ຕິດຕຸກກະຕາໃນໄວເດັກ ເຮັດໃຫ້ຈິດໃຈເຂັ້ມແຂງ


ຄົງປະຕິເສດບໍ່ໄດ້ວ່າເດັກ ແລະ ຕຸກກະຕາເປັນສິ່ງຄູ່ກັນຢ່າງຂາດບໍ່ໄດ້ ໂດຍສ່ວນຫຼາຍແລ້ວເດັກຈະຮູ້ສຶກຜູກພັນ, ໃກ້ຊິດ ແລະ ຕິດຕຸກກະຕາເຖິງວ່າມັນຈະເກົ່າ, ຊຸດໂຊມກໍຕາມ ຈົນໃນບາງຄັ້ງຜູ້ປົກຄອງຮູ້ສຶກກັງວົນວ່າຫາກຕິດຕຸກກະຕາຫຼາຍເກີນໄປອາດກະທົບຕໍ່ວິວັດທະນາການເຕີບໂຕຂອງລູກ.

ກົງກັນຂ້າມ, ນັກຈິດຕະວິທະຍາໄດ້ກ່າວວ່າພຶດຕິກຳເຫຼົ່ານີ້ເປັນເລື່ອງປົກກະຕິຂອງເດັກ ແລະ ຍັງເປັນສ່ວນໜຶ່ງການເຕີບໃຫຍ່ເດັກ. ໂດຍພຶດຕິກຳທີ່ຕິດຕຸກກະຕາ, ຜ້າແພ ຫຼື ໝອນນັ້ນທາງຈິດຕະວິທະຍາເອີ້ນວ່າ: Transitional Objects ຫຼື Comfort Objects ຫຼືວ່າ Security Blanket ໝາຍເຖິງວັດຖຸ ຫຼື ສິ່ງຂອງທີ່ເຮັດໃຫ້ຮູ້ສຶກອຸ່ນໃຈ, ສະບາຍໃຈ ແລະ ປອດໄພເມື່ອໄດ້ຢູ່ໃກ້. 

ທາງດ້ານສະມາຄົມຈິດຕະວິທະຍາອາເມຣິກາ (American Psychological Association) ໄດ້ໃຫ້ຄວາມໝາຍເພີ່ມເຕີມວ່າ ຕຸກກະຕາ, ຜ້າຫົ່ມ, ໝອນ ຫຼື ສິ່ງຂອງອື່ນໆທີ່ຢູ່ກັບເດັກຕັ້ງແຕ່ນ້ອຍຊ່ວຍໃຫ້ຮູ້ສຶກຜ່ອນຄາຍ, ລົດຜ່ອນຄວາມກັງວົນໃນເລື່ອງຕ່າງງໆໄດ້ດີ.

ເມື່ອເດັກເຖິງໄວທີ່ມີຄວາມກັງວົນໃນເລື່ອງການຖືກແຍກ ຫຼື ການປະເຊີນໜ້າກັບສິ່ງໃໝ່ໆ ເດັກຍັງບໍ່ສາມາດປອບໃຈຕົນເອງໄດ້ຈຳເປັນຕ້ອງມີສິ່ງຂອງແທນໃຈໄວ້ປອບອອຍເມື່ອຮູ້ສຶກບໍ່ສະບາຍໃຈ.

ເຊິ່ງໃນດ້ານຈິດຕະວິທະຍາແລ້ວວັດຖຸປ່ຽນຜ່ານ (Transitional Objects) ຖືວ່າມີຄວາມສໍາຄັນຫຼາຍຕໍ່ໄລຍະເວລາການເຕີບໂຕຂອງເດັກນ້ອຍ ໂດຍສະເພາະໃນອາຍຸທີ່ເດັກນ້ອຍຕ້ອງແຍກການນອນຈາກພໍ່ແມ່ (ນອນຄົນດຽວ) ສິ່ງເຫຼົ່ານີ້ໄດ້ກາຍເປັນໝູ່ທີ່ຄອຍຢູ່ຂ້າງກາຍໃຫ້ເຮົານອນຫຼັບຢ່າງສະບາຍໃຈໄດ້.

ກ່າວໄດ້ວ່າມັນຄືວັດຖຸຂອງການຂ້າມຜ່ານແຕ່ໄວເດັກສູ່ການເປັນຜູ້ໃຫຍ່ ເຖິງວ່າໄລຍະເວລາຜ່ານໄປແຕ່ຕຸກກະຕາກໍຍັງຢູ່ໃນອ້ອມກອດ ກ່າວໄດ້ວ່າ ຕຸກກະຕາຄືສິ່ງທີ່ໃຫ້ຄວາມຮູ້ສຶກອົບອຸ່ນທຸກຄັ້ງທີ່ເດັກໄດ້ຢູ່ໃກ້ ແລະ ສຳຜັດມັນ.

ແນວໃດກໍຕາມ, ເດັກນ້ອຍຕິດຕຸກກະຕາຖືວ່າເປັນເລື່ອງປົກກະຕິໃນສັງຄົມ ເຊິ່ງພຶດຕິກຳເຫຼົ່ານີ້ສ່ວນຫຼາຍມັກເກີດກັບເດັກນ້ອຍອາຍຸ 1-2 ປີ. ແຕ່ຖ້າເຖິງ 3-4 ປີຂຶ້ນໄປຍັງຕິດຕຸກກະຕາຢູ່ ແນະນຳໃຫ້ພໍ່ແມ່ພະຍາຍາມໂອ້ລົມກັບລູກເພື່ອຢຸດເຊົາຕິດຕຸກກະຕາ ເພາະວ່າໃນຊ່ວງອາຍຸນີ້ ເດັກຮັບຮູ້ໄດ້ແລ້ວວ່າພໍ່ແມ່ບໍ່ໄດ້ຫາຍໄປໃສ. ນອກນີ້ ຍັງຊ່ວຍໃຫ້ລູກເລີ່ມພັດທະນາທັກສະການຄວບຄຸມອາລົມເມື່ອຮູ້ສຶກກັງວົນໃນການປັບຕົວໃຫ້ເຂົ້າກັບສະຖານະການໃໝ່ໆຕາມອາຍຸທີ່ເໝາະສົມ.

ອ້າງອີງ:

https://cutt.ly/cwi7R2NT

https://cutt.ly/Nwi7RhNB

https://cutt.ly/twi7RPY7

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/