ຕົ້ນໄມ້ຄົນເມືອງ ຕົ້ນໄມ້ເທັກໂນໂລຢີຂັ້ນສູງ ທີ່ສາມາດດູດມົນລະພິດເທົ່າຕົ້ນໄມ້ແທ້ 275 ຕົ້ນ


ໃນປັດຈຸບັນ ລາຄາດິນໃນຕົວເມືອງເພີ່ມຂຶ້ນຢ່າງໄວວາ ເພາະເປັນເຂດທີ່ມີການພັດທະນາຂຶ້ນຢູ່ເລື້ອຍໆ, ດັ່ງນັ້ນ ຄົນສ່ວນຫຼາຍຈຶ່ງເລືອກທີ່ຈະໃຊ້ພື້ນທີ່ດັ່ງກ່າວເຂົ້າໃນການປຸກສ້າງ ຫຼາຍກວ່າໃຊ້ເປັນພື້ນທີ່ປູກຕົ້ນໄມ້ ຫຼື ເປັນພື້ນທີ່ສວນສາທາລະນະ. ເມື່ອຂາດຕົ້ນໄມ້ ກໍຈະເຮັດໃຫ້ມົນລະພິດໃນເມືອງເພີ່ມຂຶ້ນ ເນື່ອງຈາກການມີພືດ ສາມາດດູດຊຶມເອົາຝຸ່ນລະອອງ ແລະ ມົນລະພິດໄດ້ ແຖມຍັງເຮັດໃຫ້ອາກາດສົດຊື່ນອີກດ້ວຍ, ການມີຕົ້ນໄມ້ເລີຍຂ້ອນຂ້າງທີ່ຈະຈຳເປັນ ແລະ ສຳຄັນຕໍ່ການດຳລົງຊີວິດຢູ່ໃນເມືອງເຊັ່ນກັນ ເພື່ອສຸຂະພາບທີ່ດີຂຶ້ນ.

“ຕົ້ນໄມ້ຄົນເມືອງ” ຫຼື CityTree ເປັນເທັກໂນໂລຢີ Internet Of Things (IoT) ແບບອັດຕະໂນມັດ ທີ່ສ້າງໂດຍບໍລິສັດ Startup ສັນຊາດເຢຍລະມັນ, ມີລັກສະນະເປັນເຟີນິເຈີທີ່ປະສົມປະສານກັບຕົ້ນໄມ້ IoT ເອີ້ນວ່າ CityTree Dénes Honus. ຕົ້ນໄມ້ຄົນເມືອງ ສາມາດເຮັດໜ້າທີ່ທຽບເທົ່າກັບຕົ້ນໄມ້ຫຼາຍເຖິງ 275 ຕົ້ນ ໃນການກັ່ນຕອງອາກາດຈາກຝຸ່ນລະອອງ, ໄນໂຕຣເຈນອອກໄຊ ແລະ ຄາບອນໄດອອກໄຊໃນໄລຍະ 50 ແມັດ ສູງສຸດ 240 ເມຕຣິກໂຕນ/ປີ.

ພືດທີ່ຖືກເລືອກມາປູກແມ່ນ “ມອສ” (Moss) ພືດຂະໜາດນ້ອຍທີ່ສູງພຽງ 1-10 ຊັງຕີແມັດເທົ່ານັ້ນ ສາມາດເຕີບໃຫຍ່ໄດ້ໃນຫຼາຍສະພາບແວດລ້ອມ. Citytree ສູງ 4 ແມັດ, ກວ້າງ 3 ແມັດ ແລະ ເລິກ 2 ແມັດ ມີທັງແບບມີຕັ່ງນັ່ງ ແລະ ບໍ່ມີ, ມີແຜງພະລັງງານແສງອາທິດ, ນໍ້າຝົນທີ່ຕົກລົງມາຈະຖືກກັກເກັບໄວ້ແລ້ວຈະຖືກແຈກຈ່າຍໄປລໍ່ລ້ຽງມອສໂດຍລະບົບຊົນລະປະທານທີ່ຖືກຕິດຕັ້ງໄວ້ໃນຕົວຂອງມັນ. ນອກຈາກນັ້ນ ຕົ້ນໄມ້ຄົນເມືອງດັ່ງກ່າວ ຍັງສາມາດໃຊ້ເປັນປ້າຍໂຄສະນາໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/