ພິທີໄດ້ຈັດຂຶ້ນ 6 ເມສາ 2022 ທີ່ກະຊວງພາຍໃນ ໂດຍການເປັນປະທານຂອງ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ມີບັນດາທ່ານຫົວໜ້າກົມ ຮອງຫົວໜ້າກົມຈັດຕັ້ງພະນັກງານ ຈາກກະຊວງອົງການຈັດຕັ້ງຕ່າງໆຂັ້ນສູນກາງເຂົ້າຮ່ວມ.
ໃນພິທີໄດ້ຮັບຟັງການສະຫຼຸບລາຍງານວຽກງານຄຸ້ມຄອງລັດຖະກອນປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຮັບຟັງການເຜີຍແຜ່ຂໍ້ຕົກລົງວ່າດ້ວຍການປ່ຽນແປງຕົວເລກລັດຖະກອນໃໝ່ປະຈຳປີ 2022. ສະເພາະປີ 2022 ລັດຖະບານໄດ້ອະນຸມັດກຳນົດລັດຖະກອນໃໝ່ 1300 ຕົວເລກ ຍ້ອນບັນຫາຫຍຸ້ງຍາກດ້ານເສດຖະກິດ ຈຶ່ງມີຜົນກະທົບໃສ່ການກຳນົດຕົວເລກລັດຖະກອນໃໝ່ໃນປີນີ້ ເຊິ່ງໜ້ອຍກວ່າປີທີ່ຜ່ານມາ. ກະຊວງພາຍໃນໄດ້ພະຍາຍາມຄົ້ນຄວ້າແບ່ງປັນຕາມທິດຊີ້ນຳ ແລະ ຕາມບູລິມະສິດຂອງລັດຖະບານ ເປັນຕົ້ນແມ່ນສອງຂະແໜງການຄື: ຂະແໜງສຶກສາ ແລະ ຂະແໜງສາທາລະນະສຸກ ເພື່ອຊຸກຍູ້ວຽກງານການສຶກສາໃນເຂດຫ່າງໄກສອກຫຼີກ ແລະ ເພືອເພີ່ມບຸກຄະລາກອນເຂົ້າໃນຂະແໜງສາທາລະນະສຸກ ປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດ ແລະ ພິເສດປີນີ້ສະເພາະແຂວງໄຊສົມບູນ ລັດຖະບານໄດ້ກຳນົດຕົວເລກໃຫ້ເແຂວງຈຳນວນ 108 ຕົວເລກ ໂດຍໄດ້ຮັບການຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບຈຸດປະສົງ ແລະ ຕາມທິດຊີ້ນຳຂອງລັດຖະບານ.

1.ບັນກາກະຊວງ, ອົງການຈັດທຽບເທົ່າກະຊວງ ຈຳນວນ 906 ຄົນດັ່ງນີ້:
- ກະຊວງການຕ່າງປະເທດ 5 ຄົນ
- ກະຊວງຍຸຕິທຳ 12 ຄົນ
- ກະຊວງແຜນການ ແລະ ການລົງທຶນ 21 ຄົນ
- ກະຊວງສຶກສາທິການ ແລະ ກິລາ 350 ຄົນ:
ລັດຖະກອນຄູ ຈຳນວນ 340 ຄົນ
ລັດຖະກອນບໍລິຫານ ຈຳນວນ 10 ຄົນ - ກະຊວງສາທາລະນະສຸກ ຈຳນວນ 335 ຄົນ
ລັດຖະກອນແພດ 320 ຄົນ
ລັດຖະກອນບໍລິຫານ 15 ຄົນ - ກະຊວງແຮງງານ ແລະ ສະຫວັດດີການສັງຄົມ 11 ຄົນ
- ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 22 ຄົນ
- ກະຊວງພາຍໃນ 22 ຄົນ
- ກະຊວງກະສິກຳ ແລະ ປ່າໄມ້ 35 ຄົນ
- ກະຊວງໂຍທາທິການ ແລະ ຂົນສົ່ງ 25 ຄົນ
- ກະຊວງອຸດສາຫະກຳ ແລະ ການຄ້າ 15 ຄົນ
- ກະຊວງພະລັງງານ ແລະ ບໍ່ແຮ່ 10 ຄົນ
- ກະຊວງເທັກໂນໂລຢີ ແລະ ການສື່ສານ 2 ຄົນ
- ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 14 ຄົນ
- ຫ້ອງວ່າການສ້າງສຳນັກງານນາຍົກລັດຖະມົນຕີ 2 ຄົນ

2.ສະພາແຫ່ງຊາດ, ຫ້ອງວ່າການປະທານປະເທດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການກວດກາລັດຖະບານແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ຈຳນວນ 40 ຄົນ
- ສະພາແຫ່ງຊາດ 10 ຄົນ
- ຫ້ອງວ່າການປະທານປະເທດ 4 ຄົນ
- ສານປະຊາຊົນສູງສຸດ 9 ຄົນ
- ອົງການໄອຍະການປະຊາຊົນສູງສຸດ 8 ຄົນ
- ອົງການກວດກາແຫ່ງລັດ 5 ຄົນ
- ອົງການກວດສອບແຫ່ງລັດ 4 ຄົນ
3.ອົງການຈັດຕັ້ງພັກ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຈຳນວນ 28 ຄົນ
- ຫ້ອງວ່າການສູນກາງພັກ 5 ຄົນ
- ຄະນະຈັດຕັ້ງສູນກາງພັກ 4 ຄົນ
- ຄະນະໂຄສະນາອົບຮົມສູນກາງພັກ 3 ຄົນ
- ສູນກາງແນວລາວສ້າງຊາດ 3 ຄົນ
- ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ 3 ຄົນ
- ສູນກາງສະຫະພັນແມ່ຍິງລາວ 3 ຄົນ
- ສູນກາງສະຫະພັນກຳມະບານລາວ 3 ຄົນ
- ສະຫະພັນນັກຮົບເກົ່າແຫ່ງຊາດ 1 ຄົນ
4.ສະຖາບັນ ແລະ ອົງການ ຈຳນວນ 8 ຄົນ
- ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ 2 ຄົນ
- ສະຖານບັນເສດຖະກິດ ແລະ ສັງຄົມແຫ່ງຊາດ 1 ຄົນ
- ອົງການກາແດງແຫ່ງຊາດລາວ 5 ຄົນ

ຂອບໃຈຂໍ້ມູນຈາກ: https://bit.ly/36Y4HqP
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/