນກິດຈະກຳດ້ານຫຼັກຊັບທີ່ບໍ່ໄດ້ຈົດທະບຽນ ແລະ ການກະທຳທີ່ບໍ່ເໝາະສົມອື່ນໆ, ແລະສິ່ງນີ້ນຳໄປສູ່ການກໍ່ໃຫ້ເກີດບັນຫາກັບຄູ່ຮ່ວມງານດ້ານການທະນາຄານຂອງ Binance.US ເຮັດໃຫ້ຈຳເປັນຕ້ອງໄດ້ລະງັບການຝາກເງິນ ແລະ ຖອນເງິນໃນສະຫະລັດຊົ່ວຄາວ. ກ່ອນທີ່ບັນຫາຈະໄດ້ຮັບການແກ້ໄຂໃນເດືອນສິງຫາຫຼັງຈາກທີ່ Binance ໄດ້ຮ່ວມມືກັບ MoonPay ບໍລິສັດຊຳລະເງິນ Crypto

ໃນວັນທີ 12 ກັນຍາ, Binance.US ໄດ້ຄັດຄ້ານວິທີການທາງດ້ານກົດໝາຍຂອງ SEC ໂດຍໄດ້ຮ້ອງຂໍໃຫ້ມີຄໍາສັ່ງຄຸ້ມຄອງຕໍ່ອົງກອນໃນເດືອນສິງຫາ ແລະ ໄດ້ກ່າວວ່າການຟ້ອງຮ້ອງຂອງ SEC ແມ່ນສິ່ງທີ່ບໍ່ສົມເຫດສົມຜົນ ແລະ ເປັນພາລະເກີນຄວນທີ່ບໍ່ຈໍາເປັນ

ນອກຈາກນີ້ ໃນເດືອນມີນາທີ່ຜ່ານມາ ຄະນະກຳມະການການເທຣດ Future ກໍໄດ້ຟ້ອງຮ້ອງ Binance ເຊັ່ນກັນໂດຍກ່າວວ່າ Binance ໄດ້ລະເມີດກົດລະບຽບໃນການຊື້ຂາຍ ແລະ ອະນຸພັນ. ເຊິ່ງເຫດການທັງໝົດທີີ່ເກີດຂຶ້ນອາດເປັນສາເຫດໃນການລາອອກຂອງຜູ້ບໍລິຫານ ແລະ ການຢຸດຈ້າງພະນັກງານໃນບໍລິສັດ

ທີ່ມາ:

cointelegraph

cointelegraph2

cointelegraph3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/