ຕົດເໝັນຕົດດັງເປັນເລື່ອງປົກກະຕິ ແຕ່ຕົດຫຼາຍກໍບໍ່ດີຄືກັນ

ຕົດ

ຕົດ ແມ່ນເລື່ອງປົກກະຕິທີ່ເກີດຂຶ້ນຕາມທຳມະຊາດ ແມ່ນການທີ່ລົມໄດ້ມີການລະບາຍອອກຈາກຮູທະວານໂດຍເກີດຈາກອາຍແກ໊ສທີ່ສະສົມໃນລະບົບຍ່ອຍອາຫານ ເນື່ອງຈາກເປັນຂະບວນການຍ່ອຍສະຫຼາຍອາຫານໄປເປັນພະລັງງານຂອງຮ່າງກາຍບໍ່ວ່າຈະເປັນຄົນ ແລະ ສັດ, ໂດຍປົກກະຕິແລ້ວຄົນເຮົາຈະຕົດປະມານ 10-20 ຄັ້ງຕໍ່ມື້ ແລະ ມັນມັກຈະເກີດຂຶ້ນຫຼັງຈາກການກິນອາຫານ ໂດຍບໍ່ໄດ້ເຮັດໃຫ້ເກີດມີຜົນອັນຕະລາຍໃດໆ, ສ່ວນການຕົດແລ້ວມີກິ່ນເໝັນ ແລະ ສຽງດັງຖືໄດ້ວ່າເປັນເລື່ອງປົກກະຕິ ເຊິ່ງຄວາມຮຸນແຮງຂອງກິ່ນແມ່ນຈະຂຶ້ນຢູ່ກັບອາຫານທີ່ເຮົາກິນເຂົ້າໄປເຊັ່ນ: ຊີ້ນສັດ, ໄຂ່, ນົມ ແລະ ຖົ່ວ. ຂອງເຫຼົ່ານີ້ລ້ວນແລ້ວຈະເຮັດໃຫ້ກິ່ນທີ່ຕົດອອກມາມີກິ່ນເໝັນ, ແຕ່ຖ້າວ່າຕົດຫຼາຍກໍອາດຈະເປັນສັນຍານໜຶ່ງທີ່ບອກເຖິງພະຍາດຕ່າງໆໄດ້ເຊັ່ນ: ເຈັບທ້ອງ, ກະເພາະອາຫານມີການອັກເສບ, ໜິ້ວໝາກໄຂ່ຫຼັງ, ພະຍາດຕັບອ່ອນອັກເສບ ແລະ ມະເຮັງລຳໄສ້.

ຕົດ

ວິທີປ້ອງກັນການຕົດບໍ່ໃຫ້ມີກິ່ນເໝັນນັ້ນສາມາດຫຼີກເວັ້ນໄດ້ ໂດຍການພະຍາຍາມລົດຜ່ອນການກິນອາຫານທີ່ມີສານຊູນຟູຣິກ ຫຼື ສານທີ່ກໍ່ໃຫ້ເກີດອາຍແກ໊ສທີ່ມີກິ່ນເຊັ່ນ: ຫົວຜັກບົ່ວ, ກະທຽມ, ໜໍ່ໄມ້ຝຣັ່ງ, ໄຂ່, ນົມ, ແປ້ງສາລີ, ໝາກເລັ່ນ, ຖົ່ວເຫຼືອງ ແລະ ປາແຊວມ້ອນ.

