ພຸດອາລີ ວົງສະໃໝ ເຮັດທຸລະກິດເພື່ອຊາວບ້ານ ແລະ ຄົນພິການລາວ ເມື່ອບໍ່ດົນມານີ້ໄດ້ປະກາດຮັບບໍລິຈາກຖົງຢາງເກົ່າ ຫຼື ຖົງຢາງທີ່ໃຊ້ແລ້ວ ຮັບແບບບໍ່ຈຳກັດຈຳນວນ ບໍ່ຈຳກັດສີ (ຖົງຢາງທີ່ເຮົາຫິ້ວແບບປົກກະຕິ) ເພື່ອເປັນການຮັກສາໂລກໄປພ້ອມໆກັນ ຖົງຢາງດັ່ງກ່າວຈະນຳມາແປຮູບເປັນສິນຄ້າຫັດຖະກຳຣີໄຊເຄິລ ແລະ ພິເສດໄປກວ່ານັ້ນແມ່ນຄົນພິການເປັນຜູ້ຜະລິດ ເປັນການສົ່ງເສີມຄົນພິການອີກດ້ວຍ.
ພ້ອມກັນນີ້ ເປັນການຊຸກຍູ້ໃຫ້ຄົນຮູ້ຮັກສາໂລກໄປດ້ວຍກັນ ພຽງແຕ່ນຳເອົາຖົງຢາງທີ່ບໍ່ໄດ້ໃຊ້ແລ້ວມາໃຫ້ທາງສູນ ພຽງເທົ່ານີ້ເຮົາກໍສາມາດຊ່ວຍໂລກໄດ້ແລ້ວບໍ່ໜ້ອຍກໍຫຼາຍ ຊ່ວຍໆກັນໄປເທື່ອລະເລັກລະໜ້ອຍແລ້ວມັນກໍຄ່ອຍໆຫຼາຍ.
ນອກຈາກນີ້ ສູນຄົນພິການລາວ ຍັງສົ່ງເສີມພັດທະນາຄົນພິການໃນຫຼາຍຮູບແບບ ບໍ່ວ່າຈະເປັນການພັດທະນາສີມືໃນການເຮັດຫັດຖະກຳ ແລະ ຜ່ານມາກໍໄດ້ມີການເຮັດກິດຈະກຳປະກອບກັບຫຼາຍໆພາກສ່ວນ ໂດຍສະເພາະກ່ຽວກັບການຮັກສາສິ່ງແວດລ້ອມ.

ພາຍໃນອະນາຄົດ ສິນຄ້າທີ່ນຳມາແປຮູບອາດຈະໄດ້ຂະຫຍາຍຕະຫຼາດໄປຍັງຕ່າງປະເທດ ອາດຈະເປັນປີໜ້າ ເຊິ່ງກຳລັງສຶກສາຫາແນວທາງການຂະຫຍາຍຕະຫຼາດອອກສູ່ໂລກກວ້າງ ເພື່ອເປັນການຮັກສາໂລກ ແລະ ເປັນຂວັນກຳລັງໃຈໃຫ້ແກ່ຜູ້ຜະລິດ ເຮັດໃຫ້ຜູ້ປະກອບອາຊີບມີລາຍໄດ້ຂຶ້ນຕື່ມ. ປັດຈຸບັນແມ່ນຍັງຂາຍພາຍໃນປະເທດ ຈະມີຫັດຖະກຳທີ່ຫຼາກຫຼາຍບໍ່ວ່າຈະເປັນເກີບແຮນເມດ, ເຄື່ອງແສ່ວຊົນເຜົ່າຕ່າງໆ, ເສື້ອຜ້າແຟຊັນຊົນເຜົ່າ, ເຄື່ອງປະດັບເຮັດດ້ວຍມື, ຜະລິດຕະພັນໄມ້ໄຜ່, ເຈ້ຍຂີ້ອ້ອຍ-ຂີ້ຊ້າງ ແລະ ປູກດອກອັນຊັນອອກຂາຍ.

ການຜະລິດສິນຄ້າຫັດຖະກຳຂອງຄົນພິການ ລວມແລ້ວກໍຖືວ່າຍາກພໍສົມຄວນ ກວ່າຈະໄດ້ຜະລິດຕະພັນໜຶ່ງ ຕ້ອງຜ່ານຂັ້ນຕອນໃນຫຼາຍຂັ້ນ, ໃນການເຮັດເຈ້ຍບັນຈຸພັນຮັກໂລກໄດ້ ກໍບໍ່ທຳມະດາ ຕ້ອງຜ່ານການວິທີຂັ້ນຕອນ ແລະ ຄວາມຊຳນິຊຳນານຂອງສີມືກຸ່ມຄົນພິການ. ແຕ່ລະໂຄງການ ແມ່ນໄດ້ເຫັນຊັດເຈນເລີຍວ່າ ກຸ່ມຄົນພິການກໍສາມາດຜະລິດຫັດຖະກຳດ້ວຍຕົນເອງໄດ້ ພ້ອມຍັງເປັນຜົນງາມທີ່ລະອຽດອ່ອນ ແລະ ງາມຕາ.

ລາຍລະອຽດການຮັບຖົງຢາງ:
– ຖົງຢາງເກົ່າທີ່ຮັບແມ່ນ: ຖົງຢາງຕາມຕະຫຼາດ ບໍ່ຈຳກັດສີ ບໍ່ຈຳກັດຂະໜາດ.
– ເອົາໄປມອບຢູ່ ສູນຄົນພິການ ແລະ ຊົນເຜົ່າ.
– ຕ່າງແຂວງສາມາດສົ່ງ: ອານຸສິດ ສາຂາຂົວຫຼວງ.
ຂອບໃຈຂໍ້ມູນຈາກ: Jaah Andersen
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/