ຕົດ

ສ່ວນວິທີປ້ອງກັນການຕົດຕະຫຼອດເວລາແມ່ນອາດຈະເຮັດໄດ້ດ້ວຍການຫຼີກເວັ້ນປັດໄຈທີ່ມັກເຮັດໃຫ້ເກີດມີການສະສົມຂອງແກ໊ສ ດ້ວຍການລົດຜ່ອນອາຫານທີ່ມີເສັ້ນໃຍອາຫານ, ນຳ້ຕານທຳມະຊາດ ແລະ ແປ້ງທີ່ຍ່ອຍຍາກ ເຊິ່ງສິ່ງເຫຼົ່ານີ້ຈະເຮັດໃຫ້ເກີດມີແກ໊ສໃນລະບົບຍ່ອຍອາຫານຫຼາຍຂຶ້ນເຊັ່ນ: ໜໍ່ໄມ້ຝຣັ່ງ, ຜັກກາດດອກ, ໝາກເຜັດ, ຫົວຜັກບົ່ວ, ມັນຕົ້ນ; ໝາກໄມ້ບາງຊະນິດເຊັ່ນ: ໝາກແແອັບເປິ້ນ, ໝາກກ້ວຍ, ໝາກໂມ ແລະ ເຄື່ອງດື່ມນຳ້ອັດລົມຕ່າງໆ ບໍ່ວ່າຈະເປັນ ເບຍ, ວາຍ ແລະ ຄວນຫຼີກລ້ຽງພຶດຕິກຳທີ່ອາດຈະເຮັດໃຫ້ໄດ້ກືນອາກາດເຂົ້າໄປໃນຮ່າງກາຍເຊັ່ນ: ການຫຍຳ້ຊິ່ງອົ້ມ, ສູບຢາ ຫຼື ດື່ມນຳ້ຈາກທໍ່ດູດ.

ຕົດ

ທາງທີ່ດີເຮົາຄວນສັງເກດເບິ່ງປັດໄຈຕ່າງໆທີ່ອາດຈະເປັນສາເຫດເຮັດໃຫ້ເກີດມີແກ໊ສສະສົມໃນລະບົບຍ່ອຍອາຫານ ດ້ວຍການຈົດບັນທຶກວ່າມີອາການຮູ້ສຶກອຶດອັດທ້ອງບໍ່, ໄດ້ຕົດຫຼັງຈາກກິນອາຫານ ຫຼື ການເຮັດກິດຈະກຳຫຍັງບໍ່ ເພື່ອຫຼີກເວັ້ນພຶດຕິກຳທີ່ອາດຈະເປັນຕົວກະຕຸ້ນທີ່ເຮັດໃຫ້ເກີດມີການຕົດ. ແຕ່ຖ້າບໍ່ຄ່ອຍຕົດ, ອາດເປັນຍ້ອນຈຸລິນຊີທີ່ຢູ່ໃນລຳໄສ້ແມ່ນບໍ່ໄດ້ຮັບສານອາຫານທີ່ຕ້ອງການພຽງພໍ ນັ້ນໝາຍຄວາມວ່າຕ້ອງໄດ້ກິນຄາໂບໄຮເດດໃຫ້ຫຼາຍຂຶ້ນເຊັ່ນ: ກະລຳ່ປີ, ຫົວຜັກບົ່ວ ເປັນຕົ້ນ ເພາະວ່າການກິນອາຫານປະເພດໂປໄບໂອຕິກ ຖືໄດ້ວ່າເປັນອີກທາງເລືອກໜຶ່ງທີ່ຈະຮັກສາລຳໄສ້ຂອງທ່ານໃຫ້ມີສຸຂະພາບທີ່ດີໃນໄລຍະຍາວໄດ້.

ຕົດ

 ແນ່ນອນວ່າມາຮອດຈຸດນີ້ ທຸກຄົນອາດຈະຄິດວ່າຕົດກາຍເປັນເລື່ອງໃຫຍ່ໄປແລ້ວ ແຕ່ບໍ່ຕ້ອງກັງວົນຫຼາຍເກີນໄປ ເພາະການທີ່ເຮົາມີຄວາມກົດດັນຫຼາຍອາດຈະເຮັດໃຫ້ເຮົາຕົດຫຼາຍກໍເປັນໄດ້ ເຊິ່ງກໍອາດຈະຂຶ້ນກັບລະບົບພາຍໃນຂອງແຕ່ລະຄົນ ເພາະແຕ່ລະຄົນແມ່ນມີພຶດຕິກຳການກິນອາຫານແມ່ນບໍ່ຄືກັນ, ທາງທີ່ດີຖ້າຮູ້ສຶກວ່າ ຕົດຫຼາຍຜິດປົກກະຕິ ກໍຄວນໄປປຶກສາແພດ.   ສຸດທ້າຍນີ້ ຕົດແມ່ນເລື່ອງທີ່ເກີດຂຶ້ນຕາມທຳມະຊາດ ແຕ່ກໍບໍ່ຄວນໄປຕົດໂລເລໃຫ້ຜູ້ອື່ນຮູ້ເດີ້.

ຮຽບຮຽງໂດຍ: ທ້າວ ທະນູໄຊ ຈັນທະນາຄອນ   

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply